spot_img
Homeຂ່າວຕ່າງປະເທດໜຸ່ມຝຣັ່ງເສດໂທຕື້ແຟນເກົ່າ 10 ເດືອນ ຖືກຕຳຫລວດຈຳຄຸກ ແລະ ປັບໃໝ

ໜຸ່ມຝຣັ່ງເສດໂທຕື້ແຟນເກົ່າ 10 ເດືອນ ຖືກຕຳຫລວດຈຳຄຸກ ແລະ ປັບໃໝ

Published on

 

ຊາຍຊາວຝຣັ່ງ ຖືກສັ່ງໃຫ້ຈຳຄຸກ ແລະ ປັບໃໝ ຫລັງໂທລະສັບ ແລະ ຕາມຮາວີແຟນເກົ່າລວມ 21,807 ຄັ້ງ ຕະຫລອດ

ໄລຍະ 10 ເດືອນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ກັນຍາ 2014 ຜ່ານມາວ່າ ຊາຍຊາວຝຣັ່ງຜູ້ໜຶ່ງ (ໂດຍບໍ່ເປີດເຜີຍຊື່)

ອາຍຸ 33 ປີ ໄດ້ຖືກເຈົ້າໜ້າທີ່ຕຳຫລວດສັ່ງລົງໂທດຈຳຄຸກ ແລະ ເສຍຄ່າປັບໃໝອີກ 1,000 ເອີໂຣ ຫລັງຈາກກໍ່ເຫດ

ຕາມຮາວີແຟນເກົ່າດ້ວຍການໂທລະສັບ ແລະ ສົ່ງຂໍ້ຄວາມຫາ ສະເລ່ຍ 73 ຄັ້ງຕໍ່ມື້ ເປັນໄລຍະເວລາດົນເຖິງ 10 ເດືອນ

ໂດຍລວມແລ້ວແມ່ນມີທັງໝົດ 21,807 ຄັ້ງ.

 

ທາງດ້ານທະນາຍຄວາມຂອງແຟນເກົ່າ ເຊິ່ງເປັນຜູ້ເສຍຫາຍໄດ້ເປີດເຜີຍວ່າ ລູກຄວາມຂອງເຂົາພະຍາຍາມທີ່ຈະ

ບລ໊ອກເບີໂທຂອງໜຸ່ມດັ່ງກ່າວ ແຕ່ແລ້ວຊາຍຄົນນັ້ນກໍຍັງໂທລະສັບເຂົ້າມາທາງພໍ່, ແມ່ ແລະ ບ່ອນເຮັດວຽກຂອງ

ນາງ ເຊິ່ງໄດ້ເຮັດໃຫ້ນາງໄດ້ຮັບຄວາມເດືອດຮ້ອນຫລາຍຈາກການຖືກລົບກວນ.

 

ເຖິງຢ່າງໃດກໍຕາມ ຊາຍຝຣັ່ງເສດລາຍນີ້ ຕ້ອງໄດ້ເຂົ້າພົບຈິດຕະແພດ ເພື່ອກວດສອບສະພາບຈິດໃຈ ແລະ ເຂົາ

ຕ້ອງຕັດຂາດການຕິດຕໍ່ກັບແຟນເກົ່າໃນທຸກໆຊ່ອງທາງ ພ້ອມກັບກ່າວເສຍໃຈອີກວ່າ ການກະທຳທີ່ເຂົາໄດ້ເຮັດ

ລົງໄປທັງໝົດນັ້ນແມ່ນເປັນເລື່ອງທີ່ໂງ່ທີ່ສຸດແທ້ໆ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...