Homeຂ່າວການສຶກສາລັດຖະບານເປັນຫ່ວງ ນັກສຶກສາລາວ ຢູ່ແຂວງ ຮ່າຕິ້ງ 151 ຄົນ ທີ່ລັກອອກຈາກຫໍພັກກັບຄືນປະເທດ

ລັດຖະບານເປັນຫ່ວງ ນັກສຶກສາລາວ ຢູ່ແຂວງ ຮ່າຕິ້ງ 151 ຄົນ ທີ່ລັກອອກຈາກຫໍພັກກັບຄືນປະເທດ

Published on

ໜັງສືພິມວຽງຈັນທາມລາຍງານເມື່ອວັນທີ 10 ເມສາ 2020 ນີ້ວ່າ ອີງຕາມໜັງສືແຈ້ງການຂອງພະແນກພົວພັນຕ່າງປະເທດ ແຂວງ ຮ່າຕິ້ງ ສສ ຫວຽດນາມ ສະບັບເລກທີ 238/SNgV-LSBG ລົງວັນທີ 7 ເມສາ 2020 ແລະ ໜັງສືລາຍງານຈາກສະຖານກົງສູນໃຫ່ຍ ແຫ່ງ ສປປ ລາວ ປະຈຳ ນະຄອນດານັງ ສສ ຫວຽດນາມ ສະບັບເລກທີ 136/ກສ.ດນ, ລົງວັນທີ 8 ເມສາ 2020 ໃຫ້ຮູ້ວ່າໄດ້ມີ ນັກສຶກສາລາວ ຈຳນວນ 151 ຄົນ ໄດ້ລັກ ອອກຈາກຫໍພັກຂອງໂຮງຮຽນ ເພື່ອເດີນ ທາງກັບ ສປປ ລາວ ຊຶ່ງນັກສຶກສາດັ່ງກ່າວ ໄດ້ຮຽນຢູ່ 3 ສະຖາບັນສຶກສາຄື: ມະຫາວິທະຍາໄລ ຮ່າຕິ້ງ ຈຳນວນ 70 ຄົນ, ວິທະຍາໄລແພດ ຮ່າຕິ້ງ ຈຳນວນ 53 ຄົນ ແລະ ວິທະຍາໄລເຕັກນິກ ຫວຽດ-ເຢຍລະມັນ 28 ຄົນ.

ໃນຈໍານວນດັ່ງກ່າວເປັນນັກສຶກສາຈາກແຂວງຕ່າງໆ ດັ່ງນີ້ ແຂວງຄໍາມ່ວນ 52 ຄົນ, ຊຽງຂວາງ 26 ຄົນ, ນະຄອນຫຼວງວຽງຈັນ 18 ຄົນ, ຈໍາປາສັກ 12 ຄົນ, ສະຫວັນນະເຂດ ແລະ ວຽງຈັນ ແຂວງລະ 10 ຄົນ, ໄຊສົມບູນ 9 ຄົນ, ບໍລິຄໍາໄຊ ແລະ ສາລະວັນ ແຂວງລະ 3 ຄົນ, ໄຊຍະບູລີ, ຜົ້ງສາລີ ແລະ ຫົວພັນ ແຂວງລະ 2 ຄົນ, ອັດຕະປື ແລະ ຫຼວງພະບາງ ແຂວງລະ 1 ຄົນ.

ການກັບມາດັ່ງກ່າວແມ່ນ ເປັນການລະເມີດຄໍາສັ່ງ, ແຈ້ງການ ແລະ ລະບຽບ ຂອງ ລັດຖະບານ ສສ ຫວຽດນາມ ແຂວງ ຮ່າຕີ່ງ ແລະ ສະຖານການສຶກສາ ກ່ຽວກັບມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດອັກເສບປອດຈາກ ເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19.

ທ່ານ ຮສ ປອ ກອງສີ ແສງມະນີ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຖະແຫຼງຂ່າວຕໍ່ສື່ມວນ ໃນວັນທີ 9 ເມສາ 2020 ວ່າ ລັດຖະບານມີຄວາມເປັນຫ່ວງ ທີ່ນັກນັກສືກສາລາວຈໍານວນໜຶ່ງຢູ່ແຂວງ ຮ່າຕິ້ງ ສສ ຫວຽດນາມ ລັກອອກຈາກຫໍພັກ ແລະ ກັບຄືນປະເທດ.

ກະຊວງສຶກສາທິການ ແລະ ກິລາ ຈຶ່ງອອກແຈ້ງການດັ່ງນີ້: ໃຫ້ພະແນກສຶກສາທິການ ແລະ ກິລາແຂວງ/ນະຄອນຫຼວງ ລາຍງານ ການນຳຂອງພາກສ່ວນຕົນເອງ, ປະສານສົມທົບພະແນກພົວພັນຕ່າງປະເທດແຂວງ ແລະ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄ ວິດ-19  ຢູ່ຂັ້ນທ້ອງຖິ່ນກ່ຽວກັບສະພາບນັກສຶກສາລາວ ທີ່ກຳລັງສຶກສາຢູ່ ສສ ຫວຽດນາມ ແລະ ກັບມາປະເທດລາວ, ຮຽກຮ້ອງໃຫ້ພໍ່ແມ, ຜູ້ປົກຄອງຈົ່ງໃຫ້ການຮ່ວມມືອົບຮົມລູກຫຼານຜູ້ທີ່ບໍ່ທັນກັບມາລາວ ຈົ່ງປະຕິບັດຄຳສັ່ງ ແລະ ກົດໝາຍຂອງເຈົ້າພາບ ກໍ່ຄືຄຳສັ່ງນາຍົກລັດຖະມົນຕີ ວ່າດ້ວຍການ ເພີ່ມທະວີມາດຕະການສະກັດກັ້ນ, ກັນການ ລະບາດ, ຄວບຄຸມ ແລະ ກຽມພ້ອມທຸກ ດ້ານເພື່ອຕ້ານພະຍາດໂຄວິດ-19.

ສະເພາະນັກສຶກສາລາວທີ່ກັບມາແລ້ວໃຫ້ປະຕິບັດຕາມຄຳສັ່ງຂອງຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ, ໃຫ້ນັກສຶກສາລາວທີ່ກຳລັງສືບຕໍ່ສຶກສາຢູ່ສະຖາບັນສຶກສາຕ່າງໆ ຢູ່ ສສ ຫວຽດນາມ ໃຫ້ສືບຕໍ່ຢູ່ພາຍໃຕ້ການຄຸ້ມຄອງ ຂອງສະຖາບັນການສຶກສານັ້ນໆ, ສຳລັບນັກສຶກສາລາວ ທີ່ກຳລັງສຶກສາຢູ່ປະເທດອື່ນໆ ນອກຈາກ ສສ ຫວຽດນາມ ແມ່ນໃຫ້ສືບຕໍ່ປະຕິບັດຕາມທິດຊີ້ນຳຂອງລັດຖະບານ, ສະຖານທູດລາວ ແລະ ມາດຕະການປ້ອງກັນຂອງ ປະເທດເຈົ້າພາບຢ່າງເຂັ້ມງວດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...