Homeຂ່າວຕ່າງປະເທດປະຊາຊົນຊາວມຽນມາຕ້ອງພົບກັບບັນຫາຫຼາຍຢ່າງທ່າມກາງວິກິດໂຄວິດ-19

ປະຊາຊົນຊາວມຽນມາຕ້ອງພົບກັບບັນຫາຫຼາຍຢ່າງທ່າມກາງວິກິດໂຄວິດ-19

Published on

ໃນຕອນນີ້ປະເທດມຽນມາກໍາລັງພົບກັບພາວະທີ່ເຮັດໃຫ້ປະຊາຊົນທຸກຍາກຂາດເຂີນ ຈາກເຫດການລັດຖະປະຫານ ແລະ ຍັງມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ສົ່ງຜົນເຮັດໃຫ້ເສດຖະກິດຫຼຸດຖອຍລົງໄປນັບມື້. ຈາກສະພາບການດັ່ງກ່າວເຮັດໃຫ້ປະຊາຊົນຕ້ອງທົນທຸກຢູ່ກັບການດໍາລົງຊີວິດທີ່ແນມບໍ່ເຫັນທາງອອກ. 

ການໃຊ້ຊີວິດຂອງປະຊາຊົນໃນປະເທດມຽນມາບາງກຸ່ມກໍຕ້ອງໄດ້ກິນອາຫານມື້ລະໜຶ່ງຄາບ ເຊິ່ງປະຊາຊົນບອກວ່າບໍ່ເຄີຍທຸກຍາກແບບນີ້ມາກ່ອນ ແລະ ທະນາຄານໂລກກໍໄດ້ປະເມີນວ່າເສດຖະກິດຂອງປະເທດມຽນມາຈະຫຼຸດລົງ 18% ແລະ ຄວາມທຸກຍາກຂອງປະຊາຊົນຈະເພີ່ມຂຶ້ນເປັນສອງເທົ່າໃນປີ 2022.

ປະຊົນລຸກຂຶ້ນຕໍ່ຕ້ານລັດຖະບານທ່າມກາງຄວາມທຸກຍາກ, ລະບົບຂອງທະຄານໃກ້ຈະຫຼົ້ມ ຫຼັງຈາກທີ່ເກີດລັດຖະປະຫານປະຊາຊົນເລັ່ງຖອນເງິນຝາກຈາກທະນາຄານເຮັດໃຫ້ທະນາຄານຕ້ອງຈໍາກັດຈໍານວນເງິນທີ່ສາມາດຖອນໄດ້ ແລະ ນອກຈາກນັ້ນມູນຄ່າເງິນຂອງມຽນມາຍັງອ່ອນຄ່າລົງເຖິງ 20% ເມື່ອທຽບກັບເງິນດອລລ້າ ເຮັດໃຫ້ປະຊາຊົນເລືອກເກັບເງິນດອລລ້າຫຼາຍກວ່າເງິນສະກຸນມຽນມາ.

ເຖິງແມ່ນວ່າໃນເດືອນພຶດສະພາທີ່ຜ່ານມາໂຄງການອາຫານໂລກຂອງອົງການສະປະຊາຊາດໄດ້ຈັດສັນອາຫານໃຫ້ກັບຄົນດ້ອຍໂອກາດຈໍານວນ 800,000 ຄົນ ແຕ່ໂຄງການດັ່ງກ່າວກໍຍັງຕ້ອງການເງິນສະໜັບສະໜຸນຕື່ມອີກປະມານ 86 ລ້ານດອລລ້າ ເພື່ອຊ່ວຍຈັດສັນອາຫານໃຫ້ປະຊາຊົນຊາວມຽນມາໃຫ້ພຽງພໍສໍາລັບ 6 ເດືອນ. 

ແຫຼ່ງຂ່າວ: BBC Thai 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...