spot_img
Homeນານາສາລະເປືອກ​ໝາກກ້ຽງ ແລະ​ ເປືອກໝາກ​ນາວ ກັບ​ປະໂຫຍດ​ໜ້າ​ຮູ້​ຄູ່​ເຮືອນ

ເປືອກ​ໝາກກ້ຽງ ແລະ​ ເປືອກໝາກ​ນາວ ກັບ​ປະໂຫຍດ​ໜ້າ​ຮູ້​ຄູ່​ເຮືອນ

Published on

 orangelemon

 

ໝາກໄມ້​ບາງ​ຊະນິດ​ທີ່​ມີ​ເປືອກ ເວລາ​ຈະ​ຮັບມາປະທານ​ກໍ​ຕ້ອງ​ປອກ​ເປືອກ​ຖິ້ມ​ກ່ອນ ເພື່ອ​ໃຫ້​ຮັບປະທານ​ໄດ້​ຢ່າງ​ສະ​ດວກ ແຕ່​ເປືອກ​ທີ່​ປອກ​ອອກ​ໄປ​ນັ້ນ​ຢ່າຟ້າວນຳ​ໄປ​ຖິ້ມ​ ເພາະ​ຍັງ​ນຳ​ກັບ​ມາ​ໃຊ້​ໃຫ້​ເກີດ​ປະໂຫຍດ​ໄດ້​ອີກ ໂດຍ​ສະເພາະ​ເປືອກ​ຫມາກໄມ້​ປະ​ເພດ​ໝາກກ້ຽງ ແລະ ​ໝາກ​ນາວ ວ່າ​ແຕ່​ຈະ​ນຳ​ໄປ​ເຮັດ​ປະໂຫຍດ​ຫຍັງ​ໄດ້​ອີກ​ນຳ ລອງ​ໄປ​ເບິ່ງ​ກັນ​ເລີຍ​

ເປືອກ ຂອງ​ໝາກກ້ຽງ, ໝາກກ້ຽງໃຫຍ່, ໝາກ​ນາວ ແລະ ​ຫມາກໄມ້​ຕະກູນ​ໄຊ​ຕັດ ທີ່​ຖືກ​ປອກ​ອອກ​ມາ​ແລ້ວ ກ່ອນທີ່ຈະ​ນຳ​ໄປ​ເຮັດ​ປະໂຫຍດ​ຢ່າງ​ອື່ນ​ຕໍ່ໄປ​ນັ້ນ ຄວນ​ມີ​ການເຮັດ​ຄວາມ​ສະ​ອາດ​ໃຫ້​ຮຽບຮ້ອຍ​ກ່ອນ ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ລ້າງ​ສານ​ເຄ​ມີ ຫລື​ຄາບ​ຕ່າງໆ ທີ່​ຕິດ​ຢູ່​ເທິງ​ຜິວ​ເປືອກ​ອອກ​ໄປ​ໃຫ້​ໝົດ ຈາກ​ນັ້ນ​ສາມາດ​ນຳ​ໄປ​ໃຊ້​ປະໂຫຍດ​ໄດ້​ດັ່ງນີ້

  1. ເປືອກ​ໝາກ​ນາ
  • ໃຊ້​ຂັດ​ຖູ​ຕາມ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ​ເວລາ​ອາບ​ນ້ຳ ຊ່ວຍ​ກຳຈັດ​ຄາບຂີ້​ໄຄ ເຮັດໃຫ້​ຮ່າງກາຍ​ສະ​ອາດ ຫອມ​ສົດ​ຊື່ນ
  • ໃສ່​ເປືອກ​ມະ​ນາວ​ລົງ​ໃນ​ນ້ຳ​ຊາ ເພື່ອ​ເພີ່ມ​ລົດ​ຊາດ​ໃຫ້​ແຊບຂື້ນ
  • ໃຊ້​ໃສ່​ໃນ​ໄກ່​ປິ້ງ ເພື່ອ​ເພີ່ມ​ກິ່ນ ແລະ ​ລົດ​ຊາດ​ໃຫ້​ໜ້າ​ຮັບປະທານ
  1. ເປືອກ​ໝາກກ້ຽງ
  • ໃຊ້​ເພີ່ມ​ຄວາມ​ນຸ່ມ​ນວນ​ໃຫ້​ນ້ຳ​ຕານ​​ແດງ ໂດຍ​ນຳ​ໄປ​ໃສ່​ໄວ້​ໃນ​ໂຫລ​ນ້ຳ​ຕານ​ແດງ
  • ໃຊ້​ເປັນ​ເຄື່ອງ​ປຸງ​ໃນ​ເຄື່ອງ​ດື່ມ​ປະ​ເພດ​ຄັອກ​ເທວ
  • ໃຊ້​ເຮັດ​ແຍມ ນອກ​ຈາກ​ຊີ້ນໝາກກ້ຽງ​ແລ້ວ​ເປືອກ​ກໍ​ຍັງ​ນຳ​ໄປ​ເຮັດ​ເປັນ​ແຍມ​ໄດ້​ອີກ
  • ເພີ່ມ​ຄວາມ​ສົດ​ຊື່ນ​ໃຫ້​ຖົງ​ຕີນ ໂດຍ​ເຮັດໃຫ້​ແຫ້ງ ​ບັນ​ຈຸ​ໃສ່​ໃນ​ຊອງ​ ຫລື ​ຖົງ ເຈາະ​ລູ​ໃຫ້​ລະບາຍ​ກິ່ນ​ອອກ​ມາ ແລ້ວ​ນຳ​ໄປ​ວາງ​ໄວ້​ຕາມ​ຕູ້ເກີບ
  • ໃຊ້​ເຮັດ​ເປັນ​ປຸ໋ຍ​ໄດ້ ໂດຍ​ນຳ​ໄປ​ວາງ​ກອງ​ກັນ​ໄວ້​ຕາມ​ບໍລິເວນ​ຕົ້ນ​ໄມ້ ແລ້ວ​ປ່ອຍ​ໃຫ້​ຍ່ອຍສະ​ລາຍ​ລົງ​ດິນ​ໄປ​ເອງ
  • ນຳ​ໄປ​ຂັດ​ຖູ​ພື້ນ​ເກີບ ເພື່ອ​ກຳຈັດ​ຄາບ​ນ້ຳ​ມັນ​ຕ່າງໆ
  • ໃຊ້​ຖູ​ທີ່​ຜິວ​ກາຍ ເພື່ອ​ໄລ່​ແມງ​ທີ່​ມາ​ລົບກວນ​ໃນ​ຕອນ​ກາງ​ຄືນ​ໄດ້

         3 ເປືອກ​ໝາກກ້ຽງໃຫຍ່

  • ນຳ​ເປືອກ​ໝາກກ້ຽງໃຫຍ່​ທີ່​ຜ່ານ​ການ​ຕົ້ມ​ແລ້ວ ມາ​ໃຊ້​ຂັດ​ຖູ​ພາ​ຊະນະ​ປະ​ເພດ​ອະ​ລູ​ມິ​ນຽມ ເຊັ່ນ ຕະ​ຫລິວ, ຈອງ ຈະ​ເຮັດໃຫ້​ພາ​ຊະນະ​ເຫລົ່າ​ນີ້​ເງົາ​ງາມ​ຄື​ໃໝ່
  • ໃຊ້​ກັ່ນ​ເຮັດ​ເປັນ​ນ້ຳ​ຫອມ
  • ນຳ​ມາ​ເຮັດ​ແຍມ ຫລື ​ຂະໜົມ

 

 

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...