spot_img
Homeລົດຍົນ-ຍານພາຫະນະທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ລາວ ຈຳກັດ (Tan Chong Motor (Lao) Sole Co. ,...

ທີ່ມາຂອງ ບໍລິສັດ ຕັນຈົງ ມໍເຕີ້ລາວ ຈຳກັດ (Tan Chong Motor (Lao) Sole Co. , Ltd.)

Published on

ບໍລິສັດ ຕັນຈົງ ກຣຸບ TAN CHONG GROUP

ບໍລິສັດຕັນຈົງ ມໍເຕີ້ ໂຮດີງສ໌ ເບີຫັດ Tan Chong Motor Holdings Berhad (TCMH) ຖືກສ້າງຕັ້ງຂື້ນຢູ່ປະເທດມາເລເຊຍໃນວັນທີ 14 ເດືອນຕຸລາ ປີ 1972. ຈຸດເລີ່ມຕົ້ນຂອງ (TCMH) ແມ່ນເປັນຜູ້ຈໍາຫນ່າຍລົດຍົນຂະຫນາດນ້ອຍ ເມື່ອຍ້ອນເວລາກັບໄປໃນປີ 1950, ໃນປະຈຸບັນ TCMH Group ໄດ້ກາຍເປັນບໍລິສັດທີ່ໃຫຍ່ທີ່ສຸດໃນປະເທດ ແລະ ໄດ້ດຳເນີນກິດຈະການຫຼາຍຢ່າງເຊັ່ນ ການປະກອບລົດຍົນ, ການວາງຂາຍລົດຍົນໃນຕະຫຼາດ, ການຜະລິດຊີ້ນສ່ວນລົດຍົນ ການພັດທະນາຄຸນນະພາບຂອງລົດຍົນ, ການຊື້ຂາຍເຄື່ອງກົນຈັກຫນັກ, ໄປຈົນເຖີງການພັດທະນາອຸປະກອນທາງອຸດສາຫະກໍາ ແລະ ການຜະລິດ ຜະລິດຕະພັນຕ່າງໆເພື່ອຕອບສະໜອງໃຫ້ແກ່ຜູ້ບໍລິໂພກທັງໃນ ແລະ ຕ່າງປະເທດ.

ເມື່ອລວມກັບນະວັດຕະກຳທີ່ມີມາຍາວນານກວ່າ  80 ປີ ຂອງນິສສັນ Nissan ແລະ ຄວາມຮູ້ໃນການຜະລິດລົດຍົນຄວາມໄວສູງ, ລົດຍົນທີ່ຂັບເຄື່ອນດ້ວຍໄຟຟ້າ, ລົດກະບະ ໄປຈົນເຖີງລົດໂດຍສານ, ລົດຕູ້ອະເນກປະສົງ ແລະ ລົດສະພອດທ໌ເຊັນ SUV. ນິສສັນ Nissan ໄດ້ຄິດຄົ້ນຜະລິດຕະພັນເພື່ອຮອງຮັບຄວາມຕ້ອງການຂອງຕະຫຼາດ ເຊີ່ງເຮັດໃຫ້ຕັນຈົງມໍເຕີ້ Tan Chong Motor ມີຄວາມພາກພູມໃຈທີ່ໄດ້ເປັນຕົວແທນຈຳໜ່າຍລົດຍົນນິສສັນ Nissan ແຕ່ພຽງຜູ້ດຽວ.

ໃນປີ 2010, ບໍລິສັດຕັນຈົງມໍເຕີ້ລາວຈຳກັດ Tan Chong Motor (Lao) Sole Co. , Ltd. (“TCML”), ຊື່ງເປັນບໍລິສັດໃນເຄືອຂ່າຍຂອງຕັນຈົງມໍເຕີ້ ໂຮດີງສ໌ ເບີຫັດ ຂອງປະເທດມາເລເຊຍ Tan Chong Motor Holdings Berhad (Malaysia), ໄດ້ກາຍເປັນຜູ້ຈັດຈໍາໜ່າຍລົດຍົນນິສສັນ Nissan ແຕ່ພຽງຜູ້ດຽວໃນປະເທດລາວ. ໂດຍການເປີດຕົວສູນນິສສັນສາມເອັດສ໌ Nissan 3S ເປັນຄັ້ງທໍາອິດໃນນະຄອນຫຼວງວຽງຈັນຊື່ງເຮັດໃຫ້ TCML ສ້າງສະຖິຕິຍອດການຂາຍທີ່ໂດດເດັ່ນດ້ວຍນິສສັນນາວາຣາ Nissan Navara ແລະ ເອກຊ໌ເທັຣລ X-Trail.

ໃນປີ 2016, TCML ໄດ້ຖືກນຳສະເໜີລາງວັນ ‘The 2016 Nissan Global Award’, ຊື່ງເປັນລາງວັນລະດັບໂລກທີ່ຮັບຮູ້ເຖີງຕົວແທນຈຳໜ່າຍລົດນິສສັນ Nissan ທີ່ມີການຂາຍທີ່ໂດດເດັ່ນໃນຊ່ວງປີງົບປະມານ 2015 ກ່ຽວກັບປະລິມານການຂາຍແລະ ຜົນສຳເລັດຂອງສ່ວນແບ່ງໃນຕະຫຼາດ.

ໃນປີ 2017 ນັບວ່າເປັນອີກກ້າວໜື່ງທີ່ສຳຄັນເມື່ອ TCML ໄດ້ເປີດສູນນິສສັນສາມເອັດສ໌ Nissan 3S ໃນແຂວງສະຫວັນນະເຂດ ແລະ ຕາມດ້ວຍ Nissan 3S ໃນນະຄອນປາກເຊໃນປີຖັດມາ.  ເພື່ອໃຫ້ບໍລິສັດກ້າວໄປຂ້າງໜ້າ, TCML ຈະສືບຕໍ່ສະຫນອງຄວາມເພິ່ງພໍໃຈໃຫ້ກັບລູກຄ້າໃຫ້ເຖີງຈຸດສູງສຸດ ລວມເຖີງການຂະຫຍາຍເຄື່ອຂາຍຢ່າງຕໍ່ເນື່ອງ ແລະ ໃຫ້ການບໍລິການຫຼັງການຂາຍຂອງສູນນິສສັນ Nissan ທົ່ວປະເທດເພື່ອຕອບສະຫນອງຈໍານວນການເພີ່ມຂຶ້ນຂອງລົດຍົນໃນປະເທດ. ໃນຊ່ວງ 9 ປີທີ່ຜ່ານມາ, ບໍລິສັດຕັນຈົງລາວມໍເຕີ້ລາວ Tan Chong Motor Laos ໄດ້ສືບຕໍ່ຂະຫຍາຍຕົວ ແລະ ເຕີບໂຕໃນຕະຫລາດລົດຍົນທີ່ເກີດຂື້ນ ແລະ ທາງບໍລິສັດພ້ອມທີ່ຈະຕອບແທນໃຫ້ກັບສັງຄົມ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກຮຸ່ນໃນລາວ, ທ່ານສາມາດເຂົ້າໄປທີ່ເວັບໄຊສ໌ http://www.nissan-lao.la ຫຼືຕິດຕາມຫນ້າ Facebook ຂອງ Nissan Laos at /NissanLaos/

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...