Homeຂ່າວຕ່າງປະເທດພໍ່ຕູ້ໄວ 71 ທີ່ຫາຍສາບສູນໃນລັດຫຼຸຍເຊຍນາ, ສະຫະລັດ ພົບເປັນສົບໃນທ້ອງແຂ້

ພໍ່ຕູ້ໄວ 71 ທີ່ຫາຍສາບສູນໃນລັດຫຼຸຍເຊຍນາ, ສະຫະລັດ ພົບເປັນສົບໃນທ້ອງແຂ້

Published on

ແຫຼ່ງຂ່າວ CNN ລາຍງານ: ເຈົ້າໜ້າທີ່ສັນລະສູດສົບຂອງລັດຫຼຸຍເຊຍນາ, ສະຫະລັດອາເມລິກາໄດ້ລະບຸຊາກສົບທີ່ພົບໃນທ້ອງແຂ້ທີ່ມີນໍ້າໜັກປະມານ 226 ກິໂລກຼາມ ເຊິ່ງເປັນຊາຍໄວ 71 ປີ ທີ່ອາໄສຢູ່ໃນລັດຫຼຸຍເຊຍນາ ເຊິ່ງຫາຍສາບສູນໃນວັນທີ 30 ສິງຫາຜ່ານມາຕາມທີ່ທີມງານລາວໂພສໄດ້ສະເໜີຂ່າວກ່ອນໜ້ານີ້.

ຊາຍຊະລາໄວ 71 ປີຖືກແຂ້ກັດບາດເຈັບສາຫັດ ຂະນະຍ່າງລຸຍນໍ້າຖ້ວມ ພາຍຫຼັງພະຍຸເຮີຣີເຄນໄອດາພັດຖະຫຼົ່ມເຂົ້າລັດຫຼຸຍເຊຍນາ, ສະຫະລັດອາເມລິກາ ຈົນເຮັດໃຫ້ເກີດນໍ້າຖ້ວມ ເຊິ່ງເຈົ້າໜ້າທີ່ສັນນິຖານວ່າຊາຍຄົນນັ້ນອາດເສຍຊີວິດແລ້ວ ເນື່ອງຈາກຫາຕົວບໍ່ພົບ ຂະນະທີ່ເມຍຂອງຊາຍຊະລາໄດ້ກ່າວຕໍ່ເຈົ້າໜ້າທີ່ວ່າ ຊາຍຜູ້ເຄາະຮ້າຍໄດ້ຍ່າງລຸຍນໍ້າຖ້ວມໃນຊ່ວງຕອນທ່ຽງຢູ່ບໍລິເວນເຂດເຮືອນຂອງຕົນເອງ ໃນວັນທີ 30 ສິງຫາ ແລ້ວກໍມີແຂ້ໃຫຍ່ໂຕໜຶ່ງເຊິ່ງຄາດວ່າຈະມາພ້ອມກັບນໍ້າຖ້ວມເຂົ້າຈູ່ໂຈມພ້ອມກັດຊາຍຄົນດັ່ງກ່າວຈົນໄດ້ຮັບບາດເຈັບສາຫັດ ເມື່ອຜູ້ເປັນເມຍເຫັນກໍຮີບຮ້ອນເຂົ້າຊ່ວຍສາມີທັງປະຄອງຄົນເຈັບມານອນລໍຖ້າຢູ່ຂັ້ນໄດເຮືອນ ກ່ອນຈະອອກໄປຂໍຄວາມຊ່ວຍເຫຼືອຈາກເພື່ອນບ້ານ ແຕ່ພໍກັບມາເຮືອນກໍບໍ່ພົບຊາຍຄົນນັ້ນອີກ.

ທັນທີທີ່ໄດ້ຮັບການແຈ້ງເຫດ ທາງເຈົ້າໜ້າທີ່ເມືອງ ເຊນ ແທນມານີ ກໍໄດ້ອອກຕາມລ່າແຂ້ໂຕນັ້ນ ໃນທີ່ສຸດກໍສາມາດຈັບມັນໄດ້ໃນຊ່ວງເວລາດຽວກັນ ກ່ອນທີ່ທ່ານໝໍສັນລະສູດສົບຈະດຳເນີນການຜ່າທ້ອງແຂ້ດັ່ງກ່າວ ແລະພົບສົບມະນຸດຢູ່ຂ້າງໃນ ຂະນະທີ່ຕົວຢ່າງດີເອັນເອຈາກຊາກສົບໃຫ້ການຈັບຄູ່ 11 ຈຸດກັບດີເອັນເອຂອງລູກຜູ້ເຄາະຮ້າຍ ຈິ່ງສາມາດຢືນຢັນວ່າເປັນສົບຊາຍຊະລາຜູ້ໜ້າສົງສານທີ່ຫາຍສາບສູນຄົນນັ້ນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...