Homeຂ່າວຕ່າງປະເທດສານອະນຸມັດໃຫ້ປະກັນໂຕລຸງພົນ ໃນຄະດີນ້ອງຊົມພູ່ ແລ້ວ

ສານອະນຸມັດໃຫ້ປະກັນໂຕລຸງພົນ ໃນຄະດີນ້ອງຊົມພູ່ ແລ້ວ

Published on

ທ້າວ ໄຊຍະພົນ ຫຼື  ລຸງພົນ ທີ່ຫຼາຍຄົນຮູ້ໃຈ ໃນຄະດີນ້ອງຊົມພູ່ ແລະໄດ້ເດີນທາງຮອດບ້ານກົກກອກແລ້ວ ຫຼັງໄດ້ຮັບການປະກັນໂຕ, ເມື່ອມາຮອດກໍໄດ້ເຮັດພິທີບູຊາ ພະຍານາກ ແລະ ເຮັດພິທີເສຍເຄາະ ໂດຍມີພໍ່ແມ່ ຂອງລຸງພົນ ລໍຖ້າຫົດນໍ້າມົນໃຫ້ກ່ອນເຂົ້າບ້ານ ແລະ ເຮັດພິທີສູ່ຂວັນເອີ້ນຂວັນ. ທາງດ້ານ ຂອງແຟນຄຣັບ ຫຼື ຜູ້ຕິດຕາມລຸງພົນ ກໍໄດ້ເຂົ້າມາກອດໃຫ້ກຳລັງໃຈ ຈາກນັ້ນ ກໍໄດ້ເຂົ້າບ້ານທັນທີ.

ການປະກັນໂຕ ໃນຄະດີນ້ອງຊົມພູ່ ສານໄດ້ໃຫ້ວາງຫຼັກຊັບເປັນເງິນສົດ 180,000 ບາດໄທ ແລະ ມີເງື່ອນໄຂ 5 ຂໍ້ ທັງນີ້ ທີມທະນາຍເປັນຜູ້ຮຽກຮ້ອງໃຫ້ວາງຂໍ້ກຳນົດ ແລະ ຈະບໍ່ໄດ້ກ່ຽວຂ້ອງກັບພະຍານຫຼັກຖານ ແລະ ພະຍານບຸກຄົນ ຖ້າຫາກເຮັດຜິດເງື່ອນໄຂໃດໜຶ່ງ ຍິນດີ ແລະ ຍິນຍອມໃຫ້ສານຖອນປະກັນທັນທີ.

ສ່ວນທາງດ້ານແມ່ ຂອງນ້ອງຊົມພູ່ ກໍໄດ້ໃຫ້ສຳພາດກັບນັກຂ່າວວ່າ ຕ້ອງຢູ່ຢ່າງລະມັດລະວັງໂຕຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...