spot_img
Homeຂ່າວຕ່າງປະເທດໄຟໄໝ້ປ່າຮຸນແຮງຢູ່ຕວັກກີ ເຈົ້າໜ້າທີ່ເລັ່ງດັບໄຟເຂົ້າສູ່ມື້ທີ່ 5

ໄຟໄໝ້ປ່າຮຸນແຮງຢູ່ຕວັກກີ ເຈົ້າໜ້າທີ່ເລັ່ງດັບໄຟເຂົ້າສູ່ມື້ທີ່ 5

Published on

ສໍານັກຂ່າວ ເອພີ ລາຍງານວ່າ ເຫດໄຟປ່າຫຼາຍ 10 ຈຸດໃກ້ກັບຣີສອດໃນແຂວງອັນທັນຍາ ແລະ ແຂວງມູລາ ທາງທິດຕາເວັນຕົກສ່ຽງໃຕ້ຂອງປະເທດຕຸລາກີ ລ່ວງເຂົ້າສູ່ວັນທີ 5 ແລ້ວ ເມື່ອວັນທີ 1 ສິງຫາ 2021 ໂດຍເຈົ້າໜ້າທີ່ພົບສົບຜູ້ເສຍຊີວິດເພີ່ມເຕີມ ທີ່ໃຫ້ຍອດຜູ້ລ່າສຸດທີ່ 8 ສົບແລ້ວ ຂະນະທີ່ຊາວບ້ານກັບນັກທ່ອງທ່ຽວຕ້ອງໜີຕາຍດ້ວຍເຮືອຂະໜາດນ້ອຍ ໂດຍມີເຮືອຂອງໜ່ວຍຍາມຝັ່ງກອງທັບລອຍຢູ່ເທິງທະເລ ເພື່ອກຽມພ້ອມກໍລະນີທີ່ຕ້ອງມີການອົບພະຍົບຄັ້ງໃຫຍ່.

ຫຼາຍຫຼັງຄາເຮືອນໃນເມືອງ ມາຊິຄອຍ ຢູ່ແຂວງ ມູລາ ແມ່ນຖືກໄຟໄໝ້ໄດ້ຮັບຄວາມເສຍຫາຍ ປະຊາຊົນຕ້ອງພາກັນອົບພະຍົບໜີຕາຍ ຊາວບ້ານໃນໝູ່ບ້ານ Cokertme ເຊິ່ງຢູ່ໃກ້ກັນຕ້ອງອົບພະຍົບ ເນື່ອງຈາກໄຟໄດ້ລາມໃກ້ເຂົ້າມາເລື້ອຍໆ ນັກຂ່າວທ້ອງຖິ່ນລາຍງານວ່າ ໂຮງງານໄຟຟ້າພະລັງງານຄວາມຮ້ອນ 2 ແຫ່ງທີ່ຕັ້ງຢູ່ບໍ່ໄກ ກໍສ່ຽງໄດ້ຮັບຜົນກະທົບຈາກໄຟປ່າເຊັນກັນ.

ທາງການຕວັກກີ ຍັງປະກາດໃຫ້ນັກທ່ອງທ່ຽວ ແລະ ຊາວບ້ານ ອົບພະຍົບອອກຈາກພື້ນທີ່ ເນື່ອງຈາກໄຟໄດ້ລາມຢ່າງໄວວາ ແລະ ກະແສລົມຮ້ອນທີ່ແຮງ ຈົນເຈົ້າໜ້າທີ່ດັບເພີງໄດ້ຮັບຄວາມລໍາບາກໃນການເຮັດວຽກ, ພວກເຂົາຕ້ອງໄດ້ໃຊ້ເຮລິຄອບເຕີເຂົ້າຊ່ວຍໃນການດັບໄຟໃນຈຸດທີ່ບໍ່ສາມາດເຂົ້າເຖິງໄດ້ຈາກທາງພື້ນດິນ.

ປະກົດການ ຄື້ນຄວາມຮ້ອນກໍາລັງເຮັດໃຫ້ເກີດໄຟໄໝ້ປ່າຮຸນແຮງທົ່ວເອີຣົບ ແຕ່ມີຂ່າວລືໃນຕວັກກີວ່າ ໄຟໄໝ້ປ່າບາງຈຸດອາດເກີດຈາກມະນຸດ ເຊິ່ງທາງການຕວັກກີຢືນຢັນວ່າ ມີການວາງເພີງ ໂດຍກຸ່ມຫົວຮຸນແຮງ ຫຼື ບໍ່ ສ່ວນຜູ້ຊຽວຊານເຊື່ອວ່າ ໄຟປ່າສ່ວນໃຫຍ່ໃນຕວັກກີ ເກີດຈາກພາວະໂລກຮ້ອນ ປົນກັບອຸບັດຕິເຫດທີ່ມະຍຸດສ້າງຂຶ້ນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...