Homeຄວາມງາມໝາກນອດ: ຕ້ອງກິນ! ຄຸນຄ່າເຫຼືອລົ້ນ

ໝາກນອດ: ຕ້ອງກິນ! ຄຸນຄ່າເຫຼືອລົ້ນ

Published on

2_1347675509

ໝາກນອດ (Passion fruit) ແມ່ນໝາກໄມ້ທີ່ມີຜົນປະໂຫຍດຫຼວງຫຼາຍ ຕໍ່ສຸຂະພາບ. ໝາກນອດ ມີສານຕ້ານອະນຸມູນອິດສະຫຼະຫຼວງຫຼາຍ ເຊິ່ງຊ່ວຍປ້ອງກັນ ມະເລັງ, ຊ່ວຍຊະລໍຄວາມແກ່ ແລະ ການອັກແສບ. ໝາກນອດ ມີຈໍານວນ ເສັ້ນໄຍສູງເຊິ່ງຊ່ວຍໃນການຍ່ອຍອາຫານຂອງທ່ານ. ນອກຈາກນີ້ ມັນຍັງມີຜົນປະໂຫຍດນາໆປະການຕໍ່ຮ່າງກາຍ ແລະ ປ້ອງກັນຫຼາຍພະຍາດ.

ປ້ອງກັນມະເລັງ (Cancer):
ໝາກນອດ ແມ່ນອຸດົມໄປດ້ວຍ ສານຕ້ານອະນຸມູນອິດສະຫຼະ, ວິຕາມິນ C. ໝາກນອດ ບັນຈຸ 50% ຂອງ ຄຸນຄ່າທາດທີ່ຈໍາເປັນຕໍ່ຮ່າງກາຍ. ສານອະນຸມູນອິດສະຫຼະ ເກີດຂື້ນ ເນື່ອງຈາກການເພິ່ມຂື້ນຂອງມົນລະພິດ. ເນື່ອງຈາກມົນລະພິດເພິ່ມຂື້ນ, oxidative stress ເພິ່ມຂື້ນ, ການເພິ່ມຂື້ນຂອງ oxidative stress ໄດ້ເພິ່ມການຜະລິດ ສານອະນຸມູນອິດສະຫຼະຫຼາຍຂື້ນໃນຮ່າງກາຍ. ສານອະນຸມູນອິດສະຫຼະ ເຫຼົ່ານີ້ ທໍາລາຍ DNA ຂອງ ເຊວ ປົກກະຕິ ແລະ ກາຍເປັນເຊວມະເລັງ. ໝາກນອດ ປະກອບດ້ວຍວິຕາມິນ A ແລະ ທາດ ທີ່ມີປະສິດທິພາບ ໃນການປ້ອງກັນ ມະເລັງ ໃນປາກ ແລະ ມະເລັງປອດ.

ປ້ອງກັນຄວາມດັນເລືອດສູງ (Blood pressure):
ໝາກນອດ ແມ່ນມີປະສິດທິພາບສູງໃນການປ້ອງກັນ ຄວາມດັນເລືອດສູງ. ມັນປະກອບດ້ວຍ ທາດ ໂປເຕຊຽມ potassium 348 mg. ທາດ potassium ສູງ ສາມາດຊ່ວຍດຸ່ນດ່ຽງ ລະດັບທາດໂຊດຽມ ໃນຮ່າງກາຍ. ຖ້າລະດັບທາດໂຊດຽມ ໃນຮ່າງກາຍສູງ ຈະເພິ່ມຄວາມສ່ຽງໃນການເປັນ ຄວາມດັນເລືອດສູງ ແລະ ພະຍາດອື່ນໆເຊັ່ນ ຫົວໃຈລົ້ມເຫຼວ ຫຼື ຫົວໃຈວາຍ.
ເຮັດຄວາມສະອາດລໍາໃສ້ໃຫຍ່ (Colon Cleanser):
ໝາກນອດ ປະກອບດ້ວຍ ເສັ້ນໄຍທີ່ສາມາດລະລາຍໃນນໍ້າ. ເສັ້ນໄຍນີ້ ສາມາດ ຂັບລ້າງສານພິດ ໃນລໍາໃສ້ໃຫຍ່. ສານພິດເຫຼົ່ານີ້ກໍ່ໃຫ້ເກີດ ມະເລັງລໍາໃສ້. ໃນ 100 g ຂອງ ໝາກນອດ ປະກອບມີ 27% ທາດເສັ້ນໄຍ ທີ່ຮ່າງກາຍຕ້ອງການ. ດັ່ງນັ້ນມັນແມ່ນອາຫານທີ່ດີ່ທີ່ສຸດເພື່ອຂັບລ້າງສານ ພິດອອກຈາກລໍາໃສ້.

ຄຸນປະໂຫຍດທາງສາຍຕາ (Eye Vision):
ເນື່ອງຈາກມີການປ່ຽນແປງໃນວິຖີການດໍາລົງຊີວິດ, ບັນຫາດ້ານສາຍຕາ ໄດ້ເພີ່ມຂື້ນນັບມື້. ສາຍເຫດໜຶ່ງຂອງການເສຍແສງຕາ ແມ່ນເນື່ອງມາຈາກ ຂາດສານອາຫານ ໃນອາຫານ, ເຊິ່ງການເສຍແສງຕາ ແມ່ນສາມາດແກ້ໄດ້ ດ້ວຍການກິນອາຫານທີ່ດີຕໍ່ສຸຂະພາບ. ໝາກນອດ ແມ່ນ ອາຫານເພື່ອ ສຸຂະພາບມີທີ່ປະໂຫຍດຕໍ່ສາຍຕາ. ມັນອຸດົມສົມບູນໄປດ້ວຍ ສານຕ້ານ ອະນຸມູນອິດສະຫຼະຈໍານວນຫຼາຍ, ວິຕາມິນ A, ວິຕາມິນ C ແລະ ທາດທີ່ຈໍາເປັນອື່ນໆອີກ. ສານອາຫານເຫຼົ່ານີ້ ປ້ອງກັນສາຍຕາ ຈາກ ການທໍາລາຍຂອງສານອະນຸມູນອິດສະຫຼະ. ດັ່ງນັ້ນມັນມີຜົນໂຫຍດໃນການ ປ້ອງກັນ ການເສຍສາຍຕາ ແລະ ຍັງປັບປຸງສາຍຕານໍາອີກ.

ເພີ່ມການຜະລິດຂອງເລືອ (Increase Blood production):
ໝາກນອດ ຍັງອຸດົມສົມບູນໄປດ້ວຍ ທາດເຫຼັກ ເຊິ່ງປະກອບມີ 20% ຂອງຄວາມຕ້ອງການປະຈໍາວັນ. ໄປຄຽງຄູ່ກັບທາດເຫຼັກ, ມັນຍັງເປັນແຫຼ່ງລວມວິຕາມິນ C, ເຊິ່ງ ວິຕາມິນ C ເພິ່ມຄວາມສາມາດໃນການດູດຊຶ່ມທາດເຫຼັກ. ດັ່ງນັ້ນ, ມັນປ້ອງກັນ ການສູນເສຍທາງເຫຼັກ ແລະ ເພິ່ມການຜະລິດເລືອດ.

ຊ່ວຍເພິ່ມລະບົບຍ່ອຍ (Improves digestion):
ໝາກນອດ ປະກອບດ້ວຍທາດເສັ້ນໄຍສູງ ເພິ່ມຄວາມສາມາດໃນການລະບາຍ ແລະ ລະບົບການຍ່ອຍອາຫານ. ພ້ອມກັນນີ້, ມັນຍັງ ເພິ່ມຄວາມສາມາດໃນການດູດຊຶມສານອາຫານຂອງຮ່າງກາຍ.

ເພິ່ມພູມຄຸ້ມກັນ (Immunity):
ວິຕາມິນ C ແມ່ນມີປະສິດທິພາບສູງໃນການເພິ່ມພູມຄຸ້ມກັນ. ມັນເພິ່ມພູມຄຸ້ມກັນ ເພື່ອປ້ອງກັນ ໂລກທົ່ວໄປເຊັ່ນ: ໄຂ້, ໄຂ້ຫວັດ, ແລະ ການຕິດເຊື້ອອື່ນໆ.

ຄຸນປະໂຫຍດຕໍ່ ຫົວໃຈ ແລະ ຫຼອດເລືອດ (Cardiovascular Health):
ໝາກນອດ ທີ່ອຸດົມໄປດ້ວຍເສັ້ນໄຍສູງ ສາມາດ ຫຼຸດລະດັບໄຂມັນໃນເສັ້ນເລືອດໄດ້. ມັນເພິ່ມ HDL ( ໄຂມັນດີ) ແລະ ຫຼຸດ LDL ( ໄຂມັນທີ່ບໍ່ດີ). ດັ່ງນັ້ນ ມັນສາມາດ ປ້ອງກັນ ການອຸດຕັນ ໃນເສັ້ນເລືອດ ທີ່ໄຫຼຫຼໍ່ລ້ຽງຫົວໃຈ. ນອກຈາກນັ້ນ, ຈໍານວນ ສານຕ້ານອະນຸມູນອິດສະຫຼະ ທີ່ສູ່ງໃນໝາກນອດ ຍັງປ້ອງກັນຫຼອດເລືອດແດງ ຈາກ ສານອະນຸມູນ ອິດສະຫຼະ. ດັ່ງນັ້ນ, ມັນຈຶ່ງພິສູດວ່າມີຄຸນປະໂຫຍດຫຼາຍຕໍ່ລະບົບຫົວໃຈ ແລະ ຫຼອດເລືອດ.

ເຮັດໃຫ້ນອນຫຼັບດີ (Improve Sleep quality):
ຍັງໄດ້ຄົ້ນພົບວ່າ ການກິນໝາກນອດ ຊ່ວຍໃຫ້ລະບົບປະສານຜ່ອນຄາຍ ແລະ ເຮັດໃຫ້ນອນຫຼັບດີ.

ຫຼຸດຜ່ອນອາການຫອບຫືດ (Asthma):
ໝາກນອດ ແມ່ນມີປະສິດທິພາບສູງ ໃນການຫຼຸດຜ່ອນ ອາການ ຫອບຫືດ.

ຂໍ້ມູນກ່ຽວກັບ ໝາກນອດ
(ຂໍ້ມູນຈາກ: USDA Nutrient database)

ນໍ້າ Water : 72.93 g
ພະລັງງານ Energy : 97 Kcal
ກາກບອນໄຮເດຣດ Carbohydrates : 23.38 g
ໂປຕີນ Protein : 2.20 g
ໄຂມັນທັງໝົດ Total Fat : 0.70 g
ໂຄແລດສໂຕລໍ Cholesterol : 0 mg
ໄຍອາຫານ Dietary Fiber 10.40 g
ນໍ້າຕານ Sugars, total : 11.20 g

ທາດວິຕາມິນ Vitamins
• ວິຕາມິນ Folates : 14 µg
• ວິຕາມິນ Niacin : 1.500 mg
• ວິຕາມິນ Riboflavin : 0.130 mg
• ວິຕາມິນ A : 1272 IU
• ວິຕາມິນ B6 : 0.100 mg
• ວິຕາມິນ C : 30 mg
• ວິຕາມິນ E : 0.02 mg
• ວິຕາມິນ K : 0.7 mg
ແຮ່ທາດ Minerals

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...