spot_img
Homeນານາສາລະຫ້າມ​ດື່ມ ນ້ຳ​ມະ​ພ້າວ ເມື່ອ​ມີ​ປະຈຳ​ເດືອນແມ່ນແທ້ ຫລື ບໍ່

ຫ້າມ​ດື່ມ ນ້ຳ​ມະ​ພ້າວ ເມື່ອ​ມີ​ປະຈຳ​ເດືອນແມ່ນແທ້ ຫລື ບໍ່

Published on

coconut

       ສາວ ໆ ຄົງ​ເຄີຍ​ໄດ້ຍິນ​ປະ​ໂຫຍກ​ ຫລື ​ຄຳ​ບອກ​ກ່າວ​ວ່າ ເວລາ​ມີ​ປະຈຳ​ເດືອນ​ບໍ່​ຄວນ​ດື່ມ​ນ້ຳ​ມະ​ພ້າວຢ່າງເດັດຂາດ ຫລາຍ​ຄົນ​ອາດຈະ​ຍັງ​ບໍ່​ຮູ້​ເຫດຜົນ ຫລື​ ບໍ່​ແນ່​ໃຈ​ວ່າ​ເຊື່ອ​ໄດ້ບໍ່ ​ຫລື​ ບໍ່

ຄວາມ​ຈິງ​ແລ້ວ ນ້ຳ​ມະ​ພ້າວ ກໍ​ມີ​ລັກສະນະ​ຄ້າຍ​ກັບ​ນ້ຳ​ຫວານ​ ຫລື​ ເຄື່ອງ​ດື່ມ​ທຳມະດາ​ທົ່ວ​ໄປ ຊຶ່ງ​ບໍ່​ມີ​ຜົນ​ກະທົບ​ຕໍ່​ການ ມີ​ປະຈຳ​ເດືອນ​ແຕ່​ຢ່າງ​ໃດ ແຕ່​ອາດຈະ​ມີ​ຂໍ້​ຍົກ​ເວັ້ນ​ນຳ ໃນ​ບາງ​ຄົົນທີ່​ແພ້​ນ້ຳ​ມະ​ພ້າວ ເນື່ອງ​ຈາກ​ໃນ​ນ້ຳ​ມະ​ພ້າວ​ມີ​ສານ​ປະກອບ​ ຫລື​ຮອລ໌​ໂມນ ບາງຢ່າງ​ຊຶ່ງ​ອາດ​ເຮັດໃຫ້​ບາງ​ຄົນ​ເກີດ​ອາການ​ແພ້​ໄດ້ ແລ້ວ​ບັງ​ເອີນ​ວ່າ​ອາການ​ແພ້​ນັ້ນ ເກີດ​ໃນ​ລະຫວ່າງ​ຊ່ວງ​ມີ​ປະຈຳ​ເດືອນ ເອີ້ນວ່າ​ປະ​ຈວບ​ເໝາະ​ກັນ​ພໍ​ດີ ຈຶ່ງ​ເຮັດໃຫ້​ເຂົ້າໃຈ​ຜິດ ວ່າ​ນ້ຳ​ມະ​ພ້າວ​ບໍ່ຄວນຮັບປະທານສຳລັບ​ຜູ້​ທີ່​ກຳ​ລັງ​ມີ​ປະຈຳ​ເດືອນ​

ໂດຍ​ທົ່ວ​ໄປ​ບໍ່​ໄດ້​ຫ້າມ​ຮັບ​ປະ​ທານ ຖ້າ​ວ່າ​ໃນ​ນ້ຳ​ມະ​ພ້າວ​ອ່ອນ ຈະ​ພົບ​ສານ​ຄ້າຍ ຮອລ໌​ໂມນ ເພດ​ຍິງ​ຫລາຍ​ຕົວ ຄື Estrone, Beta Estradiol, Progesterone, ແລະ ມີ Testosterone ຊຶ່ງ​ເປັນ​ຮອລ໌​ໂມນ​ເພດ​ຊາຍ ຢູ່​ເລັກນ້ອຍ ຊຶ່ງ​ຖ້າ​ດື່ມ​ນ້ຳ​ມະ​ພ້າວ ກ່ອນ​ຈະ​ມີ​ປະຈຳ​ເດືອນ​ອາດ​ເຮັດໃຫ້ ປະຈຳ​ເດືອນ​ເລື່ອນ​ໄປໄດ້ ບໍ່​ມາ​ກົງ​ຕາມ​ກຳນົດໄດ້ ແຕ່​ອາດ​ບໍ່​ເປັນ​ທຸກ​ຄົນ ທັງ​ນີ້​ຂຶ້ນ​ກັບ​ປະລິມານ ນ້ຳ​ມະ​ພ້າວ​ທີ່​ດື່ມ ປະລິມານ​ຮອລ໌​ໂມນ​ໃນ​ນ້ຳ​ມະ​ພ້າວ​ແຕ່​ລະ​ໜ່ວຍ ຊຶ່ງ​ບໍ່​ເທົ່າ​ກັນ​ ແລະ​ ການຕອບ​ຮັບ​ຕໍ່ ຮ່າງກາຍ​ຂອງ​ແຕ່​ລະ​ຄົນ​ຊຶ່ງ​ແຕກ​ຕ່າງ​ກັນ

ຮູ້​ແບບ​ນີ້​ແລ້ວ ສາວໆ ທີ່​ມັກ​ດື່ມ​ນ້ຳ​ມະ​ພ້າວ​ຄົງ​ສະບາຍ​ໃຈ​ແລ້ວ​ ເພາະຕາບ​ໃດ ທີ່​ທ່ານບໍ່​ໄດ້​ແພ້​ສານ​ບາງຢ່າງ​ໃນ​ນ້ຳ​ມະ​ພ້າວ​ກໍ​ສະບາຍ​ໃຈ​ໄດ້​ເລີຍ​ວ່າ ເຈົ້າ​ສາມາດ ດື່ມ​ນ້ຳ​ມະ​ພ້າວ​ ໄດ້​ໃນ​ທຸກ​ໂອ​ກາດ​ແມ່ນແຕ່​ຍາມ​ທີ່​ມີ ປະຈຳ​ເດືອນ

 

ບົດຄວາມຫຼ້າສຸດ

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...