spot_img
Homeຂ່າວໂຄວິດ-19ລາຍງານຜູ້ຕິດເຊື້ອໃນຊຸມຊົນ ວັນທີ 28 ກັນຍາ 2021

ລາຍງານຜູ້ຕິດເຊື້ອໃນຊຸມຊົນ ວັນທີ 28 ກັນຍາ 2021

Published on

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 27 ກັນຍາ 2021:
ໄດ້ກວດວິເຄາະທັງໝົດ 5,911 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 500 ຄົນ ຊຶ່ງແຍກເປັນຄົນນໍາເຂົ້າ ມີ 29 ຄົນ ຈາກ ແຂວງ ສະຫວັນນະເຂດ 20 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ ແລະ ຈໍາປາສັກ 3 ຄົນ.

* ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 471 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:
1. ນະຄອນຫຼວງ 363 ຄົນ ລາຍລະອຽດມີດັ່ງນີ້:
-ພະນັກງານໂຮງງານ Trio ​115 ຄົນ

-ພະນັກງານໂຮງງານ Alpilao​1 ຄົນ

-ໂຮງງານກຽນວິໄລ​3 ຄົນ

-ບໍລິສັດຊີມັງ​​1 ຄົນ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ Trio )

-ພະນັກງານໂຮງໝໍມິດຕະພາບ​1 ຄົນ (ພະຍາບານພະແນກສຸກເສີນ)

-ວິທະຍາຄານການແພດກອງທັບ​1 ຄົນ

-ຕະຫຼາດທົ່ງຂັນຄຳ​35 ຄົນ

-ຕະຫຼາດອົດຊີ​2 ຄົນ

-ຕະຫຼາດທ່າງງອນ​3 ຄົນ

ສ່ວນທີ່ເຫຼືອທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍພາຍຫຼັງ

2. ຫຼວງພະບາງ 29 ຄົນ
1)​ເມືອງງອຍ ມີ 27 ຄົນ

a.​ບ້ານໜອງຂຽວ ມີ 21 ຄົນ (ອາຊີບ: ພະນັກງານແພດ 02 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 02 ຄົນ, ນັກຮຽນ 02 ຄົນ, ພະນັກງານບໍານານ 02 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 01 ຄົນ)

b.​ບ້ານຫ້ວຍບໍ່ ມີ 03 ຄົນ (ທັງໜົດອາຊີບເປັນຊາວໄຮນາ)

c.​ບ້ານປາກບາກ ມີ 02 ຄົນ (ອາຊີບ: ພະນັກງານຄູ ແລະ ເດັກ)

d.​ບ້ານສົບຮຸນ ມີ 01 ຄົນ (ອາຊີບ: ກໍາມະກອນ)

2)​ເມືອງນໍ້າບາກ (ບ້ານຂັນເທີງ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

3)​ເມືອງວຽງຄໍາ (ບ້ານໂພນຄໍາ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ

3. ແຂວງວຽງຈັນ 12 ຄົນ: ຊື່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ:
1)​ເມືອງໂພນໂຮງ ມີ 08 ຄົນ (ບ້ານນາໂພະລາດ ມີ 03 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 01 ຄົນ)

2)​ເມືອງວັງວຽງ ມີ 04 ຄົນ (ບ້ານນາບອນ ມີ 02 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 01 ຄົນ)

4. ບໍ່ແກ້ວ 7 ຄົນ: ເປັນ ກຳມະກອນ ຊາວພະມ້າ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ

5. ຊຽງຂວາງ 1 ຄົນ: (ກໍາລັງເກັບກໍາຂໍ້ມູນ)

6. ບໍລິຄໍາໄຊ 3 ຄົນ:
1)​ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 02 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ຊື່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021.

2)​ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 01 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.

7. ໄຊສົມບູນ 13 ຄົນ: ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ
1)​ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

2)​ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 01 ຄົນ ຊື່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021

8. ຄຳມ່ວນ 19 ຄົນ: 18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ

9. ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊື່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021.

10. ສະຫວັນນະເຂດ 07 ຄົນ:
1)​ບ້ານໂພນໄຊ, ນະຄອນໄກສອນ ມີ 05 ອົງ ແມ່ນ ນັກບວດ ຊື່ງໄດ້ພົວພັນໃກ້ຊິດກັບຄົນ ຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021.

2)​ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021.

3)​ບ້ານສະພານໃຕ້, ນະຄອນໄກສອນ ມີ 01 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ

11. ຈໍາປາສັກ 16 ຄົນ:
1)​ປາກເຊ 13 ຄົນ: ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ: (ທະຫານ 1 ຄົນ, ແພດທະຫານ 1 ຄົນ)

2)​ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ)

3)​ໂພນທອງ 1 ຄົນ

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,940 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,088 ຄົນ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...