Homeຂ່າວຕ່າງປະເທດຕິດຕາມ! ເສືອໂຄ່ງຫຼຸດອອກຈາກອຸທິຍານ

ຕິດຕາມ! ເສືອໂຄ່ງຫຼຸດອອກຈາກອຸທິຍານ

Published on

ເສືອໂຄ່ງຫຼຸດອອກຈາກເຂດອຸທິຍານ ສ່ຽງເຂົ້າໃກ້ບ້ານເຮືອນປະຊາຊົນ ລາຍງານສະຖານນະການຫຼ້າສຸດປັນແບບນີ້ແລ້ວ, ເລື່ອງນີ້ເກີດຂຶ້ນທີ່ປະເທດເພື່ອນບ້ານລາວເຮົາກໍຄື ປະເທດໄທ.

ເສືອໂຄ່ງດັ່ງກ່າວຫຼຸດອອກຈາກພື້ນທີ່ອຸທິຍານແຫ່ງຊາດແມ່ວົງ, ນະຄອນສະຫວັນ, ປະເທດໄທ. ເຊິ່ງເປັນເສືອທີ່ຢູ່ໃນການເບິ່ງແຍງຈາກເຈົ້າໜ້າທີ່ ມີລະຫັດ 37742 ແລະ ມີຊື່ວ່າ ວິຈິດ, ເສືອໂຕດັ່ງກ່າວອອກນອກຈາກພື້ນທີ່ອຸທິຍານຕັ້ງແຕ່ວັນທີ 28 ພະຈິກ ທີ່ຜ່ານມາ, ເຈົ້າໜ້າທີ່ໃຊ້ເຄື່ອງ GPS ທີ່ຕິດຢູ່ນຳໂຕຂອງເສືອວິຈິດຕິດຕາມໃນຄັ້ງນີ້, ເຮັດໃຫ້ຮູ້ວ່າຈຸດທຳອິດທີ່ມັນເດີນທາງໄປແມ່ນອຸທິຍານແຫ່ງຊາດທ້ອງຖິ່ນ ບ້ານປາງເຂົ້າສານ ເມືອງແມ່ວົງ ນະຄອນສະຫວັນ ກ່ອນທີ່ມັນຈະເຂົ້າໄປຫາພື້ນທີ່ຂອງປະຊາຊົນ ເຂດບາງມະຂ້າ, ກຳແພງເພັດ ແລະ ໄດ້ຫຼ້າສັດໃຫຍ່ໜຶ່ງໂຕ.

ພາບ ເສືອໂຄ່ງວິຈິດລ່າສັດ

ເຈົ້າໜ້າທີ່ແຫ່ງຊາດເລັ່ງກຳລັງຕິດຕາມຢ່າງໃກ້ຊິດ ແລະ ຈັດກຳລັງປ້ອງກັນຢ່າງເຂັ້ມງວດເນື່ອງຈາກຢູ່ໃກ້ເຂດປະຊາຊົນອາໄສຢູ່.

ຫຼ້າສຸດ, ລາຍງານວັນທີ 6 ທັນວາ ຜ່ານມາ, ເສືອໂຄ່ງດັ່ງກ່າວໄດ້ເດີນທາງກັບຄືນອຸທິຍານຫ່ງຊາດແມ່ວົງ ແລະ ມັນກຳລັງຊອກຫາປ່າທີ່ຢູ່ຂອງອາໄສຢູ່ມັນ, ແຕ່ຢ່າງໃດກໍຕາມເຈົ້າໜ້າທີ່ຍັງຕ້ອງໄດ້ຕິດຕາມ ແລະ ເຝົ້າລະວັງຢ່າໃກ້ສິດຢ່າງໜ້ອຍ 7 ມື້ ເພື່ອໜັ່ນໃຈວ່າ ມັນຈະບໍ່ກັບເຂົ້າໄປໃກ້ເຂດຊຸມຊົນ ທີ່ປະຊາຊົນອາໃສຢູ່ອີກ.

ແຫຼ່ງຂ່າວ: CH3, Thairath

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...