spot_img
Homeຊີວິດແລະຄວາມຮັກຈົດໝາຍເຖິງຫຼານສາວ

ຈົດໝາຍເຖິງຫຼານສາວ

Published on

Laopost

ສະບາຍດີ ອີ່ນ້ອຍ ຫຼານສາວສຸດທີ່ຮັກຂອງແມ່ເຖົ້າ, ກ່ອນອື່ນໝົດ ແມ່ເຖົ້າຫວັງວ່າຫຼານສາວຂອງແມ່ເຖົ້າຄົງສະບາຍດີ ແລະມີຄວາມຫ້າວຫັນໃສ່ການສຶກສາຮ່ຳຮຽນດີເນາະ!. ສ່ວນແມ່ເຖົ້າແມ່ນສະບາຍດີ ແຕ່ຍັງບໍ່ແຈບເຈີນຳຄວາມຄິດຮອດຄິດເຖິງຫຼານສາວຢູ່ຕະຫຼອດ ບໍ່ຮູ້ວ່າຫຼານຢູ່ຫໍພັກນັ້ນຢູ່ກິນແນວເລີ ຕື່ນຈັກໂມງ, ໄປໂຮງຮຽນຈັກໂມງ, ເລີກໂຮງຮຽນມາຫໍພັກແລ້ວຫຼານເຮັດຫຍັງແດ່ ແລະກ່ອນນອນຫຼານເຮັດຫຍັງ? ກ່ອນແມ່ເຖົ້າເປັນຫ່ວງເລື່ອງນີ້ເພາະແມ່ເຖົ້າເຫັນພຶດຕິກຳຂອງນັກສຶກສາບາງຄົນທີ່ພັກຢູ່ຫໍພັກໃກ້ເຮືອນເຮົານີ້:

ແມ່ຕູ້ໄດ້ລັກສັງເກດເບິ່ງພຶດຕິກຳນັກສຶກສາສາວຜູ້ໜຶ່ງທີ່ພັກຢູ່ຫໍພັກຂ້າງເຮືອນເຮົາ ລາວເປັນຄົນມີຮູບຮ່າງໜ້າຕາຜິວພັນສວຍງາມ ຍ່າງໄປໂຮງຮຽນເທື່ອໃດບໍ່ແມ່ນແຕ່ພວກຜູ້ບ່າວເຂົາແນມດອກ ພວກຜູ້ສາວກໍພາກັນແນມ ລວມທັງແມ່ເຖົ້າກໍແນມລາວຄືກັນ ອອນຊອນນຳຄວາມງາມຂອງລາວ ເສຍດາຍແຕ່ທ່າທາງການຍ່າງຂອງລາວຂ້ອນຂ້າງແຂງ ກະໂດ່ງກະເດ່ງ ເວີກໆ ວາກໆ ປານນັ້ນພວກຜູ້ບ່າວກະຍັງຫຸ້ມບໍ່ແມ່ນຂອງງ່າຍ ແຕ່ລາວກໍບໍ່ແມ່ນຊິມັກໃຜໂລໆເລໆ.

ຕອນຍ່າງໄປຮຽນແມ່ຕູ້ເຫັນລາວໃຊ້ສາຍສຽບຫູຟັງເພງໃນໂທລະສັບ ສ່ວນມືແມ່ນກົດຢູ່ໂທລະສັບຫັ້ນ, ຕອນກັບຈາກໂຮງຮຽນແມ່ຕູ້ກໍເຫັນລາວໃຊ້ສາຍສຽບຫູຍ່າງກົ້ມກົດໂທລະສັບມາ, ເວລາແມ່ຕູ້ຍ່າງກາຍຫ້ອງພັກຂອງລາວ ແມ່ຕູ້ກໍເຫັນລາວນັ່ງຈິ້ມໂທລະສັບຢູ່ຫັ້ນ ຄັນບໍ່ນັ່ງຈິ້ມກໍນອນຈິ້ມ ທຸກເວລາແມ່ນແຕ່ຕອນລາວຕາກເຄື່ອງ ກວ່າຊິແລ້ວກໍໃຊ້ເວລາດົນເພາະທັງຈິ້ມໂທລະສັບ ທັງຕາກເຄື່ອງ.. ເວລາທີ່ບໍ່ເຫັນລາວຈິ້ມໂທລະສັບແມ່ນຕອນກິນເບຍ ຫຼືບາງເທື່ອນັ່ງກິນເຂົ້າກັບໝູ່ຢູ່ກະຍັງຫຼິ້ນໂທລະສັບ.

ນັ້ນແມ່ນ ບຸກຄົນຕົວຢ່າງທີ່ແມ່ເຖົ້າຢາກບອກໃຫ້ຫຼານຮູ້ວ່າ ຫຼານສາວຂອງແມ່ເຖົ້າຢ່າເປັນຈັ່ງຊັ້ນເດີ, ນອນກໍຄວນຕື່ນແຕ່ເຊົ້າ ແຕ່ງຢູ່ຄົວກິນ, ອະນາໄມຮ່າງກາຍ, ເບິ່ງບົດຮຽນ, ກິນເຂົ້າ ແລ້ວໄປໂຮງຮຽນ, ເວລາຢູ່ຫ້ອງຮຽນກໍຕິດຕາມອາຈານໃຫ້ດີ ຟັງໃຫ້ໄດ້ຍິນທຸກຄຳຂອງອາຈານ ຖ້າບໍ່ເຂົ້າໃຈກໍບອກວ່າບໍ່ເຂົ້າໃຈ ໃຫ້ອາຈານເພິ່ນອະທິບາຍໃຫ້ຟັງໃໝ່. ບາດກັບມາຫ້ອງພັກ ຫຼານກໍເອົາບົດຮຽນມາທົບທວນ, ຕອນແລງກິນເຂົ້າແລ້ວຫຼານກໍລີດເຄື່ອງນຸ່ງໄວ້, ແກ້ບົດເຝິກຫັດ ຫຼືອ່ານບົດຮຽນວິຊາກຽມຊິໄປຮຽນນັ້ນເພື່ອທຳຄວາມເຂົ້າໃຈໄວ້ລ່ວງໜ້າ, ຖ້າວ່າງໆ ແນ່ກໍເຂົ້າຫ້ອງສະໝຸດຂອງໂຮງຮຽນ ຊອກອ່ານໜັງສື ຖ້າບໍ່ຢາກອ່ານບົດຮຽນ ຫຼານກໍອ່ານເລື່ອງອື່ນກໍໄດ້ ລ້ວນແຕ່ເປັນປະໂຫຍດທັງນັ້ນ. ເລື່ອງໂທລະສັບນະ ຫຼານກະຫຼິ້ນເລັກໆ ນ້ອຍໆ ທີ່ສຳຄັນນັ້ນໃຫ້ຮູ້ຈັກຊອກຂໍ້ມູນດີໆ ປ້ອນເຂົ້າສະໝອງ ສະສົມໄວ້ໃຊ້ໃນອະນາຄົດຂອງຫຼານຫັ້ນລະ…

ແມ່ເຖົ້າບໍ່ມີຫຍັງຫຼາຍເດີ ດ້ວຍຄວາມຮັກ ຄວາມຫ່ວງໃຍ ເວລາໃດແມ່ເຖົ້າກໍຄິດຮອດຫຼານຢູ່ສະເໝີ ຢ້ານແຕ່ຫຼານມົວເມົານຳວັດຖຸສິ່ງຂອງຈົນລືມເຝິກຝົນຫຼໍ່ຫຼອມຕົນເອງ. ແມ່ເຖົ້າຖ້າເບິ່ງຜົນງານຂອງຫຼານຢູ່ສະເໝີເດີ ແລະຖ້າຫຼານມີບັນຫາຫຍັງ ກໍໂທມາຫາແມ່ເຖົ້າ ຮັກສະເໝີເນີ່ນ້ອຍເນີ່ ປິດພາກຮຽນແລ້ວມາຢາມແມ່ເຖົ້າແດ່.

ຈາກແມ່ເຖົ້າຜູ້ຄອງຄອຍ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...