spot_img
Homeຄວາມງາມ9 ອາຫານແກ້ເມົາຄ້າງສໍາຫລັບສາວໆ

9 ອາຫານແກ້ເມົາຄ້າງສໍາຫລັບສາວໆ

Published on

1

ົ້າໜົມ​ປັງ​ໂຮ​ວີ

ເຂົ້າໜົມ​ປັງ​ໂຮມ​ວີດ ຖື​ເປັນ​ເຂົ້າໜົມ​ປັງ​ທີ່​ອຸດົມ​ໄປ​ດ້ວຍ​ທັນ​ຍະພືດ​ນານາ​ຊະນິດ ເຊິ່ງ​ຈະ​ສາມາດ​ຊ່ວຍ​ດູດ​ຊຶມ​ແອວ​ກໍ​ຮໍ​ໃນ​ຮ່າງກາຍ​ໄດ້​ເປັນ​ຢ່າງ​ດີ

2

ເຂົ້າ​ຈ້າວ

ເຂົ້າ​ຈ້າວຮ້ອນ​ ໆ ຍ່ອຍ​ງ່າຍ ສະບາຍ​ທ້ອງ ແຖມ​ໃຫ້​ພະລັງ​ງານ ຕື່ນ​ເຊົ້າ​ມາ​ກໍ​ກິນໄດ້​ເລີຍ​ ນອກ​ຈາກ​ນີ້​ຍັງ​ສາມາດ​ເອົາ​ມາ​ປະຄົບ​ໜ້າ​ໄດ້ໄດ້ນໍາ​ອີກ​ ແຕ່​ອັນ​ນີ້​ຕ້ອງ​ນຳ​ເຂົ້າ​ຈ້າວ​ແຊ່​ໄວ້​ໃນ​ຕູ້​ເຢັນ​ກ່ອນ​ ເມື່ອ​ເຂົ້າ​ເຢັນ​ແລ້ວ​ໃຫ້​ນຳ​ອອກ​ມາ​ໃສ່​ຜ້າ​ຂາວ​ບາງ​ໆແລ້ວ​ຄ່ອຍ​ ໆ ເອົາ​ມາ​ປະ​ຄົບ​ລົງ​ເທິງ​ໜ້າ ​ແລະ ​ເປືອກ​ຕາ ປະ​ຄົບ​ຖິ້ມ​ໄວ້​ປະ​ມານ 5 ນາ​ທີ ອາການ​ເມົາຄ້າງຈະ​ຫາຍ​ໄປ ​ແລະ ​ຈະ​ຮູ້ສຶກ​ສົດ​ຊື່ນ​ຂຶ້ນ​ໄດ້​

3

 ເຂົ້າໜົມສາລີ

ຫລັງ​ຈາກ​ເມົາ​ໜັກ​ມາ​ທັງ​ຄືນ ​ກໍ​ຄວນ​ຕື່ມ​ເກືອ​ແຮ່​ໃຫ້​ກັບ​ຮ່າງກາຍ​ ດ້ວຍ​ການ​ກິນ​ຫຍັງ​ທີ່​ເຄັມໆ ຈະ​ຊ່ວຍ​ໃຫ້​ຟື້ນ​ໄດ້​ໄວ​ຂຶ້ນ ແລະ ​ສາ​ເຫດ​ທີ່​ຕ້ອງ​ເປັນ​ເຂົ້າໜົມສາລີ​ກໍ​ເພາະ​ວ່າ ​ເປັນ​ເຂົ້າໜົມ​ທີ່​ບໍ່​ໄດ້​ໃຊ້​ນ້ຳ​ມັນ​ຈືນກິນ ​ແລ້ວ​ບໍ່​ຕຸ້ຍຄື​ເຂົ້າໜົມ​ອື່ນໆ ທົ່ວ​ໄປ ແຖມ​ຍັງ​ຫາ​ຊື້​ໄດ້​ງ່າຍໆ

4

ຊີ​ລຽ​ທັນຍາຫານ​ກັບ​ນົມ​ໄຂ​ມັນຕ່ຳ

ຫລັງ​ຈາກ​ເມົາ​ມາ​ທັງ​ຄືນ​ກໍ​ຄວນ​ຕື່ມ​ພະລັງ​ງານ​ໃຫ້​ກັບ​ຮ່າງກາຍ​ ໂດຍ​ການ​ກິນ​ອາຫານ​ເບົາໆ ຍ່ອຍ​ງ່າຍ ແລະ ​ໄດ້​ປະໂຫຍດ​ຫລວງຫລາຍ​ຢ່າງ ຊີ​ລຽວ​ທັນຍາຫານ​ກັບ​ນົມ​ໄຂ​ມັນ​ຕ່ຳ ຈະ​ສາມາດ​ຊ່ວຍ​ເພີ່ມ​ພະລັງ​ງານ​ໃຫ້​ກັບ​ຮ່າງກາຍ​ໄດ້​ເປັນ​ຢ່າງ​ດີ​

5

ແກງ​ຫລື​ເຂົ້າ​ປຽກເຂົ້າ​ຮ້ອນໆ

ຕື່ນ​ເຊົ້າ​ມາ​ການ​ໄດ້​ຊົດ​ຫຍັງ​ຮ້ອນ​ ໆ ຈະ​ເຮັດໃຫ້​ສາວໆ ຮູ້ສຶກ​ສະບາຍ​ຄໍ​ຂຶ້ນ ແຖມ​ຍັງ​ຊ່ວຍ​ແກ້​ອາການເມົາຄ້າງ​ໄດ້​ເປັນ​ຢ່າງ​ດີ​

6

  ສະ​ຕໍ​ເບີລີ

ດື່ມ​ນ້ຳ​ສະ​ຕໍ​ເບີ​ລີ​ບີບ​ສົດໆ ຈອກໃຫ່ຍໆ​​ ຫລື ​ຈະ​ກິນ​ແບບ​ສົດໆ ກໍ​ໄດ້​ຄືກັນ​ ເຊິ່ງ   ສະ​ຕໍ​ເບີ​ລີ​ເປັນ​ຫມາກໄມ້​ທີ່​ມີ​ລົດ​ສົ້ມໆ ຫວານໆ ຈະ​ຊ່ວຍ​ແກ້​ອາການ​ເມົາ​ຄ້າງ​ໄດ້​ຜົນດີີ​

7

ໝາກໂມ

ໝາກ​ໂມ ຫມາກໄມ້​ທຳມະດາ​  ແຕ່​ມີ​ຄຸນສົມບັດ​ໃນ​ການ​ຖອນ​ພິດ​ເຫລົ້າ​ໄດ້​ແບບ​ບໍ່​ໜ້າ​ເຊື່ອ ນອກ​ຈາກ​ນີ້​ຍັງ​ສາມາດ​ແກ້​ອາການ​ຢາກ​ນ້ຳ ແລະ ​ຊ່ວຍ​ໃຫ້​ອາການ​ຫງຸດ​ຫງິດ    ເໜື່ອຍ​ງ່າຍ ທີ່​ສາວ​ນັກ​ດື່ມ​ທັງ​ຫລາຍ​ມັກ​ຈະ​ເປັນ​ຫລັງ​ອາການ​ເມົາຄ້າງ​ໃຫ້​ໝົດ​ໄປ​ໄດ້​ນໍາອີກ​

8

ນ້ຳ​ເກັກຮວຍ

ເກັກ​ຮວຍ​ ສາມາດ​ຊ່ວຍ​ໃຫ້​ອາການ​ຫົວ​ໝຸນ​ຕິ້ວ​ໆ ​ຂອງ​ສາວໆ ເຊົາໄດ້​ງ່າຍໆ  ເພາະ​ເກັກ​ຮວຍ​ນັ້ນ​ເປັນ​ສະ​ໝຸນ​ໄພ​ມີ​ສັບພະຄຸນ​ທີ່​ຈະ​ສາມາດ​ຊ່ວຍຫ​ລຸດ​ອາການ​ເຈັບ​ຫົວ ແລະ​ຍັງ​ເຮັດໃຫ້​ສົດ​ຊື່ນ​ຂຶ້ນ​ໄດ້ນໍາ​ອີກ​

9

ຊັອກ​ໂກ​ແລັດ

ຫລັງ​ຈາກ​ດື່ມ​ເຫລົ້າ ຖ້າ​ບໍ່​ຢາກ​ຕື່ນ​ມາ​ແລ້ວ​ຄ້າງຕ້ອງ​ກິນ​ຊັອກ​ໂກ​ແລັດ​ແບບ​ທີ່​ມີ​ນ້ຳ​ຕານ​ນ້ອຍ   2-3 ປ່ຽງ ຮັບຮອງ​ຕື່ນ​ຂຶ້ນ​ມາ​ຈະ​ບໍ່​ມີ​ອາການ​ເມົາຄ້າງຫລົງ​ເຫລືອ​ຢູ່​​ ເພາະ​  ຄາ​ເຟ​ອີນ​ໃນ​ຊັອກ​ໂກ​ແລັດ​ຈະ​ຊ່ວຍ​ເຮັດໃຫ້​ຕື່ນ​ໂຕ ໝົດ​ຫ່ວງ​ເລື່ອງ​ມຶນ​ຫົວ​ໄດ້​ແນ່ນອນ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...