spot_img
Homeຂ່າວຕ່າງປະເທດປີ 2020 ຈຳນວນຜູ້ເສຍຊີວິດຈາກເຫດເຮືອບິນຕົກເພີ່ມສູງຂຶ້ນເຖິງຈະເປັນໄລຍະໂຄວິດ-19

ປີ 2020 ຈຳນວນຜູ້ເສຍຊີວິດຈາກເຫດເຮືອບິນຕົກເພີ່ມສູງຂຶ້ນເຖິງຈະເປັນໄລຍະໂຄວິດ-19

Published on

ຈຳນວນຜູ້ເສຍຊີວິດຈາກເຫດການເຮືອບິນຕົກໃນປີ 2020 ເພີ່ມສູງຂຶ້ນ ເຖິງແມ່ນວ່າຈະເປັນໄລຍະການລະບາດຂອງໂຄວິດ-19 ກໍ່ຕາມ.

ສຳນັກຂ່າວຕ່າງປະເທດ ລາຍງານວ່າ To 70 ບໍລິສັດທີ່ປຶກສາດ້ານການບິນຂອງເນເທີແລນລະບຸວ່າ ມີຜູ້ເສຍຊີວິດຈາກເຫດການເຮືອບິນຕົກທົ່ວໂລກເມື່ອປີທີ່ຜ່ານມາຈຳນວນ 299 ຄົນ ເພີ່ມຂຶ້ນຈາກຈຳນວນ 257 ຄົນໃນປີ 2019 ເຖິງແມ່ນວ່າຈຳນວນຖ້ຽວບິນໃນປີຜ່ານມາຈະຫຼຸດລົງຫຼາຍເນື່ອງຈາກມາດຕະການຄວບຄຸມການລະບາດໂຄວິດ-19.

ເວັບໄຂຕິດຕາມເສັ້ນທາງການບິນ “ໄຟລເຣດາຣ໌ 24” (Flightradar 24) ລາຍງານວ່າຈຳນວນທ້ຽວບິນທຸລະກິດຫຼຸດລົງ 42% ໃນປີທີ່ຜ່ານມາ.

ຖະແຫຼງການ To70 ກ່າວວ່າຕົວເລກດັ່ງກ່າວແມ່ນອີງໃສ່ຈຳນວນຜູ້ເສຍຊີວິດໃນອຸບັດເຫດເຮືອບິນໂດຍສານຂະໜາດໃຫຍ່. ລວມທັງການກະທຳ ທີ່ຜິດກົດໝາຍເຊັ່ນການຍິງເຮືອບິນຕົກ.

ຈຳນວນຜູ້ເສຍຊີວິດໃນປີ 2020 ລວມມີຜູ້ຖືກເຄາະຮ້າຍຈາກກອງກຳລັງປະກອບອາວຸດອີຣານຍິງເຮືອບິນໂດຍສານຖ້ຽວບິນສາກົນຢູເຄນໃນເດືອນມັງກອນ ແລະ ອີຣານມີແຜນຈະມອບເງິນ 150.000 ໂດລາ (4,5 ລ້ານໂດລາສະຫະລັດ). ຕໍ່ຄອບຄົວລວມທັງໝົດ 176 ຄົນທີ່ເສຍຊີວິດຈາກເຫດການດັ່ງກ່າວ.

ນອກນີ້,​ ຍັງລວມມີຜູ້ເສຍຊີວິດ 98 ຄົນໃນເດືອນພຶດສະພາຫຼັງຈາກເຮືອບິນນາໆຊາດຂອງປາກີສະຖານຕົກຢູ່ເມືອງ ກາຣາຈີ. ລາຍງານເບື້ອງຕົ້ນລະບຸວ່າມັນເກີດມາຈາກ “ຂໍ້ບົກຜ່ອງຂອງມະນຸດ”.

To70 ພົບວ່າ ຈຳນວນອຸບັດຕິເຫດຫຼຸດລົງຈາກ 86 ຄັ້ງໃນປີ 2019 ມາເປັນ 40 ໃນປີ 2020 ແລະ ໃນ ຈຳນວນ 40 ຄົນ, ມີພຽງ 5 ຄົນເທົ່ານັ້ນທີ່ເສຍຊີວິດ.

ເຖິງແມ່ນວ່າບໍລິສັດທີ່ປຶກສາດ້ານການບິນນີ້ລະບຸວ່າ ອັດຕາການເກີດອຸບັດຕິເຫດມັນ “ໃກ້ກັບຕົວເລກສະເລ່ຍໃນໄລຍະ 10 ປີທີ່ຜ່ານມາ,” ແຕ່ໄດ້ເຕືອນວ່າການຫຼຸດລົງຂອງ ຈຳນວນຖ້ຽວບິນມີຜົນກະທົບທີ່ ສຳຄັນຕໍ່ຜົນງານຂອງລູກເຮືອ, ໂດຍກ່າວວ່າ “ການຫຼຸດລົງຂອງທັກສະທັກສະເທື່ອລະກ້າວ”. ການຫຼຸດລົງແມ່ນບັນຫາໃຫຍ່ໃນອຸດສະຫະກຳ ຂອງພວກເຮົາໃນລະຫວ່າງທີ່ພວກເຮົາກັບມາປະຕິບັດງານປົກກະຕິ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...