spot_img
Homeຂ່າວຕ່າງປະເທດEU ສຳເລັດການເລືອກຕັ້ງໃຫຍ່ ຄົນແຫ່ໃຊ້ສິດຫຼາຍສຸດໃນຮອບ 25 ປີ

EU ສຳເລັດການເລືອກຕັ້ງໃຫຍ່ ຄົນແຫ່ໃຊ້ສິດຫຼາຍສຸດໃນຮອບ 25 ປີ

Published on

ສຳເລັດລົງແລ້ວສຳລັບການເລືອກຕັ້ງລັດຖະສະພາເອີຣົບ ໂດຍພັກຝ່າຍຂວາໄດ້ຜູ້ແທນເຂົ້າສະພາເພີ່ມຂຶ້ນ ຂະນະຄັ້ງນີ້ມີຄົນອອກມາໃຊ້ສິດເລືອກຕັ້ງຫຼາຍທີ່ສຸດໃນຮອບ 25 ປີ.

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 27 ພຶດສະພາຜ່ານມາວ່າ ການເລືອກຕັ້ງສະມາຊິກລັດຖະສະພາແຫ່ງສະຫະພາບເອີຣົບ (EUP) ຊຶ່ງຈັດຂຶ້ນເປັນເວລາ 3 ວັນທົ່ວທະວີບເອີຣົບ ໂດຍມີຜູ້ອອກມາໃຊ້ສິດເຖິງ 51% ຊຶ່ງນັບເປັນໂຕເລກຫຼາຍທີ່ສຸດນັບແຕ່ປີ 1994 ຂະນະທີ່ຜົນເອັກຊິດໂພລຊີ້ວ່າ ກຸ່ມພັກຝ່າຍຂວາໄດ້ຜູ້ແທນເຂົ້າສະພາເພີ່ມຂຶ້ນ.

ຂະນະທີ່ພາບລວມໃນລະດັບທະວີບ ກຸ່ມສະໜັບສະໜູນສະຫະພາບເອີຣົບ (EPP) ແລະ ພັນທະມິດຝ່າຍປະຊາທິປະໄຕ ແລະ ສັງຄົມນິຍົມ (S&D) ມີທ່າອຽງຈະໄດ້ໂຕເລກຜູ້ແທນໃນສະພາເອີຣົບຫຼາຍທີ່ສຸດ ແຕ່ຈຳນວນຜູ້ແທນຂອງ S&D ຊຶ່ງໂຕເລກຢູ່ທີ່ 147 ບ່ອນນັ່ງຈາກເດີມຢູ່ທີ່ 177 ບ່ອນນັ່ງຈາກສະມາຊິກສະພາເອີຣົບທີ່ມີທັງໝົດ 751 ທ່ານ.

ຢ່າງໃດກໍຕາມ ເອັກຊິດໂພລໄດ້ລະບຸວ່າ ພັກຝ່າຍຂວາໃນປະເທດຕ່າງໆທົ່ວສະພາເອີຣົບມີທ່າອຽງຈະໄດ້ຜູ້ແທນເຂົ້າສູ່ສະພາ EU ເພີ່ມຂຶ້ນບໍ່ວ່າຈະຢູ່ ຝຣັ່ງ ຮັງກາຣີ ເຢຍລະມັນ ຫຼື ໃນແອັດສະປາຍ ເຖິງແມ່ນວ່າພັກສັງຄົມນິຍົມຂອງນາຍົກລັດຖະມົນຕີ ເປໂດຣ ຊານເຊຊ ຈະຊະນະເລືອກຕັ້ງ ສ່ວນພັກລີກຂອງຮອງນາຍົກລັດຖະມົນຕີອີຕາລີຊະນະເລືອກຕັ້ງ EU ໃນປະເທດໂດຍໄດ້ຮັບຄະແນນລະຫວ່າງ 26-31% ຕ່າງຈາກການເລືອກຕັ້ງສະຫະພາບເອີຣົບຄັ້ງກ່ອນໃນປີ 2014 ທີ່ໄດ້ຮັບຄະແນນສຽງພຽງແຕ່ 6,2% ເທົ່ານັ້ນ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...