spot_img
Homeຂ່າວຕ່າງປະເທດຕຳຫຼວດໄທນຳຈັບຜູ້ກຳກັບໂຈ້ຢ້ານໜີຂ້າມຝັ່ງລາວ

ຕຳຫຼວດໄທນຳຈັບຜູ້ກຳກັບໂຈ້ຢ້ານໜີຂ້າມຝັ່ງລາວ

Published on

ເວັບໄຊໄທຣັດອອນໄລນ໌ລາຍງານ: ທາງການໄດ້ອອກໝາຍຈັບຜູ້ກຳກັບໂຈ້ພ້ອມພັກພວກຮ່ວມຂະບວນການ 6 ຄົນທີ່ໃຊ້ຖົງຄຸມຫົວພໍ່ຄ້າຢາເສບຕິດລາຍໜຶ່ງຈົນເສຍຊີວິດທີ່ສະຖານີຕຳຫຼວດປະເທດໄທ ຂະນະທີ່ຜູ້ກ່ຽວພະຍາຍາມຫຼົບໜີຈາກການຈັບກຸມ ເຮັດໃຫ້ເຈົ້າໜ້າທີ່ຢ້ານວ່າຜູ້ກ່ຽວອາດຂ້າມໜີໄປທາງຝັ່ງລາວ, ຈິ່ງໄດ້ດຳເນີນການລາດຕາເວນຕາມຊ່ອງທາງຊາຍແດນລະຫວ່າງສອງປະເທດຢ່າງເຄັ່ງຄັດ.

ເນື່ອງຈາກມີຄຼິບວີດີໂອຂອງກຸ່ມຕຳຫຼວດປາບປາມຢາເສບຕິດໄທເຊິ່ງມີຜູ້ກຳກັບໂຈ້ເປັນຫົວໜ້າ ໄດ້ໃຊ້ຖົງຢາງຫຼາຍຊັ້ນຄຸມຫົວຜູ້ຕ້ອງຫາຢາເສບຕິດລາຍໜຶ່ງເພື່ອທໍລະມານຫວັງຮຽກເງິນ 2 ລ້ານບາດ ຈົນເຮັດໃຫ້ຜູ້ກ່ຽວເສຍຊີວິດ ແຕ່ຜູ້ກຳກັບໂຈ້ໄດ້ສັ່ງໃຫ້ພັກພວກລາຍງານແພດວ່າ ຜູ້ຕ້ອງຫາເສບຢາເກີນຂະໜາດຈົນພາໃຫ້ເສຍຊີວິດ. ຂະນະທີ່ທາງການໄດ້ອອກໝາຍຈັບຜູ້ກຳກັບໂຈ້ພ້ອມພັກພວກມາດຳເນີນຄະດີຕາມກົດໝາຍ ແຕ່ຜູ້ກ່ຽວໄດ້ເອົາຕົວຫຼົບໜີ ເຮັດໃຫ້ທາງການຢ້ານວ່າຜູ້ກ່ຽວອາດຈະຂ້າມໄປຝັ່ງລາວເພື່ອຫຼົບໜີ ຂະນະທີ່ລູກນ້ອງ 5 ຄົນຖືກຈັບກຸມແລ້ວ.

ຫຼ້າສຸດທາງເຈົ້າໜ້າທີ່ໄດ້ກະຈາຍກຳລັງສະກັດກັ້ນທັງລາດຕາເວນຕາມຊາຍແດນຕ່າງໆ ໂດຍສະເພາະເຂດຊາຍແດນວຽງຈັນ-ໜອງຄາຍ ແລະ ເຂດຊາຍແດນປາກຊັນ-ບຶງການ ພ້ອມປະສານງານຫາພາກສ່ວນກ່ຽວຂ້ອງເພື່ອສະກັດກັ້ນເສັ້້ນທາງຫຼົບໜີຂອງຜູ້ກຳກັບໂຈ້. ຢ່າງໃດກໍຕາມ, ເຈົ້າໜ້າທີ່ເຊື່ອວ່າຜູ້ກ່ຽວຍັງອາໄສຢູ່ໃນປະເທດໄທ.

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...