ນິດສັນເອັກສເທວ 2018 ລົດທີ່ຕອບໂຈດທຸກໆການລົງຕົວຂອງລົດທີ່ທັນສະໄໝ

ນິດສັນເອັກສເທວ 2018 ເປັນລົດທີ່ນໍາເຂົ້າຈາກປະເທດຍີ່ປຸ່ນ ມີຮູບຮ່າງທີ່ສະຫງ່າງາມ ແລະ ທັນສະໄໝກວ່າ ດ້ວຍຕາໄຟ LED ເດທາມ ຣັນນີ້ງໄຣ ຮູບຊົງບູມເບີແລງ ທີ່ຈະເຮັດໃຫ້ລົດຂອງທ່ານສະດຸດຕາ ແລະ ເບິ່ງເຫັນໄດ້ດີຂຶ້ນຈາກຍານພາຫະນະອື່ນໆ ຫລື ຄົນຍ່າງຂ້າງທາງ ທັງກາງເວັນ ແລະ ເວລາມີໝອກ. ໄຟແອວອີດີ ຮູບຊົງສັນຍາລັກບູມເບີແລງຍັງສະທ້ອນໃຫ້ເຫັນໄຟດ້ານຫລັງທີ່ຈະເຮັດໃຫ້ຍານພາຫະນະມີຮູບຊົງ ແລະ ຄວາມຮູ້ສຶກທີ່ສົມບູນແບບ. ເສົາອາກາດຄີບປາສະຫລາມ ແລະ ກັນຊົນທ້າຍປະກອບດ້ວຍປາຍທໍ່ໄອເສຍແບບໂຄມ້ຽມ ແລະ ໄຟສະທ້ອນ ທີ່ຈະຊ່ວຍເພີ່ມຮູບລັກອັນທັນສະໄໝ ເບິ່ງສະຫງ່າງາມ.

1.ກວ້າງຂວາງ & ວາງໃຈໄດ້: ປະຕູຫລັງເປີດກວ້າງ 77 ອົງສາ ຂອງນິດສັນເອັກສເທວ ຈະເຮັດໃຫ້ການເຂົ້າອອກ ທີ່ນັ່ງຜູ້ໂດຍສານດ້ານຫລັງໄດ້ງ່າຍຂຶ້ນ.

– ສໍາລັບຄອບຄົວຂະໜາດໃຫຍ່, ລະບົບເບາະນັ່ງແບບ EZ Flex ນະວັດຕະກໍາໃໝ່ (ບ່ອນນັ່ງ 5+2) ຈະເຮັດໃຫ້ບ່ອນນັ່ງດ້ານຫລັງ ເລື່ອນໄປຂ້າງໜ້າ ຫລື ດ້ານຫລັງ ຫລື ສາມາດພັບເກັບໄດ້ງ່າຍຂຶ້ນ. ໂຄງສ້າງມີການປັບປ່ຽນທີ່ຍືດຍຸ່ນ ລະຫວ່າງກະເປົາເດີນທາງ ແລະ ຈໍານວນຜູ້ໂດຍສານ. ຖ້າທ່ານຕ້ອງການບ່ອນຫວ່າງສໍາລັບກະເປົາຂະໜາດໃຫຍ່, ບ່ອນນັ່ງແຖວ 2 ແລະ 3 ສາມາດພັບເກັບລົງໄດ້ ເຊິ່ງຈະເພີ່ມບ່ອນຫວ່າງທັງໝົດຂະໜາດ 1,520 ລິດ.

2. ເຕັກໂນໂລຊີຂັບເຄື່ອນອັດສະລິຍະຂອງນິດສັນ: ເພື່ອເຮັດໃຫ້ລູກຄ້ານິດສັນ ຮູ້ສຶກໝັ້້ນໃຈຫລາຍຂຶ້ນ ແລະ ມ່ວນຊື່ນ, ຂະນະທີ່ຂັບຂີ່ຕາມທ້ອງຖະໜົນ ນິດສັນໄດ້ເພີ່ມຄວາມປອດໄພດັ່ງນີ້:

⇒ ລະບົບແຈ້ງເຕືອນຈຸດທີ່ເບິ່ງບໍ່ເຫັນ (BSW): ລະບົບນີ້ຈະກວດເບິ່ງຍານພາຫະນະຕ່າງໆທີ່ຢູ່ໃນຈຸດທີ່ເບິ່ງບໍ່ເຫັນສໍາລັບຄົນຂັບ (ຊ້າຍ ແລະ ຂວາ). ລະບົບ BSW ຈະແຈ້ງເຕືອນຜູ້ຂັບຂີ່ ຜ່ານໄຟສະແດງຖານະ ທີ່ຈະກະພິບເທິງເສົາປະຕູ ພ້ອມກັບສຽງເຕືອນ.

⇒ ລະບົບແຈ້ງເຕືອນການຈໍລະຈອນ (CTA): ເມື່ອທ່ານຖອຍອອກຈາກພື້ນທີ່ຈອດ, ລະບົບຄຸນສົມບັດນີ້ຈະກວດເບິ່ງຍານພາຫະນະ ທີ່ທ່ານອາດຈະເບິ່ງບໍ່ເຫັນ ໄກເຖິງ 20 ແມັດ ໃນຂ້າງໃດໜຶ່ງ. ມັນຈະແຈ້ງເຕືອນຜູ້ຂັບຂີ່ ດ້ວຍລະບົບເຕືອນພາບກະພິບ (ໃຊ້ລະບົບໄຟແຈ້ງເຕືອນຈຸດທີ່ເບິ່ງບໍ່ເຫັນ) ແລະ ເຕືອນດ້ວຍສຽງ.

ໜ້າຈໍສໍາຜັດ LCD ຂະໜາດ 8 ນີ້ວ ດ້ວຍເຄື່ອງຫລີ້ນ DVD ບໍ່ພຽງແຕ່ ເພື່ອຄວາມບັນເທີງພາຍໃນລົດສໍາລັບຜູ້ໂດຍສານ ແຕ່ໜ້າຈໍສໍາຜັດ ຍັງເຮັດວຽກຄືເປັນກ້ອງເບິ່ງຫລັງ ທີ່ຈະເຮັດໃຫ້ຜູ້ຂັບຂີ່ເບິ່ງພາບດ້ານຫລັງໄດ້ຊັດເຈນຂຶ້ນ ບໍ່ວ່າໃນເວລາກາງເວັນ ຫລື ກາງຄືນ. (ໜ້າຈໍຂະໜາດໃຫຍ່ທີ່ສຸດໃນກຸ່ມລົດ SUV).

⇒ ລະບົບຄວບຄຸມການຂັບຂີ່ອັດສະລິຍະ (IRC): ເມື່ອກວດພົບພື້ນຜີວຖະໜົນທີ່ເປັນຄື້ນ, ແຮງບິດຂອງເຄື່ອງຈັກຈະເພີ່ມ ຫລື ຫລຸດລົງ ເພື່ອເພີ່ມປະສິດທິພາບການຂັບຂີ່ໃຫ້ມີຄວາມຄ່ອງຕົວ ແລະ ມີຄຸນນະພາບທີ່ດີຂຶ້ນ.

⇒ ລະບົບປ້ອງກັນລໍ້ໝູນອັດສະລິຍະ (ITC): ນໍາໃຊ້ແຮງເບຣກ ຖ້າຈໍາເປັນເມື່ອມີການລ້ຽວລົດ.

⇒ ລະບົບຊ່ວຍອອກຕົວເທິງທາງລາດຊັນ (HSA): ຊ່ວຍປ້ອງກັນການໄຫລ່ກັບ ເມື່ອຂັບຂີ່ອອກຈາກການຫຍຸດຈຶ້ງ ເທິງທາງລາດຊັນ.

3. ນອກຈາກລະບົບຄວາມປອດໄພລະດັບສູງຂ້າງເທິ່ງ, ຈຸດເດັ່ນຄວາມປອດໄພມາດຕະຖານອື່ນໆລວມມີ:

  • ລະບົບປ້ອງກັນການລື່ນໄຫລ ຂະນະທາງມື່ນ (ABLS)
  • ລະບົບຄວບຄຸມການຊົງຕົວອັດຕະໂນມັດ (VDC)
  • ຖົງລົມນິລະໄພກັນກະທົບດ້ານໜ້າ ສໍາລັບຄົນຂັບ ແລະ ຜູ້ໂດຍສານດ້ານໜ້າ
  • ການຂັບຂີ່ທີ່ສະດວກສະບາຍ ເຕັມໄປດ້ວຍພະລັງ

ລົດເອັສຍູວີ ທີ່ໂດດເດັ່ນຄັນນີ້ແມ່ນຂັບເຄື່ອນດ້ວຍຈັກແອັດຊັງ 2.0 ລິດ ໃຫ້ກໍາລັງ 106 ກວ, ມີຄວາມໄວກໍາລັງຮອບສູງສຸດ 6,000 ຮອບຕໍ່ນາທີ ແລະ ແຮງບິດສູງສຸດ 200 ນີວຕັນ/ແມັດ ຢູ່ທີ່ 4,400 ຮອບ/ວິນາທີ. ດ້ວຍຖັງເຊື້ອເພີງຂະໜາດ 60 ລິດ ເພື່ອເພີ່ມຊ່ວງໄລຍະການຂັບຂີ່ທີ່ດີເລີດ. ເຄື່ອງຈັກແອັດຊັງ 4 ສູບມີປະສິດທິພາບ ແລະ ຕອບສະໜອງໄດ້ດີ ໂດຍແນ່ໃສ່ເຕັກໂນໂລຊີ DIC (Direct Injection Gasoline) ຂອງນິດສັນ ແລະ ລະບົບຄວບຄຸມວາວຄູ່ແບບແປຜັນ ເພື່ອຊ່ວຍປະຫຍັດນໍ້າມັນ ແລະ ໃຫ້ແຮງບິດສູງສຸດ.

4. ນິດສັນເອັກສເທວ ນໍາໃຊ້ລະບົບພວງມະໄລພາວເວີ້ໄຟຟ້າ (EPS), ຊ່ວຍຫລຸດຜ່ອນການສິ້ນເປືອງນໍ້າມັນ ດ້ວຍການຫລີກລ້ຽງຄວາມຕ້ອງການໃນການໃຊ້ປໍ້າໄຮໂດຣິກທີ່ຂັບເຄື່ອນດ້ວຍເຄື່ອງຈັກ. ຄວາມພະຍາຍາມໃນການລ້ຽວແມ່ນຈະປ່ຽນແປງອັດ ຕະໂນມັດ ອີງຕາມເງື່ອນໄຂການຂັບຂີ່. ການບັງຄັບລົດທີ່ດີເລີດ ແລະ ການຂັບຂີ່ທີ່ສະດວກສະບາຍດ້ວຍລະບົບກັນສະເທືອນແບບທ່ອນຍຶດອິດສະຫລະ ແລະ ໂຄງສ້າງເຊື່ອມຕໍ່ທີ່ຫລາກຫລາຍດ້ານຫລັງ.​

ລະບົບເກຍເອັກສໂທຣນິກຂອງ ເອັກສເທວ ຈະສົ່ງກໍາລັງການໂຫຼດທີ່ຕໍ່າ-ນຸ້ມນວນເປັນພິເສດ ແລະ ມີສະມັດຖະນະໃນການເລັ່ງຄວາມໄວສູງ. ນອກຈາກນີ້ ຍັງຈະເຮັດໃຫ້ຜູ້ຂັບຂີ່ ສາມາດຫລີ້ນໂໝດເກຍທໍາມະດາ (+/-) ເພື່ອຄວາມມ່ວນຊື່ນ ແລະ ສ້າງຄວາມຕື່ນເຕັ້ນ.

ລົດນິດສັນເອັກສເທວ ທຸກລຸ້ນທີ່ມາພ້ອມກັບລະບົບເກຍເອັກສໂທຣນິກທັງໝົດຈະມາພ້ອມປຸ່ມກົດແບບ ECO ໂໝດ, ຕິດຕັ້ງຢູ່ຫ້ອງຄົນຂັບໃນທີ່ຫວ່າງດ້ານລຸ່ມຊ້າຍມື ໃກ້ກັບພວງມະໄລພາວເວີ້. ລະບົບນີ້ຈະເພີ່ມປະສິດທິພາບການປະຫຍັດນໍ້າມັນດ້ວຍການຄວບຄຸມເຄື່ອງຈັກ ແລະ ການໃຊ້ງານລະບົບເກຍ ເພື່ອຊ່ວຍຫລີກລ້ຽງການເລັ່ງລົດຢ່າງໄວວາຂອງນັກຂັບຂີ່.

5.ພາຍໃນຫລູຫລາມີລະດັບ: ໜ້າຈໍສະແດງຜົນຊ່ວຍການຂັບຂີ່ທີ່ລໍ້າໜ້າ ແບບ 3 ມິຕິ TFT ຂະໜາດ 5 ນີ້ວ (ດີທີ່ສຸດໃນລຸ້ນ) ຂອງນິດສັນ ຈະມີຕົວເລືອກຮອດ 7 ລາຍການ ໂດຍໃຊ້ພວງມະໄລສາມາດປັບລະດັບໄດ້ ຮູບຊົງຕົວ D ແບບສະປອດ ພ້ອມປຸ່ມຄວບຄຸມ.

ນິດສັນເອັກສເທວ ຍັງມີຄຸນສົມບັດຢູ່ທີ່ເບາະນັ່ງໄຟຟ້າ 8 ທິດທາງທີ່ປານີດ ແລະ ລະບົບຮອງຮັບແອວ 2 ທິດທາງ ສໍາລັບຜູ້ຂັບຂີ່ ຂະນະທີ່ ຜູ້ໂດຍສານດ້ານໜ້າຈະມີເບາະໜັງໄຟຟ້າ 4 ທິດທາງ. ທັງສອງຈະເປັນເບາະນັ່ງບໍ່ມີແຮງໂນ້ມຖ່ວງ ທີ່ໄດ້ແຮງບັນດານໃຈຈາກນັກບິນອາວະກາດເປັນສັນຍາລັກຂອງນິສສັນ ຈະຊ່ວຍໃຫ້ຜູ້ຂັບຂີ່ຫລຸດຜ່ອນຄວາມອິດເມື່ອຍ ແລະ ຊ່ວຍໃຫ້ການເດີນທາງຂັບຂີ່ສະດວກສະບາຍ ແລະ ຍາວນານຍິ່ງຂຶ້ນ.

ຜູ້ໂດຍສານຢູ່ເທິງລົດຈະເພີດເພີນໄປກັບອຸນຫະພູມທີ່ສະບາຍ ແລະ ໜ້າຈໍດີຈິຕອນ ສະແດງຜົນທີ່ທັນສະໄໝຂອງລະບົບປັບອາກາດອັດຕະໂນມັດທີ່ສົມບູນແບບ ດ້ວຍລະບົບຄວບຄຸມອາກາດແບບແຍກສ່ວນ ບວກກັບຊ່ອງອາກາດດ້ານຫລັງ ທີ່ຈະກະຈາຍອາກາດເຢັນພາຍໃນຫ້ອງໂດຍສານຂະໜາດໃຫຍ່.

ແລະ ນີ້ກໍຄື 5 ເຫດຜົນທີ່ເປັນຫຍັງທ່ານຕ້ອງເລືອກ ນິດສັນເອັກສເທວ 2018 ເພາະ ນິດສັນ ຄໍານືງເຖີງຄອບຄົວ,ການປະຈົນໄພ, ຄວາມມ່ວນຊື່ນ ແລະ ຄວາມສະດວກສະບາຍແກ່ລູກຄ້າສະເໝີ.

ທ່ານສາມາດຕິດຕາມຂໍ້ມູນຂ່າວສານ ຫຼື ສອບຖາມຂໍ້ມູນເພີ່ມໄດ້ທີ່:https://www.facebook.com/NissanLaos/

http://www.nissan-lao.la/ 

https://goo.gl/forms/jz9DcNU46oKV6wRA3