spot_img
Homeຂ່າວການພັດທະນາU-MONEY ໄດ້ຮັບລາງວັນ SME ນະວັດຕະກໍາດີເດັ່ນ (SME Innovation Excellence Award)

U-MONEY ໄດ້ຮັບລາງວັນ SME ນະວັດຕະກໍາດີເດັ່ນ (SME Innovation Excellence Award)

Published on

ບໍລິສັດ ສະຕາ ຟິນເທັກ ຈຳກັດ ຜູ້ດຽວ ໄດ້ຮັບລາງວັນລະດັບປະເທດອີກ​ຄັ້ງ ນັ້ນ​ກໍຄື: ລາງວັນປະເພດທຸລະກິດ SME ດີເດັ່ນ – ຂະແໜງການ ນະວັດຕະກໍາດີເດັ່ນ (SME Innovation Excellence Award) ຈາກງານປະກາດລາງວັນ ທຸລະກິດອາຊຽນດີເດັ່ນ ແຫ່ງ ສປປລາວ ປະຈຳປີ 2021  ເຊີ່ງ ລາງວັນຖືກຈັດຂື້ນໂດຍ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ເຊີ່ງໂຄງການປະກາດລາງວັນ ດັ່ງກ່າວນີ້ ແມ່ນຖືກ ຈັດຕັ້ງຂື້ນທຸກໆ ປີໂດຍຈະມີບັນດາ ບໍລິສັດພາຍໃນປະເທດເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ວ່າງບໍ່ດົນມານີ້ U-MONEY ກໍ່ໄດ້ຮັບ ລາງວັນ ນັກທຸລະກິດຊັ້ນນຳດີເດັ່ນ ສຄອຊ ໃນໄລຍະໂຄວິດ 19 ປະຈຳປີ 2021.

ນອກນັ້ນໃນ ປີ 2020 ທີ່ ຜ່ານມາ U-MONEY ໄດ້ຮັບລາງວັນ ລະດັບສາກົນ ລາງວັນ Silver Stevie  ໃນຫົວຂໍ້ “ນະວັດຕະກຳໃໝ່ ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ” (Award for Innovation in Consumer Products & Services) ທີ່ສະໜອງບໍລິການ-ການເງິນຜ່ານມືຖື ໃນ ສປປ ລາວ ປະກາດລາງວັນໂດຍ Asia-Pacific Stevie Awards 2020. ນອກນັ້ນຍັງໄດ້ຮັບລາງວັນຈາກ IT world Awards 2020 ຈັດໂດຍ Network Product Guide ໃນໝວດໝູ່: ຜະລິດຕະພັນ ແລະ ການບໍລິການທີ່ສະໜອງດ້ານເຕັກໂນໂລຊີ ໃນຂົງເຂດວຽກງານການເງິນ, ການທະນາຄານ ແລະ ປະກັນໄພ (IT Products & Services for Finance, Banking and Insurance ).

ດ້ວຍຜົນງານການຄົ້ນຄວ້າປະດິດສ້າງ, ການສ້າງສັນ, ດ້ວຍຄວາມພະຍາຍາມ ໃນການສະໜອງບໍລິການທີ່ດີທີ່ສຸດອອກສູ່ສັງຄົມ ດ້ວຍເປົ້າໝາຍສະໜອງບໍລິການດ້ານການເງິນເທີງມືຖື ລົງທຸກຂົງເຂດ ໃນທົ່ວປະເທດເພື່ອຊ່ວຍໃຫ້ປະຊາຊົນ ສາມາດເຂົ້າເຖີງການເງິນ ດີຈີຕອນທີ່ທັນສະໄໝທີ່ສຸດໄດ້ຢ່າງທົ່ວເຖີງ ເພື່ອຍົກສູງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂື້ນ, ດ້ວຍຄຸນຄ່າ ການບໍລິການ ຕະຫຼອດໄລຍະເວລາ 3 ປີຜ່ານມາ U-MONEY ໄດ້ຮັບລາງວັນ ເຖີງ 4 ລາງວັນ ໃນລະດັບພາຍໃນ ປະເທດ ແລະ ສາກົນ , ເຊີ່ງເປັນລາງວັນທີ່ຊົງຄຸນຄ່າ , ພາກພູມໃຈຂອງອ້າພຍນ້ອງພະນັກງານ ເວົ້າສະເພາະ.

ດ້ວຍສະຖານະການ ຂອງການແຜ່ເຊື້ອພະຍາດໂຄວິດໃນປະຈຸບັນ, ປະຊາຊົນຕ້ອງມີການປັບຕົວເຂົ້າໃນການດຳລົງຊີວິດແບບໃໝ່ (New Normal) ເຊີ່ງແນ່ນອນການນຳໃຊ້ເທັກໂນໂລຢີ ເຂົ້າໃນການເອື້ອຍອຳນວຍຄວາມສະດວກຈື່ງມີຄວ່າ ຈຳເປັນຢ່າງຍີ່ງໃນປະຈຸບັນ ເປັນຕົ້ນຂົງເຂດວຽກງານການເງິນ, ບໍລິການ U-MONEY ຈື່ງເປັນອີກໜື່ງບໍລິການທີ່ເໝາະສົມທີ່ສຸດຍຸກນີ້ເພາະບໍລິການ U-MONEY ເປັນບໍລິການ ກະເປົາເງິນ ເອເຣັກໂທຼນິກ ສາມາດເຮັດທຸລະກຳ ໂອນເງິນ-ຖອນເງິນ ອອກເປັນເງິນສົດ – ການຊໍາລະ ບໍລິການ ໂທລະຄົມ, ປະກັນໄພ, ນ້ຳປະປາ ແລະ ເຊົ່າສິນເຊື່ອຕ່າງໆ ໂດຍຜ່ານລະບົບມືຖື ລວມທັງການເຊື່ອມຕໍ່ກັບບັນດາທະນາຄານ ຊັ້ນນຳໄດ້ , ເຊີ່ງສາມາດຫລຸດຜ່ອນການນຳໃຊ້ເງິນສົດ ຫລີກລ່ຽງການສຳພັດ ເຊີ່ງກັນແລະ ກັນໄດ້ເປັນຢ່າງດີ. ຜ່ານໄລຍະເວລາ 3 ປີ U-MONEY ໄດ້ມີການຂະຫຍາຍເລກໝາຍລົງທະບຽນ ບໍລິການເຖີງ 1,6 ລ້ານເລກໝາຍ, ມີການຂະຫຍາຍຮ້ານຕົວແທນ ຫຼາຍກ່ວາ 10,000 ຮ້ານຕົວແທນ, ຂະຫຍາຍຮ້ານຮັບຊຳລະຜ່ານ QR code ຮ້ານຄ້າຕ່າງໆ ຫຼາຍກວ່າ 70.000 ຮ້ານຄ້າ ໃນຂອບເຂດທົ່ວປະເທດ.

U-MONEY ຈະບໍ່ຢຸດຢັ້້ງ ການພັດທະນາຜະລິດຕະພັນ ໂດຍຄໍານືງເຖີງຜົນປະໂຫຍດສູງສຸດໃຫ້ກັບປະຊາຊົນ , ຮັບໃຊ້ປະຊາຊົນ ແລະ ຮັບໃຊ້ສັງຄົມ ເປັນຕົ້ນປະຊາຊົນ ທີ່ດໍາລົງຊີວິດຢູ່ເຂດຫ່າງໄກສອກຫຼີກ ກໍ່ສາມາດເຂົ້າເຖິງ ບໍລິການດ້ານການເງິນ – ການທະນາຄານ ໄດ້ຢ່າງສະດວກ ເພື່ອພັກດັນໃຫ້ບັນດາ ປະຊາຊົນຮູ້ນໍາໃຊ້ ແລະ ເຂົ້າ ເຖິງ ທຸລະກຳ ທາງດ້ານການເງິນໃນຮູບແບບດີຈີຕອນ ເຊິ່ງຈະເຮັດໃຫ້ເປັນການ ສົ່ງເສີມ ສ້າງພື້ນຖານ ໃນການພັດທະນາ ເສດຖະກິດຊຸມຊົນໃຫ້ນັບມື້ຈະເລີນຮຸ່ງເຮືອງຍີ່ງຂຶ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...