Homeຂ່າວພາຍ​ໃນຫ້ອງວ່າການປະທານປະເທດຫວນຄືນມູນເຊື້ອຜ່າວົງປິດລ້ອມຂອງກອງພັນທີ 2

ຫ້ອງວ່າການປະທານປະເທດຫວນຄືນມູນເຊື້ອຜ່າວົງປິດລ້ອມຂອງກອງພັນທີ 2

Published on

​ວັນ​ທີ 24 ພຶດສະພາ 2019 ທີ່ຫ້ອງວ່າການປະທານປະເທດໄດ້ຈັດປາຖະກະຖາເລົ່າມູນເຊື້ອວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ຄົບຮອບ 60 ປີ (19 ພຶດສະພາ 1959-19 ພຶດສະພາ 2019) ​ກໍເພື່ອ​ເຮັດໃຫ້ສະມາຊິກພັກ ລວມເຖິງພະນັກງານພາຍໃນຫ້ອງວ່າການປະທານປະເທດຮັບຮູ້ ແລະ ເຂົ້າໃຈເຖິງສະພາບການຂອງວັນສຳຄັນດັ່ງກ່າວ ​ໂດຍໃຫ້ກຽດປາຖະ ກະຖາ​ຂອງ ທ່ານ ທອງສະຫວັດ ໄຂຄໍາພິທູນ ພະນັກງານບໍານານ ອະດີດກໍາມະການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍພັນລະຍາ ​ມີທ່ານ ຄໍາເມິງ ພົງທະດີ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ພ້ອມດ້ວຍສະມາຊິກພັກ ແລະ ພະນັກງານເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ທອງສະຫວັດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງມູນເຊື້ອການຕໍ່ສູ້ຢ່າງພິລະອາດຫານຂອງກອງທັບ ແລະ ປະຊາຊົນ ມູນເຊື້ອຄວາມເປັນແບບຢ່າງດີງາມຂອງຜູ້ນໍາຂອງພັກ-ລັດ ພາຍຫຼັງທີ່ປະຕິບັດຕາມສັນຍາວຽງຈັນເມື່ອປີ 1975 ໃນການເຂົ້າລວມລາວຄັ້ງທີ I ຝ່າຍລາວຮັກຊາດ ແລະ ກໍາລັງສະໜັບສະໜູນ ນັບມື້ນັບມີອິດທິພົນສູງເດັ່ນຂຶ້ນໃນທົ່ວປະເທດ ແລະ ເວທີສາກົນສ້າງຄວາມບໍ່ພໍໃຈໃຫ້ຝ່າຍວຽງຈັນທີ່ເປັນລູກມືຈັກກະພັດອາເມຣິກາ ດັ່ງນັ້ນ ພວກສັດຕູຈຶ່ງໄດ້ດໍາເນີນການປາບປາມ ຈັບກຸມ ແລະ ຄຸມຂັງກໍາລັງຝ່າຍແນວລາວຮັກຊາດ ແລະ ບຸກຄົນທີ່ຮັກຊາດຢ່າງໂຫດຮ້າຍ ຂະນະທີ່ວັນທີ 22 ກໍລະກົດ 1958 ຜຸຍ ຊະນະນິກອນ ໄດ້ໂຄ່ນລົ້ມລັດຖະບານປະສົມແຫ່ງຊາດ 2 ຝ່າຍ ໄດ້ອອກກົດໝາຍຕ້ານກອມມູນິດ ລຶບລ້າງສັນຍາເຊີແນວປີ 1954 ແລະ ສັນຍາວຽງຈັນ ປີ 1957 ດໍາເນີນການປາບປາມຂະບວນການປະຕິວັດທົ່ວປະເທດ ແລະ ອອກຄໍາສັ່ງໃຫ້ກໍາລັງທະຫານປິດລ້ອມປົດອາວຸດກອງພັນທີ 1 ແລະ  2 ໃນຕົ້ນເດືອນພຶດສະພາ 1959 ຊຶ່ງລະຫວ່າງວັນທີ 15-17 ພຶດສະພາ 1959 ພວກເຂົາໄດ້ສັ່ງກໍາລັງຫຼວງ 4 ກອງພັນ ເຂົ້າມາປິດລ້ອມຄ້າຍກອງພັນທີ 2 ແລະ ໄດ້ສັ່ງໃຫ້ທະຫານວັງປາວສະກັດລັດທາງອ້ອມຂ້າງທົ່ງໄຫຫີນເພື່ອບໍ່ໃຫ້ກອງພັນທີ 2 ເລັດລອດອອກໄປໄດ້.

ຕໍ່ໜ້າສະພາບສັບສົນດັ່ງກ່າວ ໃນຄໍ່າຄືນຂອງວັນທີ 18 ພຶດສະພາ 1959 ຄະນະພັກ-ຄະນະບັນຊາກອງພັນທີ 2 ພາຍໃຕ້ການຊີ້ນໍາຂອງສູນກາງພັກ ໄດ້ໃຊ້ກົນອຸບາຍຫຼອກລວງສັດຕູ ແລະ ແຕ່ລະກົມກອງພ້ອມກັບຄອບຄົວ ພະນັກງານນັກຮົບທັງໝົດ ໄດ້ນໍາໃຊ້ຄວາມມືດຖອນທັບໄປທາງທິດຕາເວັນຕົກສຽງໃຕ້ ມຸ້ງໜ້າຫາເຂດບ້ານໂຕນນາແຖວໜອງຕິ້ວ ແລ້ວເຂົ້າປ່າໄປຕາມເສັ້ນທາງຫາບ້ານມາຍຢ່າງປິດລັບ  ຕົກມາຮອດເວລາ 7 ໂມງເຊົ້າຂອງວັນທີ 19 ພຶດສະພາ  1959 ສັດຕູບຸກເຂົ້າປົດອາວຸດກອງພັນທີ 2 ແຕ່ພວກເຂົາກໍຕ້ອງຕົກສະເງີ້ ເພາະຢູ່ໃນຄ້າຍມີແຕ່ຄວາມມິດງຽບ ແລະ ຫວ່າງເປົ່າ ເຮັດໃຫ້ພວກສັດຕູເຈັບແຄ້ນແໜ້ນໃຈ ແລະ ໄດ້ຮີບຮ້ອນໃຫ້ທຸກກໍາລັງໄລ່ລ່າຫວັງດັບສູນກອງພັນທີ 2 ຊຶ່ງພວກເຂົາໄດ້ລະດົມເອົາ 6 ກອງພັນທີ່ຂຶ້ນກັບທະຫານພາກ 2 ເຮືອ ບິນຊ່ວຍໜູນອ້ອມຂ້າງທົ່ງໄຫຫີນເພື່ອໄລ່ລ່າຕາມ ແຕ່ບໍ່ສາມາດຕິດຕາມໄດ້ທັນ ຢ່າງໃດກໍຕາມ ການເຄື່ອນທັບ 10 ກວ່າວັນ ຂອງກອງພັນທີ 2 ໄດ້ສູ້ຮົບກັບສັດຕູທັງນ້ອຍ ແລະ ໃຫຍ່ກວ່າ 10 ຄັ້ງ ສຸດທ້າຍກອງພັນທີ 2 ພ້ອມກັບ 91 ຄອບຄົວກໍໄດ້ຜ່າວົງປິດລ້ອມທີ່ໜາແໜ້ນຂອງສັດຕູແລ້ວເຂົ້າສູ່ເຂດທີ່ໝັ້ນຂອງການປະຕິວັດດ້ວຍຄວາມປອດໄພ.

ພາລະກິດປະຕິວັດໄດ້ຮັບໄຊຊະນະ ວິລະກໍາຜ່າວົງປິດລ້ອມຂອງກອງພັນທີ 2 ທີ່ທົ່ງໄຫຫີນ ແຂວງຊຽງຂວາງໄດ້ຖືກຈາລຶກໄວ້ໃນປະຫວັດສາດຂອງຊາດລາວຈົນມາຮອດປັດຈຸບັນ ແລະ ຈະສືບຕໍ່ໄປເຖິງລຸ້ນລູກ-ຫຼານຜູ້ສືບທອດຕໍ່ໆໄປ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...