Homeຂ່າວພາຍ​ໃນບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນທຸລະກິດລາວ

ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ ບໍ່ຄຳ-ທອງ ເຊໂປນ ສະໜັບສະໜູນທຸລະກິດລາວ

Published on

ໃນອາທິດຜ່ານມາ, ຜູ້ອຳນວຍການໃຫຍ່ຂອງ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ, ທ່ານ ສະໝານ ອະເນກາ ໄດ້ມອບ 80 ລ້ານກີບ ໃຫ້ແກ່ ທ່ານ ດາວວອນ ພະຈັນທະວົງ, ຮອງປະທານກິຕິມະສັກ ຂອງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ (ສຄອຊ).

ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ LXML ໄດ້ກ່າວວ່າ: “ການປະກອບສ່ວນນີ້ຈະສືບຕໍ່ສະໜັບສະໜູນການສ້າງຄວາມອາດສາມາດ ແລະ ສົ່ງເສີມພາກທຸລະກິດ ຢູ່ໃນ ສປປ ລາວ ໂດຍສະເພາະ ໃນໄລຍະການຟື້ຟູຈາກ ຜົນກະທົບຂອງການລະບາດພະຍາດ COVID-19.”

ປີນີ້ເປັນປີທີ 9 ທີ່ LXML ໄດ້ປະກອບສ່ວນຕໍ່ LNCCI ໃນຖານະທີ່ເປັນສະມາຊິກ ເພື່ອສະໜັບສະໜູນຄວາມອາດສາມາດຂອງພາກທຸລະກິດໃນ ສປປ ລາວ.

LXML ບໍ່ຄຳ-ທອງເຊໂປນ ເປັນທຸລະກິດຂະໜາດໃຫຍ່ໃນ ສປປ ລາວ ທີ່ ດຳເນີນການຂຸດຄົ້ນ-ປຸງແຕ່ງ-ຜະລິດແຮ່ທອງ-ຄຳ ແບບບໍ່ເປີດໜ້າດິນ ຢູ່ໃນແຂວງສະຫວັນນະເຂດ ຕັ້ງແຕ່ປີ 2003. ໃນສອງທົດສະວັດຜ່ານມາ, LXML ໄດ້ປະກອບສ່ວນຫຼາຍກວ່າ US$1,6 ຕື້ ເປັນລາຍຮັບໂດຍກົງໃຫ້ແກ່ລັດຖະບານລາວ ຜ່ານການຈ່າຍພາສີອາກອນ ແລະ ຄ່າຊັບພະຍາກອນແຮ່ທາດ, ຫຼາຍຮ້ອຍລ້ານໂດລາເປັນຜົນປະໂຫຍດທາງອ້ອມ ຜ່ານການພັດທະນາຊຸມຊົນ, ການສ້າງວຽກເຮັດງານທຳ ແລະ ການຝຶກອົບຮົມສ້າງສີມືແຮງງານ.

ໃນຊຸມຊົນເມືອງວິລະບູລີ ໄດ້ມີປະຊາຊົນກວ່າ 40.000 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກ ໂຄງການພັດທະນາຊຸມຊົນ ຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ US$13 ລ້ານ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນກໍໄດ້ທະວີຄູນຂຶ້ນເປັນ US$47 ລ້ານ.

ໃນຕົ້ນເດືອນນີ້, LXML ໄດ້ສະເຫຼີມສະຫຼອງການເປີດອຸມົງທາງເຂົ້າເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນຢູ່ພາກສະໜາມບໍ່ຄຳ-ທອງ ເຊໂປນ. ໂຄງການດັ່ງກ່າວແນໃສ່ສ້າງບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດຢູ່ໃນ ສປປ ລາວ. ການພັດທະນາໃໝ່ນີ້ ຈະຍືດອາຍຸຂອງບໍ່ຄຳ-ທອງ ເຊໂປນ ດ້ວຍອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ນຳໜ້າໃນໂລກ.

LXML ໄດ້ຮັບໃບຍ້ອງຍໍປະເພດ A+ ຈາກລັດຖະບານລາວ ຢ່າງສະເໝີມາເປັນໄລຍະ 10 ປີ ແລະ ທັງໄດ້ຮັບລາງວັນຫຼາຍປະເພດ ທີ່ຮັບຮູ້ ການປະກອບສ່ວນຂອງບໍລິສັດເຂົ້າໃນການພັດທະນາ ເສດຖະກິດ ແລະ ສັງຄົມ ຂອງ ສປປ ລາວ ລວມທັງ: ລາງວັນຜູ້ນຳທຸລະກິດດີເດັ່ນໃນການປ້ອງກັນ COVID-19 ໃນ ສປປ ລາວ, ລາງວັນທຸລະກິດອາຊຽນ 2020 ສຳລັບການສະກັດກັ້ນ COVID-19, ແລະ ລາງວັນ “ອາຊຽນ” ດີເດັ່ນດ້ານແຮ່ທາດ ໃນປີ 2019 ແລະ 2017.

LXML ໝາຍໝັ້ນສ້າງເປັນບໍລິສັດບໍ່ແຮ່ຕົວແບບທີ່ດີເລີດ ແລະ ເປັນຄູ່ຮ່ວມພັດທະນາ ຢູ່ໃນ ສປປ ລາວ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...