spot_img
Homeຂ່າວການຊ່ວຍເຫຼືອເມືອງປາກແຊງ ແຂວງ ຫຼວງພະບາງ ມອບທຶນຊ່ວຍເຫຼືອຄອບຄົວ ດ້ານກະສິກໍາໂພຊະນາການ

ເມືອງປາກແຊງ ແຂວງ ຫຼວງພະບາງ ມອບທຶນຊ່ວຍເຫຼືອຄອບຄົວ ດ້ານກະສິກໍາໂພຊະນາການ

Published on

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງປາກແຊງ ແຂວງຫຼວງພະບາງ ໄດ້ຈັດພິທີ-ມອບຮັບທຶນຊ່ວຍເຫຼືອໃຫ້ຄອບຄົວເປົ້າໝາຍ ຂອງໂຄງການປູກຈິດສໍານຶກດ້ານກະສິກໍາໂພຊະນາການ ໃນຫວ່າງບໍ່ດົນຜ່ານມານີ້ ທີ່ສະໂມສອນບ້ານຫາດຜາອົດ ໂດຍເປັນປະທານ ຂອງທ່ານ ອະນຸສັກ ພອນສະຫວັນ ຮອງເຈົ້າເມືອງປາກແຊງ, ມີທ່ານ ນາງ ພອນສຸກ ຈັນທະວີ ຫົວໜ້າໂຄງການປູກຈິດສໍານຶກດ້ານກະສິກໍາໂພຊະນາການ (ນູຊັບ), ທີມງານໂຄງການ ແລະ ປະຊາຊົນຜູ້ທີ່ມີເປົ້າໝາຍເຂົ້າຮ່ວມ 30 ກ່ວາຄົນ.

ໂຄງການປູກຈິດສໍານຶກດ້ານກະສິກໍາໂພຊະນາການ ເປັນໂຄງການເພື່ອປັບປຸງຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ໂພຊະນາການ ເປັນວຽກງານສົ່ງເສີມການຜະລິດກະສິກໍາແບບຍືນຍົງ ເພື່ອຕອບສະໜອງອາຫານທີ່ມີສານໂພຊະນາການ ແກ່ຄອບຄົວເຮືອນທີ່ມີຄວາມສ່ຽງ ຫຼື ຄອບຄົວ 1.000 ວັນ,ໂດຍສະເພາະແມ່ນເດັກລຸ່ມອາຍຸ 5 ປີ ແລະ ແມ່ຍິງໄວຈະເລີນພັນອາຍຸ 15-45 ປີ, ຮູບແບບການສະໜອງທຶນຂອງໂຄງການແມ່ນໄດ້ມອບເງິນໃຫ້ອົງການຈັດຕັ້ງບ້ານ 35 ລ້ານກີບ, ເພື່ອສຸມໃສ່ການປູກ, ການລ້ຽງ ພືດທີ່ມີອາຍຸສັ້ນ ແລະ ມີວິຕາມິນ ເພື່ອເອົາມາບໍລິໂພກປະຈໍາວັນ, ກ່ອນຈະໄດ້ຮັບທຶນດັ່ງກ່າວນັ້ນ ຄອບຄົວເປົ້າໝາຍແມ່ນຈະໄດ້ຮັບການຕິດຕາມ ແລະ ປະເມີນ ຂອງອົງການຈັດຕັ້ງບ້ານ ແລະ ອົງການຈັດຕັ້ງບ້ານຕ້ອງໄດ້ເຂົ້າຮ່ວມກອງປະຊຸມໃນແຕ່ລະບາດກ້າວຂອງການວາງແຜນກິດຈະກໍາ.

ຜ່ານມາທາງທີມງານຂອງເມືອງໄດ້ຈັດກອງປະຊຸມຮ່ວມກັບບ້ານ ແລະ ຄອບຄົວເປົ້າໝາຍຄື: ກອງປະຊຸມທີ 1 ເປີດໂຕໂຄງການ, ສະເໜີຈຸດປະສົງ, ນະໂຍບາຍຂອງໂຄງການ, ກອງປະຊຸມຄັ້ງທີ 2 ການສ້າງປະຕິທິນອາຫານ, ວິເຄາະລະດູການຂາດອາຫານທີ່ຕິດພັນກັບກິດຈະກໍາໂພຊະນາການ, ສາທິດການປຸງແຕ່ງອາ ຫານຄັ້ງທີໜຶ່ງ, ກອງປະຊຸມຄັ້ງທີ 3 ມາດຖານເງື່ອນໄຂສໍາລັບຄອບຄົວທີ່ມີສິດໄດ້ຮັບການສະໜອງທຶນ,ອາສາສະໝັກຂັ້ນບ້ານຂຽນແບບຟອມສະເໜີຂໍທຶນຂອງຄອບຄົວ, ສາທິດການປຸງແຕ່ງອາຫານຄັ້ງທີສອງ, ກອງປະຊຸມຄັ້ງທີ 4 ມາດຖານເງື່ອນໄຂສໍາລັບທຶນລວມບ້ານ, ສາທິດການປຸງແຕ່ງອາຫານຄັ້ງທີສາມ, ຄັ້ງທີ 5 ວາງແຜນການຈັດຕັ້ງປະຕິບັດກິດຈະກໍາຂອງຄອບຄົວ, ກວດກາແບບຟອມສະເໜີຂໍທຶນຂອງຄອບຄົວ ແລະ ທຶນລວມບ້ານ, ຄັ້ງທີ 6 ຝຶກອົບຮົມແນະນໍາເຕັກນິກການສ້າງຄອກ, ເຕັກນິກການປູກພືດຜັກ, ພ້ອມນີ້ທາງວິຊາການຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ຜູ້ຮັບຜິດຊອບໄດ້ອະທິບາຍການຈັດຕັ້ງປະຕິບັດທຶນດັ່ງກ່າວ ເພື່ອເຮັດໃຫ້ຄອບຄົວເປົ້າໝາຍໄປນໍາໃຊ້ເຂົ້າໃນການປູກພືດຜັກ, ການລ້ຽງສັດປີກໃຫ້ມີອາ ຫານບໍລິໂພກປະຈໍາວັນ ສາມາດແກ້ໄຂການຂາດສານອາຫານຢູ່ພາຍໃນຄອບຄົວ.

ສໍາລັບງົບປະມານທີ່ມອບໃນຄັ້ງນີ້ ມີທັງໝົດ 35 ລ້ານກີບ ມີ 35 ຄອບຄົວ ແລະ ທາງຫ້ອງການກະສິກໍາ ແລະ ປ່າໄມ້ ຍັງຈະສືບຕໍ່ມອບ-ຮັບທຶນດັ່ງກ່າວໃຫ້ບ້ານເປົ້າໝາຍ 9 ບ້ານຕື່ມອີກ.

ແຫຼ່ງຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...