spot_img
Homeຂ່າວພາຍ​ໃນເອັມພ້ອຍມາກ ຈະປ່ຽນເປັນ mini Big C ໃນປີ 2019ນີ້

ເອັມພ້ອຍມາກ ຈະປ່ຽນເປັນ mini Big C ໃນປີ 2019ນີ້

Published on

ອີງຈາກແຫຼ່ງຂ່າວ Lao Youth Radio FM 90.0 Mhz ເມື່ອວັນທີ 29 ທັນວາ 2018 ໃຫ້ຮູ້ວ່າ ເອັມພັອຍມາກ (M-Point Mart) ຮ້ານຄ້າຍ່ອຍຊື່ດັງໃນ ສປປ ລາວ ທີ່ມີສາຂາທັງໝົດ 45 ແຫ່ງ ໄດ້ຮ່ວມທຶນກັບບໍລິສັດ Big C Supercenter ຈຳກັດມະຫາຊົນ ທີ່ຖືຮຸ້ນໂດຍກຸ່ມບໍລິສັດ ເບີລີ່ຍຸກເກີ້ ຈຳກັດ ມະຫາຊົນ ຫຼື BJC ຂອງປະເທດໄທ ທີ່ດຳເນີນທຸລະກິດຫ້າງຊັບພະສິນຄ້າຊື່ດັງ Big C ແລະ ຮ້ານຄ້າຍ່ອຍ mini Big C ໃນປະເທດໄທ ແລະ ຫວຽດນາມ, ໄດ້ປັບປຸງສາຂາເອັມພັອຍມາກເກົ່າ ແລະ ໄດ້ເປີດຕົວ mini Big C ສາຂາທຳອິດເປັນທີ່ຮຽບຮ້ອຍທີ່ ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ເພື່ອດຳເນີນທຸລະກິດຮ້ານຄ້າຍ່ອຍຢ່າງເຕັມຮູບແບບໃນ ສປປ ລາວ ພາຍໃຕ້ຊື່ mini Big C ແມ່ນມີແຜນຈະເລີ່ມດຳເນີນການປັບປຸງຮ້ານ ເອັມພັອຍມາກ ເກົ່າທີ່ເຫຼືອອີກ 44 ແຫ່ງ ໃນທົ່ວປະເທດ ມາເປັນ mini Big C ໃຫ້ສຳເລັດທັງໝົດໃນປີ 2019.

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: Lao Youth Radio FM 90.0 Mhz

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...