spot_img
Homeຂ່າວຕ່າງປະເທດອັງກິດເລັ່ງສ້າງເຮືອບິນແບບບໍ່ມີປ່ອງຢ້ຽມ ນ້ຳໜັກເບົາ - ປະຢັດພະລັງງານ

ອັງກິດເລັ່ງສ້າງເຮືອບິນແບບບໍ່ມີປ່ອງຢ້ຽມ ນ້ຳໜັກເບົາ – ປະຢັດພະລັງງານ

Published on

flight-concept-04

 

ອັງກິດເລັງພັດທະນາເຮືອບິນແບບບໍ່ມີປ່ອງຢ້ຽມ ດ້ານໃນຕິດໜ້າຈໍໃສ່ແທນ ຊ່ວຍຫລຸດນ້ຳໜັກຂອງເຮືອບິນລົງ ແລະ

ປະຢັດພະລັງງານຫລາຍຂຶ້ນ ຫລຸດຜ່ອນຄ່າໃຊ້ຈ່າຍ.

 

ເມື່ອວັນທີ 26 ຕຸລາ ທີ່ຜ່ານມາ ສຳນັກຂ່າວຕ່າງປະເທດລາຍງານວ່າ ບໍລິສັດ CPI ຜູ້ຜະລິດເຮືອບິນຂອງອັງກິດ ໄດ້ເຜີຍ

ແຜ່ພາບແນວຄວາມຄິດຂອງເຮືອບິນແບບບໍ່ມີປ່ອງຢ້ຽມອອກມາ ເຊິ່ງເປັນໂຄງການທີ່ບໍລິສັດກຳລັງເລັ່ງພັດທະນາຢູ່

ໂດຍໄດ້ແທນປ່ອງຢ້ຽມດ້ວຍຈໍສະກຣີນຄວາມລະອຽດສູງ ເຊິ່ງສາມາດສະແດງພາບຕ່າງໆໄດ້ ບໍ່ແຕກຕ່າງຈາກໜ້າຈໍ

ຂອງຄອມພິວເຕີ້ ໂດຍອາດໃຊ້ສະແດງພາບໝູ່ເມກທີ່ຄ້າຍຄືຈິງ, ຈຳລອງພາບດວງອາທິດຂຶ້ນ ຫລື ຕົກ, ພ້ອມກັນນັ້ນ

ກໍຍັງສາມາດເຊື່ອມສັນຍານສຳລັບການປະຊຸມຜ່ານລະບົບ ວີດີໂອຄອນເຟີເຣັນກໍໄດ້.

 

flight-slide-01

 

ສຳລັບເຫດຜົນຫລັກທີທາງບໍລິສັດ CPI ມຸ່ງໝັ້ນພັດທະນາເຮືອບິນແບບໄຮ້ປ່ອງຢ້ຽມນີ້ຂຶ້ນມາ ກໍແມ່ນເພື່ອຄວາມປະ

ຢັດ ອັນເປັນສິ່ງທີ່ຫລາຍສາຍການບິນກຳລັງເລັ່ງພະຍາຍາມຮັດເຂັມຂັດຕົນເອງຢູ່ ເມື່ອບໍ່ມີກະຈົກປ່ອງຢ້ຽມ ນ້ຳໜັກ

ເຮືອບິນກໍຈະເບົາຂຶ້ນ ໃຊ້ພະລັງງານເຊື້ອໄຟໜ້ອຍລົງ ຕະຫລອດຈົນປ່ອຍອາຍກາກບອນດີອົກຊິດ ອອກສູ່ບັນຍາກາດ

ໄດ້ໜ້ອຍລົງອີກດ້ວຍ ເຊິ່ງເອີ້ນໄດ້ວ່າທັງປະຢັດ ແລະ ຮັກສາໂລກໄປພ້ອມໆກັນ ໂດຍຄາດວ່າເຮືອບິນແບບດັ່ງກ່າວນີ້

ຈະມີໃຫ້ໃຊ້ບໍລິການຢ່າງແທ້ຈິງພາຍໃນອີກ 10 ປີຂ້າງໜ້າ.

 

flight-slide-02

flight-slide-03

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...