Homeຂ່າວຕ່າງປະເທດພໍ່ຕູ້ ອາຍຸ 71 ປີ ຖືກແຂ້ກັດພ້ອມຫາຍສາບສູນໃນລັດຫຼຸຍເຊຍນາ ສະຫະລັດ ຫຼັງພະຍຸໄອດາພັດຖະຫຼົ່ມ

ພໍ່ຕູ້ ອາຍຸ 71 ປີ ຖືກແຂ້ກັດພ້ອມຫາຍສາບສູນໃນລັດຫຼຸຍເຊຍນາ ສະຫະລັດ ຫຼັງພະຍຸໄອດາພັດຖະຫຼົ່ມ

Published on

ເວັບໄຊ NBC ລາຍງານ: ຊາຍຊະລາໄວ 71 ປີຖືກແຂ້ກັດບາດເຈັບສາຫັດ ຂະນະຍ່າງລຸຍນໍ້າຖ້ວມພາຍຫຼັງພະຍຸເຮີຣີເຄນໄອດາພັດຖະຫຼົ່ມເຂົ້າລັດຫຼຸຍເຊຍນາ, ສະຫະລັດອາເມລິກາ ຈົນເຮັດໃຫ້ເກີດນໍ້າຖ້ວມ ເຊິ່ງເຈົ້າໜ້າທີ່ສັນນິຖານວ່າຊາຍຄົນນັ້ນອາດເສຍຊີວິດແລ້ວ ເນື່ອງຈາກຫາຕົວບໍ່ພົບ.

ເມຍຂອງຊາຍຊະລາກ່າວຕໍ່ເຈົ້າໜ້າທີ່ວ່າ ຊາຍຜູ້ເຄາະຮ້າຍໄດ້ຍ່າງລຸຍນໍ້າຖ້ວມໃນຊ່ວງຕອນທ່ຽງຢູ່ບໍລິເວນເຂດເຮືອນຂອງຕົນເອງ ໃນວັນທີ 30 ສິງຫາ ແລ້ວກໍມີແຂ້ໃຫຍ່ໂຕໜຶ່ງເຊິ່ງຄາດວ່າຈະມາພ້ອມກັບນໍ້າຖ້ວມເຂົ້າຈູ່ໂຈມພ້ອມກັດຊາຍຄົນດັ່ງກ່າວຈົນໄດ້ຮັບບາດເຈັບສາຫັດ ເມື່ອຜູ້ເປັນເມຍເຫັນກໍຮີບຮ້ອນເຂົ້າຊ່ວຍສາມີທັງປະຄອງຄົນເຈັບມານອນລໍຖ້າຢູ່ຂັ້ນໄດເຮືອນ ກ່ອນຈະອອກໄປຂໍຄວາມຊ່ວຍເຫຼືອຈາກເພື່ອນບ້ານ ແຕ່ພໍກັບມາເຮືອນກໍບໍ່ພົບຊາຍຄົນນັ້ນອີກ.

ເຈົ້າໜ້າທີ່ໄດ້ຂີ່ເຮືອລາດຕາເວນຕາມສາຍນໍ້າເພື່ອຊອກຫາຊາຍຄົນດັ່ງກ່າວ ແຕ່ກໍບໍ່ພົບແມ່ນແຕ່ຮອຍ ຈິ່ງໄດ້ຮຽກຮ້ອງໃຫ້ປະຊາຊົນໃນເຂດດັ່ງກ່າວເພີ່ມຄວາມລະມັດລະວັງໃນການຍ່າງລຸຍນໍ້າຖ້ວມ ເນື່ອງຈາກວ່າຝູງສັດຮ້າຍອາດຈະພາກັນເຄື່ອນຍ້າຍ ພ້ອມລີ້ຊ້ອນຕາມພື້ນທີ່ນໍ້າຖ້ວມ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...