Homeຂ່າວທ້ອງຖິ່ນລາຄານໍ້າມັນປັບລົງທົ່ວປະເທດ ເລີ່ມວັນທີ 9 ພະຈິກ 2018 ນີ້

ລາຄານໍ້າມັນປັບລົງທົ່ວປະເທດ ເລີ່ມວັນທີ 9 ພະຈິກ 2018 ນີ້

Published on

ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການສະບັບເລກທີ 1540/ອຄ.ກຄພນ, ລົງວັນທີ 08 ພະຈິກ 2018 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກ໊ສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ວ່າດ້ວຍລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເຊິ່ງເລີ່ມແຕ່ວັນທີ 9 ພະຈິກ 2018 ນັບແຕ່ເວລາ 6:00 ໂມງເຊົ້າ ແມ່ນຈະມີການປັບລາຄານໍ້າມັນເຊື້ອໄຟທຸກຊະນິດລົງຄື: ນໍ້າມັນແອັດຊັງພິເສດລົງ 200ກີບ/ລິດ, ນໍ້າມັນແອັດຊັງທຳມະດາລົງ 200 ກີບ/ລິດ ແລະ ນໍ້າມັນກາຊວນລົງ 100 ກີບ/ລິດ.

ລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນເຂດເທດສະບານແຂວງ, ນະຄອນຫຼວງວຽງຈັນມີດັ່ງນີ້:

ລ/ດ ຈຸດ ແອັດຊັງພິເສດ ແອັດຊັງທຳມະດາ ກາຊວນ
1 ນະຄອນຫຼວງວຽງຈັນ        10,890           9,660        8,790
2 ແຂວງຜົ້ງສາລີ         10,420        9,550
3 ແຂວງຫຼວງນ້ຳທາ         10,020        9,150
4 ແຂວງອຸດົມໄຊ        11,370         10,140        9,270
5 ແຂວງບໍ່ແກ້ວ        10,990           9,760        8,890
6 ແຂວງຫຼວງພະບາງ        11,350         10,060        9,250
7 ແຂວງໄຊຍະບູລີ         10,060        9,190
8 ແຂວງຫົວພັນ           9,850        9,190
9 ແຂວງຊຽງຂວາງ           9,660        8,980
10 ແຂວງວຽງຈັນ        10,890           9,740        8,790
11 ແຂວງບໍລິຄຳໄຊ        10,970           9,740        8,870
12 ແຂວງຄຳມ່ວນ        10,920           9,690        8,820
13 ແຂວງສະຫວັນນະເຂດ        10,920           9,690        8,820
14 ແຂວງສາລະວັນ           9,870        9,000
15 ແຂວງຈຳປາສັກ        10,950           9,720        8,850
16 ແຂວງເຊກອງ           9,900        9,030
17 ແຂວງອັດຕະປື        11,130           9,900        9,030
18 ແຂວງໄຊສົມບູນ           9,900        9,030

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງອຸດສາຫະກຳ ແລະ ການຄ້າ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...