Homeຂ່າວຕ່າງປະເທດຊາວບຣາຊິນທົ່ວປະເທດນັດປະທ້ວງລັດຖະບານ

ຊາວບຣາຊິນທົ່ວປະເທດນັດປະທ້ວງລັດຖະບານ

Published on

ປະຊາຊົນຫຼາຍລ້ານຄົນນັດຢຸດງານ ແລະ ເດີນຂະບວນໃນຖະໜົນຫຼັກຫຼາຍສາຍທົ່ວປະເທດເພື່ອປະທ້ວງການປະຕິຮູບລະບົບບຳນານ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 15 ມິຖຸນາຜ່ານມາຈາກນະຄອນຣິໂອເດຈາເນໂຣວ່າ ການປະທ້ວງໃຫຍ່ທົ່ວປະເທດເກີດຂຶ້ນຕາມສຽງຮຽກຮ້ອງຂອງສະພາບແຮງງານຫຼາຍອົງກອນ ໂດຍມີເປົ້າໝາຍຫຼັກກ່ຽວກັບການປະຕິຮູບລະບົບບຳນານທີ່ຜູ້ນຳປະເທດກຳລັງຊຸກຍູ້ໃນສະພາຄອງເກຣສ ຊຶ່ງມີຂຶ້ນພາຍຫຼັງການປະທ້ວງໃຫຍ່ທົ່ວປະເທດເມື່ອເດືອນພຶດສະພາຜ່ານມາທີ່ໄດ້ຕໍ່ຕ້ານການຫຼຸດລາຍຈ່າຍຫຼາຍບ້ວງໃນລະບົບການສຶກສາຂອງບັນດາລັດຕ່າງໆທ່າມກາງຄວາມບໍ່ພໍໃຈຂອງປະຊາຊົນທີ່ພວມຕົກຢູ່ໃນພາວະເສດຖະກິດທີ່ຢູ່ໃນພາວະພວມຫຼຸດຖອຍ.

ເຖິງແມ່ນວ່າການປະທ້ວງຄັ້ງຫຼ້າສຸດຈະມີປະຊາຊົນເຂົ້າຮ່ວມບໍ່ຫຼາຍເທົ່າກັບການປະທ້ວງໃນເດືອນຜ່ານມາ ແຕ່ສະຫະພາບແຮງງານ ຫຼື UWC ຊຶ່ງໄດ້ກ່າວວ່າ ປະສົບຄວາມສຳເລັດຕາມແຜນທີ່ວາງໄວ້ ໂດຍອ້າງວ່າມີແຮງງານສະມາຊິກສະພາບປະມານ 45 ລ້ານຄົນເຂົ້າຮ່ວມໃນການປະທ້ວງໃນຄັ້ງນີ້.

ຂະນະທີ່ການປະຕິຮູບລະບົບບຳນານຕາມແຜນຂອງລັດຖະບານ ໂບລໂຊນາໂຣ ຈະເພີ່ມເກນການກະສຽນເປັນ 65 ປີສຳລັບຜູ້ຊາຍ ແລະ 62 ປີສຳລັບແມ່ຍິງ ລວມເຖິງເພີ່ມອາຍຸ ການເຮັດວຽກທີ່ສາມາດຮຽກຮ້ອງສິດທິຜົນປະໂຫຍດບຳນານໄດ້ເປັນຢ່າງໜ້ອຍ 30 ປີສຳລັບຜູ້ຊາຍ ແລະ 35 ປີສຳລັບແມ່ຍິງ.

ທັງນີ້ ລັດຖະບານຂອງ ໂບລໂຊນາໂຣ ກໍໄດ້ກ່າວວ່າ ການປະຕິຮູບລະບົບບຳນານຕາມແຜນຈະຊ່ວຍລັດຖະບານປະຢັດງົບ ແລະ ຄ່າໃຊ້ຈ່າຍອື່ນໆໄດ້ຢ່າງຫຼວງຫຼາຍ.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: dailynews.co.th

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...