Homeນານາສາລະວິທີ​ໄລ່​ມົດ​ແບບ​ງ່າຍໆ ໃຫ້​ຫາຍ​ໄປ​ຈາກ​ບ້ານເຮືອນ

ວິທີ​ໄລ່​ມົດ​ແບບ​ງ່າຍໆ ໃຫ້​ຫາຍ​ໄປ​ຈາກ​ບ້ານເຮືອນ

Published on

a_17
1. ເຮັດ​ຄວາມ​ສະ​ອາດ​ບ້ານ

ວິທີ​ກຳຈັດ​ມົດ​ຂັ້ນ​ທຳອິດ​ທີ່​ແສນ​ງ່າຍໆ​ບໍ່​ມີ​ຫຍັງ​ຫລາຍ​ເລີຍ​ ພຽງ​ແຕ່​ເຮົາ​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ເຮືອນ​ເປັນ​ປະຈຳ ບໍ່​ປ່ອຍ​ໃຫ້​ພື້ນ​ທີ່​ໃດໆ ໃນ​ເຮືອນ​ມີ​ເສດ​ອາຫານ,ເສດ​ຂະໜົມ ແລະ ​ຄວາມ​ສົກກະປົກ​ໃດໆ ​ຖ້າເຜີ​ເຮັດ​ເສດ​ອາຫານ​ຕົກລົງ​ພື້ນ​​ກໍ​ຄວນ​ຮີບ​ເຮັດ​ຄວາມ​ສະ​ອາດ​ເຮືອນ​ ໂດຍ​ດ່ວນ ເທົ່າ​ນີ້​ກໍ​ຊ່ວຍ​ປ້ອງ​ກັນ​ມົດ​ເຂົ້າ​ມາ​​ໃນ​ເຮືອນ​ໄດ້​ແລ້ວ

2. ວາງ​ກັບ​ດັກ​ລໍ້​ມົດ
          ຖ້າຫາກ ​ມົດ​ມາ​ຕອມ​ອາຫານ​ ຫລື​ ຍ່າງ​ເປັນຂະບວນ​ຍາວ​ຢູ່ໃນ​ເຮືອນ​ຮຽບຮ້ອຍ​ແລ້ວ ໃຫ້​ຍົກ​ອາຫານ​ທີ່​ມີ​ມົດ​ຕອມ​ໄປ​ຕາກ​ແດດ​ຮ້ອນໆກ່ອນ ແລ້ວ​ກຽມ​ເຫຍື່ອ​ລໍ້​ມົດ ໂດຍ​ປະສົມ​ບໍ​ແລັກກັບ​ນ້ຳ​ຫວານ ​ຫລື ​ນ້ຳເ​ຜີ້ງ​ໃສ່​ຖ້ວຍ​ນ້ອຍ​ໆ ແລ້ວ​ນຳ​ໄປ​ວາງ​ໄວ້​ທີ່​ຂອບ​ໜ້າ​ຕ່າງ ຫລື ​ບໍລິເວນ​ນອກ​ເຮືອນ​ທີ່​ໃກ້​ຂະບວນ​ມົດ ​ບັນດາ​ມົດ​ທັງ​ຫລາຍ​ຈະ​ແຫ່​ກັນ​ໄປ​ຂົນ​ກັບ​ດັກ​ກັບ​ແລ້ວ​ຄ່ອຍ​ໆ ຕາຍ​ກັນ​ໄປ​ໃນ​ທີ່ສຸດ

3.
ໄລ່​ມົດ​ດ້ວຍ​ນ້ຳ​ສົ້ມ​ສາຍຊູ
ມົດ​ມັກ​ຈະເຮັດລາຍແທງ​​ເປັນ​ແນວ​ຍາວ​ເພື່ອ​ບອກ​ທາງ​ມົດ​ຕົວ​ອື່ນໆ ໃຫ້​ມາ​ກິນ​ອາຫານ​ໃນ​ເຮືອນ​ເຮົາ ຊຶ່ງ​ມົດ​ຈະ​ໃຊ້​ວິທີ​ດົມ​ກິ່ນ​ລາຍ​ແທງ​ມາ​ເລື່ອຍ​ໆ ດັ່ງ​ນັ້ນ​ເຮົາ​ກໍ​ປະສົມ​ນ້ຳ​ສົ້ມ​ສາຍ​ຊູ​ກັບ​ນ້ຳ​ສະ​ອາດ​ໃນ​ອັດຕາ​ສ່ວນ​ ເທົ່າ​ໆກັນ ຈາກ​ນັ້ນ​ນຳ​ໄປ​ເທກົງ​ບໍລິເວນ​ທີ່​ມັກ​ຈະ​ມີ​ມົດ​ຍ່າງ​ເປັນ​ແນວ​ຢູ່​ເລື້ອຍໆ ເພື່ອ​ກຳຈັດ​ກິ່ນ​ທີ່​ມົດ​ເຮັດປະ​ໄວ້ມົດ​ກໍ​ຈະ​ຍ່າງ​ຕາມ​ລາຍ​ແທງ​ບໍ່​ໄດ້​ ແລ້ວ​

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...