Homeຄວາມງາມເບິ່ງແຍງຜິວແບບໃດ ບໍ່ໃຫ້ຜິວແຫ້ງໃນລະດູໜາວ

ເບິ່ງແຍງຜິວແບບໃດ ບໍ່ໃຫ້ຜິວແຫ້ງໃນລະດູໜາວ

Published on

394474

ສາວໆ​ຕ້ອງ​ກຽມ​ພ້ອມ​ຮັບ​ມື​ກັບ​ບັນຫາ​ຜິວ​ແຫ້ງ​ແຕກ​ ທັງ​ຜິວ​ໜ້າ ​ແລະ ​ຜິວ​ກາຍ ເພາະ​ຖ້າ​ແຫ້ງ​ເຄັ່ງຫລາຍ​ໆ​ ຈະ​ຄັນ​ນໍາ ສ່ວນ​ຜິວ​ໜ້າ​ຖ້າ​ຊ່າໆ​ເມື່ອ​ໃດແມ່ນແຕ່ງໜ້າ​​ບໍ່​ງາມ​ແນ່ນອນ ມື້​ນີ້​ເຮົາ​ມີ​ວິທີ​ດີໆ​ໃຫ້​ກັບ​ສາວໆ​ເພື່ອ​ປະເຊີນ​ກັບ​ລະດູໜາວ​ທີ່​ຈະ​ກ້າວເຂົ້າມານີ້

ມາ​ຮູ້​ສາ​ເຫດ​ຂອງ” ຜິວ​ແຫ້ງ ” ກັນ​ກ່ອນ

1. ຕ່ອມ​ຜະລິດ​ໄຂ​ມັນ​ເຮັດວຽກ​ຫລຸດລົງ ເຮັດໃຫ້​ຜິວ​ຂາດ​ນ້ຳ​ມັນ​ຫລໍ່​ລ້ຽງ​ຕາມ​ທຳມະຊາດ ແລະ​ ຜິວ​ກໍ​ບໍ່​ສາມາດ​ກັກ​ເກັບ​ຄວາມ​ຊຸ່ມ​ຊື່ນ​ໄວ້​ໄດ້ ເຮັດໃຫ້​ລະ​ດັບ​ນ້ຳ​ໃນ​ຜິວ​ຫລຸດລົງ​ນ້ອຍ​ກວ່າ 10% ຈາກ​ລະ​ດັບ​ປົກກະຕິ​ທີ່ 10-20%

2. ສະພາບ​ອາ​ກາດ ສະພາບ​ແວດ​ລ້ອມ ທັງ​ໜາວ ທັງ​ລົມ ແລະ ​ແດດ ລວມ​ເຖິງ​ມົນ​ລະພາ​ວະ

3. ການ​ເບິ່ງແຍງ​ຜິວ​ທີ່​ບໍ່​ຖືກ​ຕ້ອງ

4. ອາ​ຍຸ​ທີ່​ເພີ່ມ​ຂຶ້ນ

 ວິທີ​ເບິ່ງແຍງ​ຕົ​ເອງ​ບໍ່​ໃຫ້​ຜິວ​ແຫ້

1. ກິນ​ອາຫານ​ໃຫ້​ຄົບ​ທຸກ​ໝູ່ ເພື່ອ​ໃຫ້​ຜິວ​ໄດ້ຮັບ​ສານ​ອາຫານ​ເຂົ້າໄປ​ຊ່ວຍ​ບຳ​ລຸງ ​ແລະ​ຊ່ອມ​ແຊມ​ສ່ວນ​ທີ່​ເສຍ​ຫາຍ

2. ຫາ​ນ້ຳ​ຈັກ​ຈອກໜຶ່ງ ວາງ​ເອົາ​ໄວ້​ໃກ້​ໂຕ​ເມື່ອ​ໂຕຢູ່ໃນ​ຫ້ອງ​ແອ ເພື່ອ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມຊື່ນ​ໃນ​ອາ​ກາດ

3. ທາ​ຄີມ​ກັນ​ແດດ​ທຸກ​ມື້ ເຖິງແມ່ນ​ບໍ່​ໄດ້​ອອກ​ໄປ​ໃສ ແລະ ​ຄວນ​ພະຍາຍາມ​ຫລີກ​ລ້ຽງ​ແດດ​ແຮງ

4. ດື່ມ​ນ້ຳ​ໃຫ້​ພຽງ​ພໍ ຢ່າ​ໃຫ້​ຜິວ​ຂາດ​ນ້ຳ 6-8ຈອກ​ເປັນ​ຢ່າງ​ຕໍ່າ

5. ຄົົນທີ່​ມີ​ຜິວ​ແຫ້ງ​ຢູ່​ແລ້ວ ​ບໍ່​ຄວນ​ລ້າງ​ໜ້າ​ກາຍ​ມື້​ລະ 2 ເທື່ອ ແລະ​ ເລືອກ​ໃຊ້​ຜະລິດຕະພັນ​ລ້າງ​ຫນ້າທີ່​ຮັກສາ​ຄວາມ​ຊຸ່ມ​ຊື່ນ​ຂອງ​ຜິວ​ໄວ້

6. ຄັດຜິວແນ່ ແຕ່​ຢ່າ​ຄັດ​ຫລາຍ​ຈົນ​ເກີນ​ໄປ ສຳລັບ​ຜິວ​ກາຍ ສາມາດ​ຄັດ​ໄດ້​ອາທິດ​  ລະ 2 ເທື່ອ ແລະ ​ຜິວ​ໜ້າ​ອາທິດ​ລະ​ເທື່ອ​ກໍ່​ພໍ

7. ທາ​ມອຍເຈີ​ໄລ​ເຊີ ​ຢ່າ​ງສະໝໍ່າ​ສະເໝີ ເລືອກ​ໃຊ້​ຜະລິດຕະພັນ​ທີ່​ຊ່ວຍ​ໃຫ້​ຜິວ​ເກັບ​ນ້ຳ​ໄວ້​ໄດ້ ແລະ ​ປົກ​ປ້ອງ​ບໍ່​ໃຫ້​ຜິວ​ສູນ​ເສຍ​ຄວາມ​ຊຸ່ມ​ຊື່ນ

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...