spot_img
Homeຂ່າວຕ່າງປະເທດມະຫາເສດຖີອາເມຣິກາໃຈດີ ຈ່າຍໜີ້ເງິນກູ້ຢືມຮຽນແກ່ນັກສຶກສາມູນຄ່າ 40 ລ້ານໂດລາ

ມະຫາເສດຖີອາເມຣິກາໃຈດີ ຈ່າຍໜີ້ເງິນກູ້ຢືມຮຽນແກ່ນັກສຶກສາມູນຄ່າ 40 ລ້ານໂດລາ

Published on

ກາຍເປັນກະແສໂດ່ງດັງໄປທົ່ວມະຫາວິທະຍາໄລມໍຣເຮົາສ ຊຶ່ງເປັນສະຖາບັນສຶກສາເອກະຊົນສຳລັບນັກສຶກສາຜິວສີທີ່ມີປະຫວັດສາດຢ່າງຍາວນານ ຊຶ່ງຕັ້ງຢູ່ເມືອງແອຕແລນຕາ ລັດຈໍຣເຈຍ ຫຼັງຈາກທີ່ນັກລົງທຶນດ້ານເຕັກໂນໂລຊີຊາວອາເມຣິກາເຊື້ອສາຍອັບຟຣິ ກ ນັ້ນກໍຄື ໂຣເບີຣດ ສະມິດ ໄວ 56 ປີເຂົ້າຮັບປະລິນຍາກິດຕິມະສັກ ແລະ ໄດ້ປະກາດໃຫ້ຄຳໝັ້ນວ່າ ຈະຈ່າຍໜີ້ເງິນກູ້ຢືມເພື່ອການສຶກສາແທນນັກສຶກສາຈຳນວນກວ່າ 400 ຄົນທີ່ຈົບການສຶກສາໃນປີ 2019 ນີ້ ຊຶ່ງຕົວເລກຊຳລະໜີ້ເງິນກູ້ຢູ່ທີ່ 40 ລ້ານໂດລາ.

ໂຣເບີຣດ ສະມິດ ເປັນຜູ້ກໍ່ຕັ້ງບໍລິສັດກ່ຽວກັບເຕັກໂນໂລຊີ (Vista Equity Partners) ຊຶ່ງຖືເປັນໜຶ່ງໃນຜູ້ໃຈບຸນເຊື້ອສາຍອັບຟຣິກາທີ່ມີຊື່ສຽງໂດ່ງດັງທີ່ສຸດໃນອາເມຣິກາ ຊຶ່ງບໍລິສັດຂອງ ສະມິດ ມີມູນຄ່າຫຼາຍກວ່າ 46.000 ລ້ານໂດລາ.

ຂະນະທີ່ ສະມິດ ໄດ້ເປີດເຜີຍວ່າ ໃນຖານະທີ່ຄອບຄົວຂອງຕົນເອງອາໄສຢູ່ໃນປະເທດນີ້ເຖິງ 8 ລຸ້ນ ການຈ່າຍໜີ້ໃຫ້ກັບນັກສຶກສາທີ່ຈົບໃນປີ 2019 ນີ້ກໍຖືເປັນການຊ່ວຍເຕີມນ້ຳ ມັນໃຫ້ກັບລົດຂອງນັກສຶກສາຈົບໃໝ່ ເພື່ອໃຫ້ເຂົາເຈົ້າໄດ້ຂັບເຄື່ອນ ແລະ ຕໍ່ຍອດໄປໄດ້ ທັງນີ້ ນັກສຶກສາບາງຄົນແມ່ນມີໜີ້ເຖິງ 200.000 ໂດລາ ຊຶ່ງມີກຳນົດໃຊ້ໜີ້ສິນເປັນໄລຍະເວລາເຖິງ 25 ປີ.

ເມື່ອປີ 2016 ສະມິດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານໂດລາໃຫ້ຄະນະວິສະວະກຳສາດ ມະຫາວິທະຍາໄລຄໍເນລໃນໂຄງການສະໜັບສະໜູນນັກສຶກສາຜິວສີເພດຍິງ ແລະ ໄດ້ບໍລິຈາກອີກ 20 ລ້ານໂດລາໃຫ້ແກ່ພິພິທະພັນປະຫວັດສາດ ແລະ ວັດທະນະທຳສະຫະລັດອາເມຣິກາ-ອາຟຣິກາອີກດ້ວຍ.

ທັງນີ້ ວິກິດໜີ້ສິນຂອງນັກສຶກສາຈຳນວນ 1,5 ລ້ານລ້ານໂດລາຖືເປັນບັນຫາສຳຄັນລະດັບຊາດຂອງອາເມຣິກາ ຂະນະທີ່ ທ່ານ ອາລິຊາເບດ ວໍຣເຣນ ວຸດທິສະມາຊິກລັດແມຊຊາຊູເຊຕ ກໍຖືກຍົກຍ້ອງເລື່ອງແຜນການທີ່ຈະຍົກເລີກໜີ້ສິນຫຼາຍກວ່າ 95% ຂອງຊາວອາເມຣິກາເກືອບ 45 ລ້ານຄົນຊຶ່ງເປັນໜີ້ກູ້ຢືມເພື່ອການສຶກສາ ແລະ ຍັງເປີດໂອກາດໃຫ້ຄົນລຸ້ນໃໝ່ມີສຸຂະພາບທາງການເງິນທີ່ດີ ລວມທັງໃຫ້ຄົນຈຳນວນຫຼາຍສາມາດເຂົ້າເຖິງການສຶກສາໃນລະດັບປະລິນຍາໂທ ແລະ ໂອກາດອື່ນໆໂດຍບໍ່ຕ້ອງຜະເຊີນກັບພາວະເປັນໜີ້ອີກຕໍ່ໄປ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: kapook.com

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...