spot_img
Homeຂ່າວການພັດທະນາແຂວງຫລວງພະບາງ ຈະມີຫໍວັດທະນະທຳຫລັງໃຫມ່

ແຂວງຫລວງພະບາງ ຈະມີຫໍວັດທະນະທຳຫລັງໃຫມ່

Published on

 

ຫໍ​ວັດ­ທະ­ນະ­ທຳ​ແຂວງ​ຫລວງ​ພະ​ບາງ​ ທີ່​ກຳ­ລັງ​ຈະ​ສ້າງ​ຂຶ້ນ​ຢູ່​ທີ່​ເຂດ​ບ້ານ​ນາ​ສ້າງ​ເຫວີຍ ແລະ ບ້ານ​ຜານົມ ເປັນ​ອາ­ຄານ

2 ຊັ້ນ ຊຶ່ງ​ສາ­ມາດ​ຕອບ​ສະ­ຫນອງ​ດ້ານ​ການ​ປະ­ຊຸມ​ຕ່າງໆ ບັນ­ຈຸ​ໄດ້​ເຖິງ 1 ພັນ​ກວ່າ​ຄົນ ແລະ ຮອງ​ຮັບ​ກິດ­ຈະ­ກຳ​ໃນ​ງານ

​ທີ່​ສຳ­ຄັນ​ຕ່າງໆ​ຕື່ມ​ອີກ.

 

ໂຄງ­ການ​ກໍ່­ສ້າງ​ຫໍ​ວັດ­ທະ­ນະ­ທຳ​ແຂວງ​ຫລວງ​ພະ​ບາງ ​ເປັນ​ອາ­ຄານ​ສາ­ທາ­ລະ­ນະ​ມີ 2 ຊັ້ນ ທີ່​ຕອບ​ສະຫນອງ​ທາງ​ດ້ານ​

ການ​ປະ­ຊຸມ ບໍ່​ວ່າ​ຈະ​ເປັນ​ການ​ປະ­ຊຸມ​ລະ­ດັບ​ພູ­ມິ​ພາກ, ລະ­ດັບ​ແຂວງ ເຊິ່ງ​ສາ­ມາດ​ບັນ­ຈຸ​ໄດ້ 1 ພັນ​ກວ່າ​ຄົນ ແລະ ຮອງ

​ຮັບ​ກິດ­ຈະ­ກຳ​ໃນ​ງານ​ທີ່​ສຳ­ຄັນ ເປັນ­ຕົ້ນ​ແມ່ນ​ກອງ​ປະ­ຊຸມ​ສຳ­ນັກ­ງານ, ອົງ­ການ​ຕ່າງໆ, ງານ​ພົບ​ປະ​ລະ­ຫວ່າງ​ແຂວງ​

ຫລວງ​ພະ​ບາງ​ກັບ​ຕ່າງ­ປະ­ເທດ, ການ​ປະ­ຊຸມ​ຂອງ​ນັກ­ທຸ­ລະ­ກິດ​ຕ່າງໆ ທັງ​ພາຍ​ນອກ ແລະ ພາຍ​ໃນ​ແຂວງ.

 

ຫໍ​ວັດ­ທະ­ນະ­ທຳ​ແຂວງ​ຫລວງ​ພະ​ບາງ ເປັນ​ໂຄງ­ການ​ຊ່ວຍ­ເຫລືອ​ລ້າ​ຈາກ​ລັດ­ຖະ­ບານ​ປະ­ເທດ​ຫວຽດ­ນາມ ນັກ­ທຸ­ລະ­ກິດ​

ຫວຽດ­ນາມ ສົມ­ທົບ​ກັບ​ທຶນ​ຂອງ​ປະ­ທານ​ປະ­ເທດ​ລາວ ແລະ ງົບ­ປະ­ມານ​ຂອງ​ລັດ­ຖະ­ບານ​ລາວ ອອກ​ແບບ​ໂດຍສະ­ມາ­

ຄົມ​ສະ​ຖາ​ປາ​ນິກ ແຂວງ​ຫລວງ​ພະ​ບາງ ຕັ້ງ​ໃນ​ເນື້ອ­ທີ່​ດິນ​ທັງ​ຫມົດ 5,5 ເຮັກ­ຕາ (55.000 ຕາ​ແມັດ) ໃນ​ນັ້ນ​ ເນື້ອ­ທີ່​

ອາ­ຄານ​ຫໍ​ວັດ­ທະ­ນະ­ທຳ​ມີ 7.400 ຕາ​ແມັດ, ພື້ນ​ທີ່​ຈອດ​ລົດ​ທັງ​ຫມົດ 29.400 ຕາ​ແມັດ, ສາ­ມາດ​ຈອດ​ລົດ​ໄດ້ 840 ຄັນ

(ລວມ​ທັງ​ບ່ອນ​ຈອດ​ລົດ­ຈັກ, ລົດ­ເມ ແລະ ທາງ​ສັນຈອນ), ມີ​ພື້ນ​ທີ່​ຈັດ​ສວນ​ສາ­ທາ­ລະ­ນະ 11.500 ຕາ​ແມັດ, ພື້ນ​ທີ່​ສີ­

ຂຽວ (ເຂດ​ຂະ­ຫຍາຍ ແລະ ພື້ນ​ທີ່ຫວ່າງ) ມີ 6.700 ຕາ​ແມັດ.

 

ຫໍ​ວັດ­ທະ­ນະ­ທຳ​ຫລັງ​ໃຫມ່​ນີ້​ ຫາກ​ສ້າງ​ສຳ­ເລັດ​​ຈະ​ກາຍ­ເປັນ​ໂສມ​ຫນ້າ​​ໃຫມ່​ໃຫ້​ແກ່​ຊາວ​ຫລວງ​ພະບາງ ກໍ​ຄື​ໂສມ​ຫນ້າ​

ໃຫມ່​ຂອງ​ເມືອງ​ມໍ­ລະ­ດົກ​ໂລກ ທັງ​ເປັນ​ການ­ສະ­ແດງ​ໃຫ້​ເຫັນ​ເຖິງ​ການ​ປັບ­ປຸງ​ດ້ານ​ພື້ນຖານ​ໂຄງ​ລ່າງ​ຂອງ​ ແຂວງ​

ຫລວງ​ພະ​ບາງ​ທີ່​ນັບ​ມື້​ນັບ​ມີ​ຄວາມ​ເຕີບ​ໃຫຍ່ຂະຫຍາຍຕົວຂຶ້ນ​ເທື່ອ​ລະກ້າວ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...