spot_img
Homeຂ່າວຕ່າງປະເທດສະຫວັນນະເຂດພົບຜູ້ຕ້ອງສົງໃສຕິດເຊື້ອໂຄວິດ-19, ສະຫະພາບເອີຣົບປິດທະວີບ : ຂ່າວສະຫຼຸບ COVID-19 ລາຍວັນ

ສະຫວັນນະເຂດພົບຜູ້ຕ້ອງສົງໃສຕິດເຊື້ອໂຄວິດ-19, ສະຫະພາບເອີຣົບປິດທະວີບ : ຂ່າວສະຫຼຸບ COVID-19 ລາຍວັນ

Published on

ສະຖານະການການແຜ່ລະບາດຂອງພະຍາດ COVID-19 ຍັງຄົງລຸກລາມ ແລະ ສ້າງຜົນກະທົບທັງຊັບຊິນ ແລະ ຊີວິດຂອງປະຊາຊົນໃນທົ່ວໂລກ, ອ່ານຂ່າວສະຫຼຸບເຫດການປະຈໍາວັນກ່ຽວກັບສະຖານະການ COVID-19 ໃນວັນທີ 17/03/2020 ດັ່ງລຸ່ມນີ້:

ຂ່າວພາຍໃນປະເທດ

  • ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດໂຄວິດ-19 ອອກໜັງສືສະເໜີໃຫ້ມີມາດຕະການແຍກປ່ຽວ ສຳລັບຜູ້ທີ່ມີອາການໃນນິຍາມ, ຈຳກັດບໍລິເວນຕົນ ໃນກໍລະນີທີ່ເດີນທາງມາຈາກຕ່າງປະເທດ ແລະ ຕິດຕາມອາການຂອງຕົນເອງເປັນເວລາ 14 ມື້ ເພື່ອເຝົ້າລະວັງການແຜ່ລະບາດຂອງພະຍາດ
  • ສະຖານກົງສູນໄທທີ່ແຂວງ ຄຳມ່ວນ ແຈ້ງການວ່າພົບຜູ້ຕິດເຊື້ອໂຄວິດ-19 ເຊິ່ງເປັນຄົນໄທພ້ອມດ້ວຍຄະນະຮ່ວມ 5 ຄົນ ເດີນທາງໄປແຂວງຄຳມ່ວນໃນວັນທີ 12 ມີນາ
  • ແຂວງສະຫວັນນະເຂດກວດພົບກໍລະນີຕ້ອງສົງໃສຕິດເຊື້ອໂຄວິດ-19 ຄົນທໍາອິດ ທີ່ດ່ານຂົວມິດຕະພາບລາວ-ໄທ 2 ເປັນເພດຍິງ ອາຍຸ 28 ເດີນທາງມາຈາກໄທ
  • ກະຊວງສຶກສາທິການສັ່ງໂຈະການຮຽນ-ການສອນໃຫ້ໂຮງຮຽລ້ຽງເດັກ, ອະນຸບານ, ກຽມປະຖົມຕັ້ງແຕ່ວັນທີ 17 ມີນາ – 21 ເມສາ ແລະ ໂຮງຮຽນປະຖົມສຶກສາຕັ້ງແຕ່ວັນທີ 19 ມີນາ – 21 ເມສາ
  • ໃນວັນນີ້ ປະເທດລາວພົບກໍລະນີສົງໄສ 85 ກໍລະນີ ບໍ່ພົບເຊື້ອ 81 ກໍລະນີ ກຳລັງກວດ 4 ກໍລະນີ

ຂ່າວຕ່າງປະເທດ

  • ມາເລເຊຍສັ່ງປິດປະເທດ 18-31 ມີນາ ຕອນນີ້ມີຜູ້ຕິດເຊື້ອໃນປະເທດທັ້ງໝົດ 566 ຄົນ;
  • ສະຫະພາບເອີຣົບປະກາດຫ້າມໃຫ້ຊາວຕ່າງຊາດນອກທະວີບທີ່ບໍ່ມີຄວາມຈຳເປັນ ເດີນທາງເຂົ້າທະວີບເອີຣົບເປັນເວລາ 30 ວັນ ເພື່ອປ້ອງກັນການແຜ່ລະບາດຂອງໄວຣັດໂຄວິດ-19;
  • ລັດຖະບານໄທສັ່ງປິດສະຖານທີຕ່າງໆເຊັ່ນ ສະຖານບັນເທິງ, ໂຮງຮູບເງົາ, ສະໜາມມ້າ, ສະໜາມມວຍ, ສະຖານທີນວດແຜນບູຮານ ພ້ອມງົດກິດຈະກຳທີ່ມີຄົນຈຳນວນຫຼາຍໃນກຸງເທບເປັນເວລາ 14 ມື້;
  • ນັກສະແດງຕ່າງປະເທດເຊັ່ນ Idris Elba (ຮູບເງົາຊຸດ Thor), Olga Kurylenko (James Bond 007: Quantum of Solace), Kristofer Hivju (Game of Thrones), ແມັດທິວ ດີນ ແລະ ລີເດຍ ສະຣັນຣັດ (ນັກສະແດງ ສາມີ-ພັນລະຍາ ຊາວໄທ) ກວດພົບເຊື້ອໄວຣັສໂຄວິດ-19;
  • ຂະນະນີ້ຍອດຜູ້ຕິດເຊື້ອທົ່ວໂລກມີປະມານ 182,400 ກໍລະນີ ເສຍຊີວິດປະມານ 7100 ກໍລະນີ (ອ້າງອີງຈາກເວັບໄຊສຳນັກຂ່າວ CNN)

ຮຽບຮຽງຂ່າວ: ວະນິດາ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...