spot_img
Homeຂ່າວພາຍ​ໃນປະຊາກອນເກືອບເຄິ່ງໜຶ່ງຂອງໂລກ ມີລາຍຮັບຕໍ່າກວ່າ 5,5 ໂດລາຕໍ່ວັນ

ປະຊາກອນເກືອບເຄິ່ງໜຶ່ງຂອງໂລກ ມີລາຍຮັບຕໍ່າກວ່າ 5,5 ໂດລາຕໍ່ວັນ

Published on

ທະນາຄານໂລກ (World Bank: WB) ໄດ້ແຈ້ງເຕືອນ ໃນໂອການວັນສາກົນລຶບລ້າງຄວາມທຸກຍາກ 17 ຕຸລາ ອອກມາວ່າ: ເກືອບເຄິ່ງໜຶ່ງຂອງຈຳນວນປະຊາກອນໃນໂລກ ທີ່ຍັງໃຊ້ຊີວິດຢູ່ກັບລາຍຮັບບໍ່ເຖິງ 5,5 ​ໂດລາສະຫະລັດຕໍ່ມື້  ເຖິງວ່າໄດ້ຮັບຜົນປະໂຫຍດຕ່າງໆຈາກການເຕີບໂຕເສດຖະກິດກໍຕາມ ແຕ່ຈຳນວນຄົນທຸກຍາກຍັງຢູ່ໃນລະດັບສູງຍ້ອນການຈັດສັນບໍ່ສະໝໍ່າສະເໝີ.

ບົດລາຍງານໄດ້ເປີດເຜີຍຕາມກຳນົດສະໄໝ 6 ເດືອນຕໍ່ເທື່ອ ລະບຸວ່າ:  “WB ໄດ້ພິຈາລະນາຄວາມທຸກຍາກພາຍໃຕ້ມຸມມອງທີ່ກວ້າງຂວາງກວ່າເກົ່າ ເພື່ອກຳນົດບັນດາປະເທດທີ່ຖອຍຫຼັງທີ່ພະຍາຍາມຫຼຸດຜ່ອນຄວາມທຸກຍາກ ເຊິ່ງຢູ່ໃນສະພາບການທີ່ມີຈຳນວນຄົນທຸກຍາກທີ່ສຸດ (ມີລາຍຮັບບໍ່ເຖິງ 1,90 ໂດລາສະຫະລັດຕໍ່ວັນ) ແລະ ຍັງສືບຕໍ່ຫຼຸດລົງໃນຊຸມປີມໍ່ໆມານີ້”. ສຳລັບມາດຕະຖານການເປີດກວ້າງກ່ຽວກັບຄວາມທຸກຍາກຂອງ WB ເຫັນວ່າ: “ຈຳນວນຄົນທຸກຍາກໃນໂລກຍັງຢູ່ໃນລະດັບສູງທີ່ບໍ່ສາມາດຍອມຮັບໄດ້ ໃນຂະນະທີ່ຜົນປະໂຫຍດຕ່າງໆ ຈາກການເຕີບໂຕເສດຖະກິດ ພັດຖືກຈັດສັນຢ່າງບໍ່ສະໝໍ່າສະເໝີຢູ່ໃນພາກພື້ນຕ່າງໆກໍຄືປະເທດຕ່າງໆໃນໂລກ”.

ນັບແຕ່ປີ 2013 ຮອດປີ 2015 ຈຳນວນຄົນທຸກຍາກໃນໂລກໄດ້ຫຼຸດລົງກວ່າ 68 ລ້ານຄົນ (ເທົ່າກັບຈຳນວນປະຊາກອນຂອງໄທ ຫຼື ອັງກິດ)  ເຖິງວ່າຈັງຫວະການເຕີບໂຕຂອງໂລກຊັກຊ້າລົງໃນຊຸມປີມໍ່ໆມານີ້ກໍຕາມ ຈາກລາຍຮັບທີ່ 5,50 ໂດລາສະຫະລັດຕໍ່ວັນ ອັດຕາສ່ວນຄົນທຸກຍາກໃນໂລກຫຼຸດລົງຈາກ 67% ໃນປີ 1990 ແລະ ຍັງເຫຼືອ 46% ໃນປີ 2015. WB ແຈ້ງໃຫ້ຮູ້ເມືອເດືອນກັນຍາທີ່ຜ່ານມາວ່າ: “ອັດຕາສ່ວນຄົນທຸກຍາກທີ່ສຸດໄດ້ຫຼຸດລົງ 10% ໃນປີ 2015 ກ່ອນໜ້ານີ້, ສອງທົດສະຕະວັດ ມີ 60% ຂອງຈຳນວນປະຊາກອນໂລກທີ່ດຳລົງຊີວິດຢູ່ບັນດາປະເທດທີ່ມີລາຍຮັບຕໍ່າ ແລະ ອັດຕາສ່ວນນີ້ໄດ້ຫຼຸດລົງ 9% ໃນປີ 2015”.

 

 

 

 

 

 

ຮຽບຮຽງໂດຍ: ໃບບົວຈັນ ທະລັງສີ

ແຫຼ່ງຂໍ້ມູນຈາກ: ໜັງສືພິມວຽງຈັນໃໝ່

ຮູບພາບຈາກ: www.asianews.it

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...