Homeຂ່າວຕ່າງປະເທດໄອຍະການສູງສຸດຈີນຢືນຢັນ 2 ຊາວການາດາມີຄວາມຜິດໃນຄະດີຄວາມໝັ້ນຄົງແທ້

ໄອຍະການສູງສຸດຈີນຢືນຢັນ 2 ຊາວການາດາມີຄວາມຜິດໃນຄະດີຄວາມໝັ້ນຄົງແທ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງປັກກິ່ງ ເມື່ອວັນທີ 4 ມັງກອນ 2019 ວ່າ ທ່ານ ຈາງ ຈຸນ ໄອຍະການສູງສຸດແຫ່ງສານປະຊາຊົນສູງສຸດໃນນະຄອນຫຼວງປັກກິ່ງ ກ່າວເມື່ອວັນພະຫັດ (03 ມັງກອນ 2019) ກ່ຽວກັບຄະດີຂອງພົນລະເມືອງການາດາ 2 ຄົນຄື: ທ່ານ ໄມເຄິລ ໂຄຣິກ ອະດີດນັກການທູດການາດາປະຈໍາ ສປ ຈີນ ແລະ ທ່ານ ໄມເຄິລ ສະປາວໍ ນັກທຸລະກິດຊາວການາດາ ວ່າທັງສອງຄົນເຮັດຜິດກົດໝາຍແທ້ “ຢ່າງບໍ່ມີຂໍ້ສົງໃສ” ຂະນະທີ່ຂະບວນການສືບສວນສອບສວນເປັນໄປຕາມກົດໝາຍຂອງຈີນທຸກຢ່າງຕາມຂະບວນການ ແລະ ຈະເປັນແບບນີ້ຈົນກວ່າຈະຈົບຄະດີ.

ທັງນີ້, ກະຊວງຄວາມໝັ້ນຄົງສາທາລະນະຂອງຈີນເປີດເຜີຍການຈັບກຸມຕົວ ທ່ານ ໄມເຄິລ ໂຄຣິກ ອະດີດນັກການທູດທີ່ເຄີຍປະຈຳການທັງໃນຈີນ ແລະ ຮ່ອງກົງ ກ່ອນຈະໄປເຮັດວຽກໃຫ້ກັບອົງການອິດສະຫຼະຊື່ “ອິນເຕີເນຊັນນໍ ໄຄຣຊິສ ກຣຸ໊ບ” (International Crisis Group) ເມື່ອວັນທີ 10 ທັນວາ 2018 ແລະ ຕໍ່ມາອີກ 3 ວັນຄືໃນວັນທີ 13 ທັນວາ 2018 ລັດຖະບານຈີນເປີດເຜີຍການຈັບກຸມຕົວທ່ານ ໄມເຄິລ ສະປາວໍ ແລະ ຕັ້ງຂໍ້ຫາກັບທັງຄູ່ໃນຖານ “ມີພຶດຕິກຳໜ້າສົງໃສຕໍ່ຄວາມໝັ້ນຄົງຂອງລັດ” ນັບຕັ້ງແຕ່ນັ້ນມາມີພຽງທ່ານ ຈອນ ແມັດຄັລລຳ ເອກອັກຄະລັດຖະທູດການາດາພຽງຄົນດຽວທີ່ໄດ້ຮັບໂອກາດພົບກັບທັງຄູ່ “ຢ່າງໜ້ອຍ 1 ຄັ້ງ” ໃນສະຖານທີ່ແຫ່ງໜຶ່ງທີ່ຍັງເປັນຄວາມລັບ ແລະ ທາງການຈີນຍັງເຄີຍນຳຕົວທັງສອງໄປຂຶ້ນສານຢ່າງເປັນທາງການ.

ຢ່າງໃດກໍ່ຕາມ, ພາຍໃຕ້ກົດໝາຍຄວາມໝັ້ນຄົງພາຍໃນຈີນນັ້ນ ຜູ້ຖືກຫາໃນຄະດີລັກສະນະນີ້ຈະຕ້ອງຢູ່ພາຍໃຕ້ການຄວບຄຸມ ແລະ ການສອບສວນ “ແບບສະເພາະ” ເຊິ່ງເຄີຍມີລາຍງານອອກມາວ່າ ທ່ານ ໄມເຄິລ ໂຄຣິກ ຕ້ອງຢູ່ໃນຫ້ອງທີ່ເປີດໄຟຕະຫຼອດ 24 ຊົ່ວໂມງ ໂດຍການສອບປາກຄຳຈະເກີດຂຶ້ນວັນລະ 3 ຄັ້ງ (ເຊົ້າ ສວາຍ ແລງ).

ອ່ານຂ່າວທີ່ມີຄວາມກ່ຽວຂ້ອງກັບຂ່າວນີ້ຍ້ອນຫຼັງທີ່ລິ້ງ:
– ທຣໍ້າອາດຊ່ວຍລູກສາວປະທານຫົວເວີ່ຍຫາກເປັນການຮັກສາຜົນປະໂຫຍດດ້ານການຄ້າກັບຈີນ
– ການາດາ ຂໍນານາຊາດຊ່ວຍ 2 ພົນລະເມືອງທີ່ຖືກຈີນຈັບຕົວໄປ

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...