spot_img
Homeຂ່າວພາຍ​ໃນລັດເຫັນດີໃຫ້ຂາຍສິດນຳໃຊ້ທີ່ດິນ ເຂດສະຫງວນສອງຟາກຖະໜົນ 450 ປີ

ລັດເຫັນດີໃຫ້ຂາຍສິດນຳໃຊ້ທີ່ດິນ ເຂດສະຫງວນສອງຟາກຖະໜົນ 450 ປີ

Published on

ອີງຕາມການລາຍງານຈາກສຳນັກຂ່າວສານປະເທດລາວ ໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ, ໃນນາມຮອງຄະນະແກ້ໄຂທີ່ດິນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ໄດ້ອອກແຈ້ງການ ກ່ຽວກັບການປະກາດຂາຍສິດນຳໃຊ້ທີ່ດິນ ໃນເຂດສະຫງວນສອງຟາກຖະໜົນວຽງຈັນ 450 ປີ ເບື້ອງລະ 50 ແມັດ ຈຳນວນ 93 ຕອນ, ເນື້ອທີ່ 283.500 ຕາແມັດ ໃຫ້ບຸກຄົນ, ນິຕິບຸກຄົນທົ່ວໄປ ເພື່ອນຳເງິນມາຊຳລະທະນາຄານແຫ່ງ ສປປ ລາວ ແລະ ຄ່າກໍ່ສ້າງເສັ້ນທາງ.

ຢ່າງໃດກໍຕາມ, ເມື່ອທ້າຍເດືອນຕຸລາ 2020 ຜ່ານມານີ້, ອົງການປົກຄອງນະຄອນຫຼວງວຽງຈັນ ຮ່ວມກັບທະນາຄານແຫ່ງ ສປປ ລາວ(ທຫລ) ແລະ ບໍລິສັດ ກຸ່ມດວງຈະເລີນພັດທະນາກໍ່ສ້າງ ຈໍາກັດຜູ້ດຽວ ໄດ້ຮ່ວມລົງນາມສັນຍາການມອບ-ໂອນ ສິດນໍາໃຊ້ທີ່ດິນ ເພື່ອໃຫ້ບໍລິສັດ ດວງຈະເລີນ ເປັນຜູ້ຊໍາລະທັງຕົ້ນທຶນ ແລະ ດອກເບ້ຍໃຫ້ ທຫລ ຕາມສັນຍາທີ່ໄດ້ກໍານົດໄວ້ໃນຕໍ່ໜ້ານີ້; ພາຍຫລັງທີ່ບໍລິສັດ ດັ່ງກ່າວໄດ້ຮັບໃບຕາດິນແລ້ວ, ບໍລິສັດເປັນຜູ້ຮັບພາລະໃນການລົງທຶນ ໃນການສືບຕໍ່ພັດທະນາ ເປັນຕົ້ນ ການຖົມດິນ, ເອົານໍ້າປະປາ, ໄຟຟ້າ, ສ້າງເສັ້ນທາງເຂົ້າໃສ່ດິນແຕ່ລະເຂດ ເຊິ່ງເປັນມູນຄ່າລົງທຶນເພີ່ມຫຼາຍກວ່າ 30 ລ້ານໂດລາ ເພື່ອສ້າງຄວາມເພິ່ງພໍໃຈໃຫ້ນັກລົງທຶນ ແລະ ສາມາດຂາຍດິນໄດ້ໃນຊ່ວງໄລຍະເວລາ 5 ປີຕໍ່ໜ້າ ເພື່ອມາເປັນທຶນຊໍາລະໃຫ້ ທຫລໃຫ້ສໍາເລັດໂດຍບໍ່ໄດ້ໃຊ້ງົບປະມານຂອງລັດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...