spot_img
Homeຕະຫຼາດລາວໂພສຕ໌ຂາຍລົດ5 ເຫດຜົນທີ່ຕ້ອງເລືອກ Nissan URVAN

5 ເຫດຜົນທີ່ຕ້ອງເລືອກ Nissan URVAN

Published on

  1. ຄວາມໜ້າເຊື່ອຖື

ຄວາມໜ້າເຊື່ອຖືແມ່ນເປັນປັດໄຈທີ່ມີຄວາມສຳຄັນທີ່ສຸດ ເມື່ອເວລາທີ່ທ່ານພິຈາລະນາທີ່ຈະຊື້ລົດຕູ້ຄັນໃໝ່. ທ່ານຈະສູນເສຍໂອກາດທາງທຸລະກິດຂອງທ່ານ ຖ້າຫາກວ່າລົດຕູ້ຂອງທ່ານເກີດການເປເພເສຍຫາຍ. ເມື່ອທ່ານຄິດຈະຊື້ລົດຕູ້ໃຫ້ທ່ານຄິດເຖີງລົດຕູ້ Nissan URVAN ຊຶ່ງເປັນລົດຕູ້ທີ່ເປັນທີ່ຮູ້ຈັກກັນດີໃນຕະຫຼາດສຳລັບຄວາມໜ້າເຊື່ອຖື. ດ້ວຍຂະໜາດຄວາມຍາວທັງໝົດ 5,230 ມມ, ຄວາມກວ້າງ 1,880 ມມ ແລະ ຄວາມສູງເຖີງ 2,285 ມມ, ປະຕູບານເລື່ອນດ້ານຂ້າງຂະໜາດໃຫຍ່ ເພີ່ມຄວາມສະດວກໃນການເປີດອອກທີ່ກວ້າງກ່ວາ ທີ່ຊ່ວຍໃຫ້ຜູ້ໂດຍສານເຂົ້າ ແລະ ອອກລົດໄດ້ງ່າຍຂຶ້ນ.

  1. ມີສະມັດຖະນະທີ່ດີ

ການນຳໃຊ້ລົດຕູ້ໃໝ່ຄັນໜຶ່ງໃນຊີວິດປະຈຳວັນ ບໍ່ແມ່ນພຽງແຕ່ຊ່ວຍປະຫຍັດນໍ້າມັນເຊື້ອໄຟ ກິໂລແມັດຕໍ່ລິດ (ກມ/ລ) ເທົ່ານັ້ນ, ແຕ່ວ່າຍັງແມ່ນຄ່າໃຊ້ຈ່າຍໃນການບໍາລຸງຮັກສາ; ເນື່ອງຈາກ ບໍລິສັດ ຕັນຈົງມໍເຕີ ໄດ້ສະໜອງການບໍາລຸງຮັກແບບບໍ່ເສຍຄ່າໃຊ້ຈ່າຍ (FMS) ແລະ ການຮັບປະກັນ ໃກ້ແກ່ບັນດາລູກຄ້າທີ່ຊື້ລົດຕູ້ Nissan URVAN ລາຍໃໝ່ທັງໝົດ.

  1. ມີປະສິດທິພາບ

ເມື່ອທ່ານຊື້ລົດຕູ້ຄັນໃໝ່, ທ່ານຕ້ອງການທີ່ຈະຮັບປະກັນວ່າ ຍານພາຫະນະທີ່ທ່ານຊື້ຈະມີປະສິດທິພາບການດຳເນີນງານທີ່ດີ ໃນໄລຍະຍາວ ແລະ ມີຄວາມສາມາດໃນການບັນທຸກທີ່ແຕກຕ່າງ. ເປັນລົດທີ່ນຳເຂົ້າແບບຄົບຊຸດເຕັມຮູບແບບຈາກປະເທດຍີ່ປຸ່ນ, Nissan URVAN ແມ່ນເປັນ ‘ພາຫະນະຂົນສົ່ງຜູ້ໂດຍສານ’ ຈຳນວນ 15 ບ່ອນນັ່ງທີ່ມີຊື່ສຽງ ທີ່ຈະຊ່ວຍໃຫ້ວຽກງານຂອງທ່ານສຳເລັດລຸລ່ວງໄປດ້ວຍດີ.

  1. ຂະໜາດຂອງເຄື່ອງຈັກ

ເມື່ອທ່ານຊື້ລົດຕູ້ຄັນໃໝ່, ຂໍໃຫ້ທ່ານກວດສອບມາດຖານທາງດ້ານເຕັກນິກ ເຊັ່ນວ່າ: ແຮງມ້າ (HP) ແລະ ແຮງບິດສູງສຸດ ເນື່ອງຈາກວ່າ ເຄື່ອງຈັກລິດຂະໜາດໃຫຍ່ ບໍ່ໄດ້ໝາຍຄວາມວ່າຈະມີພະລັງຂັບເຄື່ອນທີ່ດີກ່ວາ.

ແຮງມ້າ – ມາດຕາວັດເພື່ອກໍານົດພະລັງ ແລະ ອັດຕາຊຶ່ງເຄື່ອງຈັກສາມາດທໍາງານ, ເຊັ່ນວ່າ ຖ້າຫາກວ່າ ທ່ານຕ້ອງການທີ່ຈະແຊງລົດຄັນອື່ນ, ຍິ່ງແຮງມ້າລົດຂອງທ່ານມີຫຼາຍຂຶ້ນ ລົດຂອງທ່ານກໍ່ຈະຕອບສະໜອງໄດ້ຢ່າງທັນການ ແລະ ວ່ອງໄວຍິ່ງຂຶ້ນ.

ແຮງບິດ – ແມ່ນເປັນສິ່ງທີ່ຊ່ວຍເຮັດໃຫ້ລົດຕູ້ເຄື່ອນທີ່ ແລະ ໂດຍສະເພາະຢ່າງຍິ່ງຢູ່ໃນເຂດເນີນພູເຂົາສູງຊັນ. ລົດຕູ້ທີ່ມີແຮງບິດສູງ ຈະມີປະສິດທິພາບທີ່ສະໝໍ່າສະເໝີຍິ່ງຂຶ້ນ ບໍ່ວ່າລົດຕູ້ຈະບັນທຸກໜັກ ຫຼືບໍ່ກໍ່ຕາມ.

ຜູ້ຂັບລົດຕູ້ Nissan URVAN ສາມາດເພີ່ງພາເຄື່ອງຈັກເທີໂບ VGS ດີເຊວ ຂະໜາດ 2.5 ລິດ ທີ່ມີປະສິີດທິພາບ ແລະ ປະຫຍັດພະລັງງານ ມາພ້ອມດ້ວຍເຄື່ອງຈັກແບບອິນເຕີຄູລເລີ ທີ່ຊ່ວຍໃຫ້ສາມາດບັນທຸກສິ່ງຂອງ ແລະ ຜູ້ໂດຍສານໄປຕາມເນີນພູເຂົາສູງຊັນ ແລະ ຂຶ້ນພູໄດ້ຢ່າງສະບາຍ.

  1. ຄວາມມີຊື່ສຽງ

ທຸລະກິດຂອງທ່ານແມ່ນມີຄວາມສຳຄັນຕໍ່ທ່ານ ແລະ ເປັນສິ່ງທຳອິດທີ່ລູກຄ້າຂອງທ່ານເຫັນເມື່ອທ່ານມາເຖີງບ່ອນເຮັດວຽກ. ລົດຕູ້ທີ່ໃໝ່, ສະອາດ ແລະ ມີຍີ່ຫໍ້ທີ່ດີ ຈະຊ່ວຍໃຫ້ການຮັບຮູ້ຂອງບໍລິສັດ ມີຄວາມພາກພູມໃຈໃນລັກສະນະຂອງມັນ. ການສ້າງຍີ່ຫໍ້ສິນຄ້າທີ່ມີຄຸນນະພາບຂອງລົດຕູ້ ແມ່ນສະທ້ອນໃຫ້ເຫັນເຖີງທຸລະກິດຂອງທ່ານໃນການສ້າງຄວາມປະທັບໃຈທີ່ຍອດ ຍ້ຽມໃຫ້ກັບຜູ້ທີ່ມີໂອກາດເປັນລູກຄ້າຂອງທ່ານ.

ດ້ວຍການແນະນຳຄັ້ງທຳອິດໃນປີ 1973, ປະຫວັດຄວາມເປັນມາອັນຍາວນານຂອງ Nissan URVAN ໄດ້ປະສົບຄວາມສຳເລັດໃນການຈຳໜ່າຍໃນຫຼາຍກ່ວາ 140 ປະເທດທົ່ວໂລກ.

ລຸ້ນລ້າສຸດມີຊ່ອງລະບາຍອາກາດດ້ານໜ້າທີ່ເປັນເອກະລັກ V-motion ໃໝ່ຂອງນິດສັນ ແລະ ຫຼອດໄຟໜ້າແບບມັລຕີຣີເຟຣັກເຕີຮາໂລເຈນແບບຫຼາຍໂຕ ທີ່ຊ່ວຍເພີ່ມສະມັດທະນະການເບີ່ງເຫັນທີ່ດີຂຶ້ນໃນເວລາຂັບຕອນກາງຄືນ. ມີຊ່ອງແອສຳລັບຜູ້ໂດຍສານແຕ່ລະບ່ອນ ແລະ ມີຊ່ອງວ່າງສຳລັບສ່ວນດ້ານເທີງ ຊ່ວຍເພີ່ມຄວາມສະດວກສະບາຍສຳລັບຜູ້ໂດຍສານຂອງທ່ານ.

ຂໍ້ມູນເພີ່ມຕື່ມສາມາດເຂົ້າເບີ່ງໄດ້ທີ່:

http://nissan-lao.la

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...