spot_img
Homeຄວາມງາມບອກລາ ຮູຂຸມຂົນກວ້າງ ດ້ວຍວິທີສຸດງ່າຍພຽງແຕ່ 5 ຂໍ້

ບອກລາ ຮູຂຸມຂົນກວ້າງ ດ້ວຍວິທີສຸດງ່າຍພຽງແຕ່ 5 ຂໍ້

Published on

face

  1. ລ້າງ​ໜ້າ​ດ້ວຍ​ນ້ຳ​ອຸນຫະພູມ​ຫ້ອງ​ທຸກ​ມື້

ແຕ່​ບໍ່​ຄວນ​ລ້າງ​ໜ້າ​ຫລາຍ​ຈົນ​ເກີນ​ໄປ ການ​ລ້າງ​ຫນ້າທີ່​ເໝາະ​ສົມຄວນ​ເຮັດ​ພຽງ 2 ເທື່ອ​ເທົ່າ​ນັ້ນ ຕອນ​ເຊົ້າ​ຕື່ນ​ນອນ ແລະ ​ຕອນ​ກາງ​ຄືນ​ໃນ​ໄລຍະ​ເວລາ​ຊຳ​ລະ​ລ້າງ​ຮ່າງກາຍ ການ​ລ້າງ​ໜ້າ​ນັ້ນ​ຈະ​ຊ່ວຍ​ລ້າງ​ຄາບ​ສິ່ງ​ເປີເປື້ອນທີ່​ອຸດ​ຕັນ​ຢູ່ໃນ​ຮູຂຸມ​ຂົນ​ອອກ​ໄປ ເຊິ່ງ​ເປັນ​ການ​ຊ່ວຍ​ກະ​ຊັບ​ຮູ​ຂຸມ​ຂົນ​​ໃຫ້​ນ້ອຍ​ລົງ​ໄດ້

  1. ປະ​ຄົບນໍ້າກ້ອນ​​​ເທິງ​ໜ້າ

ໂດຍ​ການ​ເອົານໍ້າກ້ອນ​ຖູ​ຄ່ອຍໆ ໄປ​ຕາມ​ບໍລິເວນ​ທີ່​ຮູ​ຂຸມ​ຂົນ​ກວ້າງ ປະ​ມານ 15-30   ວິ​ນາ​ທີ ຈະ​ຊ່ວຍ​ເຮັດໃຫ້​ຮູຂຸມ​ຂົນ​ກະ​ຊັບ​ແລ້ວ​ນ້ອຍ​ລົງ ອີກ​ທັງ​ຍັງ​ເອີ້ນ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ກັບ​ຜິວ​ໜ້າ​ໄດ້​ນໍາອີກ​ ເຮັດ​ປະຈຳ​ທຸກ​ເຊົ້າ​ໄດ້​ຍິ່ງ​ເປັນການດີ​

  1. ເບກ​ກິ້ງ​ໂຊດາ

ເມກ​ອັບ​ອາລ​ຕິ​ສ ມື​ອາ​ຊີບ​ເຄີຍ​ບອກ​ໄວ້​ວ່າ ເບກ​ກິ້ງ​ໂຊ​ດາ ​ຊ່ວຍ​ໃນ​ການ​ກະ​ຊັບ​ຮູ​ຂຸມ​ຂົນ​ເທິງ​​ໜ້າ​ໄດ້ ພ້ອມ​ຍັງ​ຕໍ່​ຕ້ານ​ການ​ເກີດ​ສິວ​ສຳລັບ​ສູດ​ການ​ໃຊ້​ເບກ​ກິ້ງ​ໂຊ​ດາ​ນັ້ນ​ບໍ່​ຍາກ ຄື ປະສົມ​ເບກ​ກິ້ງ​ໂຊ​ດາ​ປະ​ມານ 2 ບ່ວງ ກັບ ​ນ້ຳ​ອຸ່ນ​ປະ​ມານ 2 ບ່ວງ ຈາກ​ນັ້ນ​ນຳ​ສ່ວນ​ປະສົມ​ທີ່​ໄດ້​ທາ​ລົງ​ເທິງ​ຜິວ​ທີ່​ມີ​ບັນຫາ​ຮູ​ຂຸມ​ຂົນ​ກວ້າງ ແລ້ວ​ນວດ​ໃຫ້ເປັນ​ວົງມົນ​ແບບ​ເບົາໆ ປະ​ມານ 30 ວິ​ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ເຢັນ ເຮັດ​ເປັນ​ປະຈຳ​ທຸກ​ຄືນ ປະ​ມານ 5-7 ມື້ ຕໍ່​ອາທິດ​ຫລັງ​ຈາກ​ນັ້ນ ຈຶ່ງ​ຄ່ອຍ​ໆ ຫລຸດ​ປະລິມານ​ລົງ​ໃຫ້​ເຫລືອ​ພຽງ 3-5 ເທື່ອ​ຕໍ່​ອາທິດ? ແຕ່​ຂໍເຕືອນ​ ສຳລັບ​ຄົົນທີ່​ມີ​ຜິວ​ທີ່​​ບາງ ຄວນ​ໃຊ້​ເບກ​ກິ້ງ​ໂຊ​ດາ​ຢ່າງ​ລະ​ມັດ​ລະ​ວັງ ເພາະ​ອາດ​ເຮັດໃຫ້​ເກີດ​ຄວາມ​ລະ​ຄາຍ​ເຄືອງ​ຕໍ່​ຜິວ​ໄດ້

  1. ຜ້າ​ຂົນ​ໜູ​ແຊ່​ນ້ຳ​ຫມາກໄມ້​ລົດ​ສົ້ມ

ນຳ​ຜ້າ​ຂົນ​ໜູ​ຜືນ​ນ້ອຍ​ໆ ທີ່​ໃຊ້​ເຊັດ​ໜ້າ ແຊ່​ໃນ​ນ້ຳ​ໝາກນາວ ແລະ ​ນ້ຳ​ໝາກນັດ ຫລື  ​ນຳ​ນ້ຳ​ຫມາກໄມ້​ທັງ​ສອງ​ຊະນິດ​ບີບ​ລົງ​ຜ້າ​ທີ່​ກຽມ​ໄວ້ ໃຫ້​ພໍ​ຊຸ່ມໆ ໄດ້​ເຊັ່ນ​ກັນ ຈາກ​ນັ້ນ​ໃຫ້​ນຳ​ຜ້າ​ຂົນ​ໜູ ວາງ​ນາບ​ລົງ​ໄປ​ເທິງ​​ໜ້າ ຖິ້ມ​ເອົາ​ໄວ້​ປະ​ມານ 1 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ອຸນຫະພູມ​ຫ້ອງ ເຊິ່ງ​ມີ​ນ້ຳ​ໝາກ​ນາວ ​ແລະ ​ນ້ຳ​ໝາກນັດ ລາວ​ມີ​ເອນ​ໄຊ​    ທຳມະຊາດ​ທີ່​ມີ​ຄຸນສົມບັດ​ໃນ​ການ​ຊ່ວຍ​ກະ​ຊັບ​ໃຫ້​ຜິວ​ເຄັ່ງ​ຕຶງ ແລະ ​ຊ່ວຍ​ເຮັດໃຫ້​ຮູ​ຂຸມ​ຂົນ​ຫົດ​ຕົວ​ນ້ອຍ​ລົງ

  1. ມາກ​ໜ້າ​ດ້ວຍ​ໂຢເ​ກີດ

ໂຍ​ເກິີດ​ທຳມະຊາດ​ຈະ​ມີ​ກົດ​ ແລກ​ຕິກ ​ແລະ ​ໂປ​ໄບ​ໂອ​ຕິກ ເຊິ່ງ​ມີ​ຄຸນສົມບັດ​ໃນ​ການ​ຕໍ່​ຕ້ານ​ເຊື້ອ​ແບກ​ທີ​ເລຍ​ທີ່​ເຮັດໃຫ້​ເກີດ​ສິວ​ຂຶ້ນ​ເທິງ​ໜ້າ ແລະ ​ຍັງ​ຊ່ວຍ​ຫລຸດ​ການ​ຂະຫຍາຍ​ຂະໜາດ​ຂອງ​ຮູ​ຂຸມ​ຂົນ ເຊິ່ງ​ວິທີ​ການ​ກະ​ຊັບ​ຮູ​ຂຸມ​ຂົນ​ດ້ວຍ​ໂຍ​ເ​ກິດ​ ​ກໍ​ແສນ​ຈະ​ງ່າຍ​ດາຍ ພຽງ​ແຕ່​ນຳ​ໂຍເ​ກິດລົດ​ທຳມະຊາດ ບໍ່​ຕ້ອງ​ປະສົມ​ກັບ​ຫຍັງ​ທັງ​ນັ້ນ ທາ​ບາງໆ ໃຫ້​ທົ່ວ​​ໜ້າ ຖິ້ມ​ເອົາ​ໄວ້​ປະ​ມານ 5-10 ນາ​ທີ ແລ້ວ​ລ້າງ​ອອກ​ດ້ວຍ​ນ້ຳ​ສະ​ອາດ ພຽງ​ອາທິດ​ລະ​ເທື່ອ​ເທົ່າ​ນັ້ນ​ກໍ​ສາມາດ​ງາມ​ໄດ້​ແລ້ວ

ບົດຄວາມຫຼ້າສຸດ

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...