spot_img
Homeຂ່າວພາຍ​ໃນແມ່ໂຍນລູກນ້ອຍອາຍຸ 3 ປີ ລົງໃນຄອກໝີ ເຈົ້າໜ້າທີ່ຕັ້ງຂໍ້ຫາ"ພະຍາຍາມຂ້າ"

ແມ່ໂຍນລູກນ້ອຍອາຍຸ 3 ປີ ລົງໃນຄອກໝີ ເຈົ້າໜ້າທີ່ຕັ້ງຂໍ້ຫາ”ພະຍາຍາມຂ້າ”

Published on

ໃນວັນທີ 31 ມັງກອນ 2022 ສຳນັກຂ່າວລັດເຊຍທູເດເປີດເຜີຍວີດີໂອແມ່ຄົນໜຶ່ງຍູ້ລູກສາວອາຍຸພຽງ 3 ປີ ຕົກລົງໄປໃນຄອກໝີຂອງສວນສັດແຫ່ງໜຶ່ງໃນອຸດສະເບກິດສະຖານ, ລັດເຊຍ ແຕ່ເດັກນ້ອຍຍັງມີບຸນທີ່ໂຕໝີບໍ່ໄດ້ເຮັດຫຍັງ ແຕ່ເດັກນ້ອຍກໍໄດ້ຮັບບາດເຈັບຈາກການຍູ້ຈົນຕົກຈາກທີ່ສູງ.

ເຫດການໃນຄັ້ງນີ້ເກີດຂຶ້ນຢູ່ໃນຕົວເມືອງ ຂອງເມືອງຫຼວງອຸສະເບກິດສະຖານ ເຊິ່ງກ້ອງວົງຈອນປິດໄດ້ຈັບພາບຜູ້ຍິງຄົນໜຶ່ງກຳລັງຍົກລູກສາວອາຍຸ 3 ປີ ຂ້າມຮົ້ວບໍລິເວນຄອກໝີສີນ້ຳຕານ ກ່ອນຈະໂຍນລູກລົງໄປໃນຄອກທີ່ຄວາມສູງປະມານ 5 ແມັດ ຫຼັງຈາກເດັກນ້ອຍທີ່ຕົກລົງມາແຕ່ຍັງໂຊກດີ ທີ່ໝີຢູ່ໃນຄອກມີແຕ່ເຂົ້າມາດົ່ມເດັກນ້ອຍແລ້ວກໍຢ່າງໜີໄປ.

ກົດເຂົ້າເບິ່ງວີດີໂອໄດ້ທີ່ລີ້ງ: https://t.me/rt_russian/90333

ຢ່າງໃດກໍຕາມຫຼັງຈາກທີ່ເດັກນ້ອຍໄດ້ຮັບບາດເຈັບຈາກການຕົກລົງມາຈາກທີ່ສູງ ເຈົ້າໜ້າທີ່ກໍຮີບເຂົ້າໄປຊ່ວຍເຫຼືອເດັກນ້ອຍອອກມາ ແລະ ນຳໂຕສົ່ງໂຮງໝໍໃນທັນທີ. ຂະນະທີ່ເຈົ້າໜ້າທີ່ໄດ້ສຶບສວນ-ສອບສວນແມ່ຂອງເດັກນ້ອຍໄດ້ລະບຸວ່າ: ມີອາການປ່ວຍເປັນໂລກຊຶມເສົ້າ ແລະ ຊີວິດຄອບຄົວມີປັນຫາຫຼາຍດ້ານຈົນໄດ້ຮັບການຊ່ວຍເຫຼືອຈາກລັດມາໄລຍະໜຶ່ງແລ້ວ ແຕ່ຈາກເຫດການນີ້ເຈົ້າໜ້າທີ່ໄດ້ຕັ້ງຂໍ້ຫາພະຍາຍາມຂ້າ ຖ້າຫາກແມ່ຂອງເດັກນ້ອຍໄດ້ຖືກຕັດສິນວ່າມີຄວາມຜິດແທ້ ອາດຈະໄດ້ຕິດຄຸກເຖິງ 15 ປີ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...