Homeຂ່າວທ້ອງຖິ່ນທະນາຄານກະສິກອນໄທມອບ 70 ລ້ານໂດລາໃຫ້ໂຄງການກໍ່ສ້າງໂຮງໝໍກະເສມລາດ

ທະນາຄານກະສິກອນໄທມອບ 70 ລ້ານໂດລາໃຫ້ໂຄງການກໍ່ສ້າງໂຮງໝໍກະເສມລາດ

Published on

ເມື່ອວວັນທີ 14 ມິຖຸນາຜ່ານມາທີ່ໄດ້ຈັດພິທີລົງນາມສະໜັບສະໜູນເງິນຈຳນວນ 70 ລ້ານໂດລາໃຫ້ແກ່ການກໍ່ສ້າງໂຮງໝໍກະເສມລາດ ອິນເຕີເນເຊິນແນວ ວຽງຈັນ ຊຶ່ງຢູ່ໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ຈຳກັດ  ລະຫວ່າງ ທ່ານ ຮສ ດຣ ສະເຫຼີມ ຫານພານິດ ຜູ້ອຳນວຍການໃຫຍ່ໂຮງໝໍກະເສມລາດ ແລະ ທ່ານ ພັດທະນະພົງ ຕັນສົມບູນ ປະທານສະພາບໍລິຫານທະນາຄານກະສິກອນໄທ ຈຳກັດ ໃຫ້ກຽດເຂົ້າຮ່ວມເປັກສັກຂີພິຍານໂດຍ ທ່ານ ອາລຸນແກ້ວ ກິດຕິຄຸນ ລັດຖະມົນຕີປະຈຳສຳນັກ ງານນາຍົກລັດຖະມົນຕີ ທ່ານ ນາງ ຍານີ ສີມີໄຊ ອັກຄະລັດຖະທູດຝ່າຍການຄ້າ ສະຖານທູດໄທປະຈຳ ສປປ ລາວ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານປະທານສະພາບໍລິຫານທະນາຄານກະສິກອນໄທໄດ້ກ່າວວ່າ ທະນາຄານກະສິກອນໄທເຫັນເຖິງໂອກາດ ແລະ ທ່າແຮງຂອງ ສປປ ລາວ ທີ່ມີອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢ່າງໄວວາ ທັງນີ້ ການຂະຫຍາຍຖານລູກຄ້າໃນປະເພດທຸລະກິດຕ່າງໆກໍຖືເປັນເປົ້າໝາຍຫຼັກຂອງກະສິກອນໄທທີ່ຈະຊ່ວຍໃຫ້ຜູ້ປະກອບການສາມາດດຳເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ ສຳລັບການສະໜັບສະໜູນທຶນໃຫ້ແກ່ໂຄງການດັ່ງກ່າວຖືເປັນໂຄງການໃນເຄືອຂອງບໍລິສັດບາງກອກ ເຊັນ ຮອສປີໂຕ ມະຫາຊົນ (BCH) ຊຶ່ງພວມດຳເນີນການກໍ່ສ້າງຢູ່ໃນຂະນະນີ້ໃນມູນຄ່າ 70 ລ້ານໂດລາ.

ສຳລັບແຜນການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນປີ 2020 ແລະ ຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນມັງກອນ 2021 ມາຮອດປັດຈຸບັນແມ່ນສຳເລັດຫຼາຍກວ່າ 10% ຊຶ່ງປະກອບມີການກໍ່ສ້າງອາຄານພະຍາບານ ຫ້ອງພິເສດ ຫ້ອງບໍລິການ ຫໍພັກ ຫ້ອງສຸກເສີນ ແລະ ອື່ນໆແມ່ນຈະໃຫ້ສຳເລັດພາຍໃນເດືອນຕຸລາ 2019 ນີ້ ທັງນີ້ ຖ້າຫາກສ້າງສຳເລັດກໍຈະຊ່ວຍສ້າງວຽກເຮັດງານທຳໄດ້ຫຼາຍຮ້ອຍຕຳແໜ່ງ.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...