spot_img
Homeຂ່າວພາຍ​ໃນມີແລ້ວ! ຈຸດຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດໃນນະຄອນຫຼວງວຽງຈັນ

ມີແລ້ວ! ຈຸດຂາຍປີ້ລົດໄຟລາວ-ຈີນແຫ່ງທຳອິດໃນນະຄອນຫຼວງວຽງຈັນ

Published on

ອີງຕາມການລາຍງານຈາກວິທະຍຸສາກົນແຫ່ງປະເທດຈີນປະຈຳລາວ CRI ໄດ້ລາຍງານວ່າ: ໃນວັນທີ 25 ກຸມພາ 2022 ບໍລິສັດທາງລົດໄຟລາວ-ຈີນ ໄດ້ເລີ່ມເປີດບໍລິການຂາຍປີ້ຈຸດທໍາອິດຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ ເຊິ່ງຕັ້ງຢູ່ສູນການຄ້າວຽງຈັນເຊັນເຕີຊັ້ນໜຶ່ງ ເຂດຖະໜົນຄູວຽງ

ຈຸດຂາຍປີ້ລົດໄຟດັ່ງກ່າວ ໄດ້ບໍລິການຂາຍປີ້ໂດຍສານໄປວຽງຈັນ-ບໍ່ເຕັນ ແລະ ວຽງຈັນ-ຫຼວງພະບາງ, ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນລວມທັງມື້ເດີນທາງ. ຜູ້ໂດຍສານ 1 ຄົນ ສາມາດຊື້ໄດ້ 2 ປີ້, ເພື່ອຍົກສູງປະສິດທິພາບ ແລະການຊໍາລະທີ່ສະດວກໃຫ້ຜູ້ໂດຍສານ ບໍລິສັດທາງລົດໄຟໄດ້ກໍານົດການຈ່າຍເງິນຜ່ານທາງບັດທະນາຄານເຊັ່ນ: one Play, Unian play, ແລະອື່ນໆ ແຕ່ບໍ່ຮັບເງິນສົດ, ນອກນີ້, ຜູ້ໂດຍສານຊຶ້ປີ້ທາງລົດໄຟຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.
ເວລາ 10.00-12.00 ໂມງ, ຕອນບ່າຍ 12.30-15.30 ໂມງ, ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ. ຈຸດຂາຍປີ້ຍັງມີບ່ອນແຈ້ງຂໍ້ມູນກ່ຽວກັບຖ້ຽວລົດໄຟ, ລາຄາປີ້. ບໍ່ມີການຂາຍປີ້ຕ່າງແຂວງ ແລະປີ້ເດັກນ້ອຍ ແລະບໍ່ຮັບສົ່ງປີ້ຄືນ (ຖ້າຢາກສົ່ງຄືນໃຫ້ໄປສະຖານີນະຄອນຫຼວງ).
ທ່ານ ຢວນໝິ່ງຫາວ ອໍານວຍການໃຫຍ່ທາງລົດໄຟລາວ-ຈີນກ່າວວ່າ: ເພື່ອອໍານວຍຄວາມສະດວກໃຫ້ແກ່ການເດີນທາງໃຫ້ກັບປະຊາຊົນ, ໃນອະນະນາຄົດຍັງຈະມີແຜນການປັບປຸງລະບົບບໍລິການຂາຍປີ້ຜູ້ສານ ເພື່ອໃຫ້ມວນຊົນສາມາດຊື້ປີ້ໄດ້ແບບອອນລາຍ ແລະມີປ່ອງຂາຍປີ້ຕ່າງໆຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...