spot_img
Homeນານາສາລະ17 ເຄັດ​ລັບ​ຄວາມ​ງາມ​ສາລະພັດ​ປະໂຫຍດຈາກ​ວາດ​ສະລີນ

17 ເຄັດ​ລັບ​ຄວາມ​ງາມ​ສາລະພັດ​ປະໂຫຍດຈາກ​ວາດ​ສະລີນ

Published on

 

5

  1. ບຳ​ລຸງ​ຜິວ​ໜັງ​ຂອບເລັບ ໃຊ້ເຈວປະລິມານ​ບໍ່​ຫລາຍ​ພຽງ 2 ເທື່ອ​ຕໍ່​ມື້ ນວດ​ຜິວ​ໜັງ​​ຂອບ​ເລັບ ເທົ່າ​ນີ້​ກໍ​ຊ່ວຍ​ປ້ອງ​ກັນ​ຜິວ​ໜັງ​ຂອບ​ເລັບບໍ່ໃຫ້​ລອກ ​ຫລື ​ຈີກ​ເປັນ​ເສັ້ນ​ໄດ້​ແລ້ວ

2

 

         2. ເພີ່ມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ຜິວ​ໜ້າ ເນື່ອງ​ຈາກ​ເຈວ ​ບໍ່​ມີ​ສ່ວນ​ປະສົມ​ທີ່​ເຮັດໃຫ້​ເກີດ​ພາ​ວະ​ຫູຂຸມ ຂົນ​ອຸດ​ຕັນ ຈຶ່ງ​ເໝາະ​ທີ່​ນຳ​ມາ​ໃຊ້​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໂດຍ​ບໍ່​ສ່ຽງ​ທີ່​ຈະ​ເກີດ​ສິວ

3

  1. ຕົກ​ແຕ່ງ​ຄິ້ວ ຈັດ​ລະບຽບ​ຄິ້ວ​ໃຫ້​ຢູ່ໃນ​ຊົງ​ງາມ​ດ້ວຍ​ແປງ​ສີ​ແຂ້ວ​ທາ​ເຈວ​ ​ປະລິມານ​ນ້ອຍ​

4

 

  1. ເພີ່ມຄວາມຊູ່ມຊື່ນໃຫ້ປາກ ປະສົມ​ວາດ​ລີນ ​ເຂົ້າ ​ກັບ​ລິບສະຕິກ ກໍ​ຈະ​ໄດ້​ລິບ​ກອດ​ສີ​ອ່ອນໆ​ອີກ​ທັງ​ຍັງ​ບຳ​ລຸງ​ລິມ​ຝີ​ປາກ​ໃຫ້​ຊຸ່ມ​ຊື່ນ​ຍາວນານ​

16

 

  1. ທາເລັບ​ງາມ​ບໍ່​ເປື້ອນ ໃຊ້ແປງ​ອາຍ​ໄລ​ເນີ ​ຫລື ​ກ້ານ​ສຳ​ລີ​ ທາ​ເຈວ​ລົງ​ເທິງ​ຜິວ​ໜັງ​ອ້ອມຮອບ​ກ່ອນທີ່ຈະ​ທາເລັບ ຖ້າ​ບັງ​ເອີນ​ທາ​ສີ​ເປື້ອນຂອບອອກ​ມາ​ນອກ​ເລັບ ພຽງ​ເຊັດ​ອອກ​ຫລັງ​ຈາກ​ທີ່​ສີ​ແຫ້ງ

6

 

  1. ຂັດ​​ເກີບ ຫາກ​ທ່ານ​ບໍ່​ມີ​ນ້ຳ​ຢາ​ຂັດ​ເກີບ ພຽງ​ໃຊ້​ວາດສະ​ລີນ​ທາ​ລົງ​ໄປ ​ແລະ ​ຂັດ​ຖູ ເກີບຂອງ​ທ່ານ​ກໍ​ຈະ​ອ່ອນ ​ແລະ ​ເງົາ​ງາມ​ຄືໄຫມ່

7

 

  1. ທຳຄວາມ​ສະ​ອາດ​ຮອບ​ດວງ​ຕາ ບໍ່​ວ່າ​ຈະເປັນ​ຄາບ​ມາດ​ຄາ​ລາ​ແຂງ​ ​ຫລື ​​ສໍ​ຂຽນ​ຂອບ​ຕາ​ແບບ​ກັນ​ນ້ຳ ໃຊ້​ເຈວ​ ພຽງ​ເລັກນ້ອຍ​ທາ​ລົງ​ໄປ​ຮອບ​ດວງ​ຕາ​ກໍ​ສະ​ອາດ​ໝົດ​ຈົດ​ແລ້ວ

8

 

  1. ປ້ອງ​ກັນ​ຄາບ​ເປື້ອນ​ລະຫວ່າງ​ຍ້ອມ​ຜົມ ປ້ອງ​ກັນ​ໜ້າ​ຜາກ​ກັບ​ຫູ​ຂອງ​ທ່ານ​ຈາກ​ຄາບ​ເປື້ອນ​ຂອງ​ສີ​ຍ້ອມ​ຜົມ​ໂດຍ​ທາ​ເຈວລົງ​ໄປ​ບາງໆ​ບໍລິເວນ​ກ້ອງ​ແນວ​ຜົມ ​ແລະ ​ຫູ​ທັງ​ສອງ​ຂ້າງ​ກ່ອນທີ່ຈະ​ຍ້ອມ​ສີ​ຜົມ

images

 

  1. ໃຫ້​ກິ່ນ​ນ້ຳ​ຫອມ​ຕິດ​ທົນ​ດົນ ທາ​ເຈວ​ພຽງ​ເລັກນ້ອຍ​ລົງ​ເທິງ​ຜິວ​ໜັງ​ບໍລິເວນ​ທີ່​ທ່ານຈະ​ສີດ​ນ້ຳ​ຫອມກິ່ນ​ນ້ຳ​ຫອມ​ຈະ​ຕິດ​ທົນ​ດົນ​ຍິ່ງ​ຂຶ້ນ

10

           10. ມາດ​ຄາ​ລ່າ​ຊົ່ວ​ຄາວ ທາ​ເຈວເຄືອບ​ໄວ້​ບາງໆ​ແທນ​ທີ່​ຈະ​ໃຊ້​ມາດ​ຄາ​ລ່າ ມັນ​ຈະ​ຊ່ວຍ​ຫລອກ​ຕາ​ວ່າ​ຂົນ​ຕາ​ຍາວ​ຂຶ້ນ ໜາ​ຂຶ້ນ​ແຕ່​ເບິ່ງ​ເປັນ​ທຳມະຊາດ​

index

         11.   ຂັດ​ເຄື່ອງ​ໜັງ ເຈວ ຈະ​ຊ່ວຍ​ຄືນ​ຄວາມ​ເງົາ​ງາມ​ມີ​ຊີວິດ​ຊີ​ວາ​ໃຫ້​ກັບ​ອຸປະກອນ​ເຄື່ອງ​ໜັງ​ທັງ​ຫລາຍ

 12

 

         12. ກຳຈັດ​ຄາບ​ລິບ​ສະຕິ​ກ ຖ້າ​ເຮັດ​ລິບສະ​ຕິກ​ເປິ​ເປື້ອນ​ເສື້ອ​ຜ້າ ແຕ້ມ​ເຈວ​​ລົງ​ເທິງ​ຕຳແໜ່ງ​ທີ່​ມີ​ຄາບ​ຈາກ​ນັ້ນ​ກໍ​​ຊັກ​ຕາມ​ປົກກະຕິ

 13

          13. ຖອດ​ແຫວນ​ໄດ້​ງ່າຍ​ຂຶ້ນ ໃຊ້​ເຈວແທນ​ນ້ຳ​ຢາ​ຫລໍ່​ລື່ນ​ໄດ້​

 

14

 

          14. ບຳ​ລຸງ​ມື​ ແລະ ​ຕີນ​ໃຫ້​ນຽນ​ນຸ່ມ​ຕະຫລອດ​ຄືນ ຫລີກລ້ຽງ​ການ​ທາ​ຄີມ​ບຳ​ລຸງ​ມື​ຊ້ຳ​ໆ​ຕະຫລອດ​ທັງ​ມື້ ດ້ວຍ​ການ​ທາ​ມື ​ກັບ ​ຕີນ​ດ້ວຍ​ເຈວ ​ແລະ ​ສວມ​ຖົງ​ມື​ຖົງ​ຕີນ​ເຂົ້າ​ນອນ ພໍ​ຕື່ນ​ເຊົ້າ​ມື​ກັບ​ຕີນ​ຂອງ​ເຈົ້າ​    ກໍ​ຈະ​ນຽນ​ນຸ່ມ​ໄປ​ຕະຫລອດ​ວັນ

 15

 

            15. ເພີ່ມ​ປະ​ກາຍ​ວິ້ງໆ​ໃຫ້​ກັບ​ຜິວ ເຈວ​ສາມາດ​ນຳ​ມາ​ໃຊ້​ເພື່ອ​ເພີ່ມ​ປະ​ກາຍ​ວິ້ງໆ​ໃຫ້​ເປືອກ​ຕາ ໂໜກ​ແກ້ມ ຫລື ​ຮີມສົບ​ໄດ້ ເຮັດໃຫ້​ເບິ່ງ​ເປັ່ງ​ປະ​ກາຍ​ສວຍງາມ​ ແລະ ​ດຶງ​ດູດ​ໃຈ

3

 

      16.  ຂັດ​ຜິວ ພຽງ​ປະສົມ​ເຈວກັບ​ເກືອ​ຫລື​ນ້ຳ​ຕານ​ກໍ​ສາມາດ​ເຮັດ​ຄີມ​ຂັດ​ຜິວ​ເອງ​ທີ່​ເຮືອນ​ໄດ້​ແລ້ວ

 18         17. ປົກ​ປ້ອງ​ຜິວ​ໜັງ​ຈາກ​ການ​ຮຸກຖູ ຖ້າຜິວ​ໜັງ​ໃນ​ຮ່າງກາຍ​ສ່ວນ​ໃດ​ທີ່​ບອບ​ບາງ​ເປັນ​ພິເສດ​ໃຫ້​ປົກ​ປ້ອງ​ຜິວ​ໜັງ​ບໍລິເວນ​ນັ້ນ​ດ້ວຍ ເຈວ​ເພື່ອ​ປ້ອງ​ກັນ​ການ​ຮຸກຖູ ແລະ​ ມັນ​ຈະ​ຊ່ວຍ​​ຫລໍ່​ລື່ນ​ ແລະ​ ເຕີມ​ຄວາມ​ຊຸ່ມ​ຊື້ນ​ໃຫ້​ກັບ​ຜິວ​ໜັງ​ບໍລິເວນ​ນັ້ນ​ໄດ້​ອີກ​

 

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...