spot_img
Homeຂ່າວຕ່າງປະເທດນາງແບບ ລົງທືນ ສັນຍະກຳເພື່ອໃຫ້ຄື ຕຸກກະຕາຢາງ

ນາງແບບ ລົງທືນ ສັນຍະກຳເພື່ອໃຫ້ຄື ຕຸກກະຕາຢາງ

Published on

181795

     ເວັບ​ໄຊ​ຂ່າວ​ມິ​ເລີ ອັງ​ກິດ ລາຍ​ງານ​ວ່າ ນາງ​ແບບ​ຊາວ​ຝຣັ່ງວິກ​ເຕີ​ເລຍ ໄວ ອາຍຸ 30 ປີ ໄດ້​ລົງທືນ​ເງີນ​ເປັນ​ຈຳນວນ​ຫລາຍກວ່າ 30, 000 ປອນ ຫລື​ປະ​ມານ 375,000,000 ກີບ ສັນຍະ​ກຳ​ທຸກ​ສັດ​ສ່ວນ​ເພື່ອ​ໃຫ້​ຕົວ​ເອງ​ເບິ່ງ​ຄື​ຕຸ​ກກະ​ຕາ​ຢາງ ​ຫລາຍ​ທີ່​ສຸດ  ໂດຍ​ນາງ​ ໄດ້​ເພີ່ມ​ຂະໜາດ​ບັ້ນ​ທ້າຍ ໜ້າ​ເອິກ ທັງ​ຍັງ​ປູກ​ຖ່າຍ​ຮີມ​ສົບ​ຖາວອນ​ໃຫ້​ມີ​ຂະໜາດ​ໃຫຍ່​ ແລະ ​ແນ່ເບິ່ງ​ຊຸ່ມຊື່ນ​ຫລາຍ​ຍິ່ງ​ຂຶ້ນ ວິກ​ເຕີ​ເລຍ​ເວົ້າວ່າ ໃຝ່​ຝັນ​ຢາກ​ມີ​ຮູບ​ຮ່າງ​ຄື​ຕຸກກະ​ຕາ​ມາ​ຕັ້ງ​ແຕ່​ເປັນ​ເດັກ​ນ້ອຍແລ້ວ

ໂດຍ​ແຕ່​ກ່ອນ​ນາງ​ຈະ​ມີ​ຮູບ​ຮ່າງ​ຜອມ​ ​ແລະ ​ຜົມ​ສີເທົາຍາວ ຜູ້​ຄົນ​ຈຶ່ງ​ມັກ​ເອື້ນ​ນາງ​ວ່າ ‘ບາ​ບີ້’ ແຕ່​ຕົວ​ນາງ​ກັບ​ບໍ່​ມັກ​ຮູບ​ຮ່າງ ​ແລະ ​ບັ້ນ​ທ້າຍ​ທີ່​ນ້ອຍ​ຂອງ​ຕົວ​ເອງ “ເມື່ອ​​​ອາ​ຍຸ​ນ້ອຍ​ນາງ​ກໍ​ມີ​ຊີວິດ​ຄືຄົນ​ທົ່ວ​ໄປ ອາໄສ​ຢູ່​ບ້ານ​ນ້ອຍໆ ແຖບ​ຊານ​ເມືອງ ນາງ​ບໍ່​ຮູ້​ເລີຍ​ວ່າ​ການເຮັດ​ສັນຍະ​ກຳ​ຕົກ​ແຕ່ງ​ເປັນ​ແນວໃດ ແຕ່​ນາງ​ຝັນ​ສະເໝີ​ວ່າ​ຈະ​ມີ​ຫຸ່ນ​ໃຫຍ່ ໜ້າເ​ອິກ​ໃຫຍ່ ປາກ​ໜາ​ເບິ່ງ​ຊຸ່ມຊື່ນ​ຄື​ຕຸກກະ​ຕາ

ເມື່ອ​ອາ​ຍຸ 20 ປີ ນາງ​ກໍ​ໄດ້​ມີ​ໂອ​ກາດ​ມາ​ເຮັດ​ອາ​ຊີບ​ນາງ​ແບບ ຈຶ່ງ​ໄດ້​ຮູ້​ຈັກ​ການ​ສັນຍະ​ກຳ​ຕົກ​ແຕ່ງ ຈົນກະທັ້ງ​ນາງ​ພົບ​ແຟນ​ໜຸ່ມ​ຜູ້​ປະ​ສົບ​ຄວາມ​ສຳ​ເລັດ​ທາງ​ທຸລະກິດ ແລະ​ ​ມັກ​ໃນ​ຮູບ​ຮ່າງ​ຄື​ຕຸກກະ​ຕາ​ຄືກັນ ຈຶ່ງ​ຊ່ວຍ​ທືນ​ສານ​ຝັນ​ໃຫ້​ນາງ​ໄດ້​ເປັນ​ຕຸກກະ​ຕາສົມໃຈ

ນາງກ່ວ່ຖີ້ມທ້າຍວ່າ ຂ້ອຍ​ຮູ້ສຶກ​ພູູມໃຈ​ຫລາຍ​ທີ່​ໃຜ​ໆ ກໍ​ຕ່າງ​ຕ້ອງ​ຫລຽວ​ເບິ່ງ​ມາ​ທາງ​ຂ້ອຍ ບໍ່​ວ່າ​ຂ້ອຍ​ຈະ​​​ໄປ​ບ່ອນໃດ​ກໍ​ຕາມ” ນາງ​ກ່າວ​ຢ່າງ​ພູ​ມໃຈ

181796

181794

ບົດຄວາມຫຼ້າສຸດ

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...