spot_img
Homeຂ່າວພາຍ​ໃນເປີດນ້ຳໃຊ້ ໂຄງການຊົນລະປະທານນ້ຳຫຸມ

ເປີດນ້ຳໃຊ້ ໂຄງການຊົນລະປະທານນ້ຳຫຸມ

Published on

namhoom lake

 

ວັນທີ 3 ພະຈິກນີ້ ພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນຮ່ວມ ກັບອຳນາດການປົກຄອງເມືອງນາຊາຍ

ທອງ ໄດ້ຈັດພິທີເປີດນຳໃຊ້ໂຄງການຊົນລະປະທານນ້ຳຫຸມຂຶ້ນ ຢູ່ອ່າງນ້ຳດັ່ງກ່າວ ເມືອງນາຊາຍທອງ, ນະຄອນຫຼວງ

ວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວັນ ພົມເຂ, ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້,

ທ່ານ ດຣ ອານຸພາບ ຕຸນາລົມ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ພ້ອມດ້ວຍອຳນາດການປົກຄອງ ແລະ ປະຊາ

ຊົນເຂົ້າຮ່ວມເປັນຈຳນວນຫຼາຍ.

 

ໃນພິທີທ່ານເຈົ້າເມືອງນາຊາຍທອງ ໄດ້ລາຍງານວ່າ: ປັດຈຸບັນເມືອງນາຊາຍທອງ ມີລະບົບຊົນລະປະທານທັງໝົດ 17

ແຫ່ງ, ໃນນີ້ມີອ່າງເກັບນ້ຳ 4 ແຫ່ງ, ສາມາດເກັບກັກນ້ຳໄດ້ 151.830.000 ແມັດກ້ອນ, ມີຈັກສູບນ້ຳໄຟຟ້າ 1 ແຫ່ງ,

ຝ່າຍນ້ຳລົ້ນ 2 ແຫ່ງ, ປະຕູນ້ຳ 9 ແຫ່ງ ແລະ ລະບົບຊີດຝົນຝອຍ 1   ແຫ່ງ, ຊຶ່ງສະເພາະຊົນລະປະທານນ້ຳຫຸ້ມເປັນໂຄງ

ການອ່າງເກັບນ້ຳທີ່ມີເນື້ອທີ່ອ່າງໂຕງ ກວ້າງເຖິງ 105 ກິໂລຕາ ແມັດ, ເນື້ອທີ່ອ່າງເກັບນ້ຳ 12 ກິໂລ ຕາແມັດ, ສາມາດ

ເກັບນ້ຳໄດ້ 60 ລ້ານແມັດກ້ອນ, ມີລະບົບຄອງເໝືອງ ແລະ ອາຄານປະຕູນ້ຳ, ມີຄອງເໝືອງແມ່ ຍາວ 9.300 ແມັດ,

ຄອງເໝືອງຊອຍຂັ້ນ 1 ຍາວ 31.162 ແມັດ, ມີ 13 ຄອງ, ຄອງເໝືອງຊອຍ ຂັ້ນ 2 ຍາວ 20.598 ແມັດ, ຄອງເໝືອງ

ຊອຍຂັ້ນ 3 (ຄອງຫົດ) ຍາວ 5.865 ແມັດ), ໂຄງການຊົນລະປະທານດັ່ງກ່າວກວມເອົາ 21 ບ້ານຂອງ 2 ເມືອງຄືເມືອງ

ນາຊາຍທອງ 19 ບ້ານ ແລະ ເມືອງໄຊທານີ 2 ບ້ານ, ມີເນື້ອທີ່ຜະລິດລະດູຝົນ 3.000 ເຮັກຕາ, ລະດູແລ້ງ 2.400 ເຮັກ

ຕາ, ຊຶ່ງທາງກະຊວງກະສິກຳ ແລະ ປ່າໄມ້ໄດ້ກຳນົດເປັນຈຸດສຸມປູກເຂົ້າ.

 

ທ່ານເຈົ້າເມືອງກ່າວວ່າ: ການເປີດນຳໃຊ້ຊົນລະປະທານນ້ຳຫຸມ ແມ່ນສຸດທີ່ມີຄວາມໝາຍສຳຄັນໃນທົ່ວນະຄອນຫຼວງ

ວຽງຈັນ ແລະ ຖືວ່າເປັນການເລີ່ມຕົ້ນການຜະລິດລະດູແລ້ງປະຈຳປີ 2014-2015, ພ້ອມນັ້ນ ຍັງເປັນການສະເຫຼີມສະ

ຫຼອງວັນຊົນລະປະທານແຫ່ງຊາດຄົບຮອບ 4 ປີ, ທັງເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຂອງຊາດ

ອື່ນໆອີກ, ພ້ອມທັງເປັນການປູກຈິດສຳນຶກໃຫ້ແກ່ປະຊາຊົນບັນດາເຜົ່າເຂົ້າໃຈ ແລະ ເຫັນໄດ້ຄວາມສຳຄັນຂອງວຽກ

ງານກະສິກຳ ແລະ ປ່າໄມ້ ຕໍ່ກັບການດຳລົງຊີວິດ, ການສ້າງຊີວິດຄອບຄົວໃຫ້ມີຢູ່ມີກິນໃນເຂື່ອນໄຂໃໝ່, ດັ່ງຄຳສຸພາ

ສິດທີ່ວ່າ “ ທຸກບໍ່ມີເຂົ້າຢູ່ທ້ອງນອນລີ້ຢູ່ກໍບໍ່ເປັນ ” ຊຶ່ງອັນນີ້ເປັນປັດສະຍາຕົວຈິງທີ່ພົ້ນເດັ່ນໃນສັງຄົມ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...