spot_img
HomeBaby-ແມ່ແລະເດັກສິ່ງທີ່ທ່ານບໍ່ຄວນເບີ່ງຂ້າມ ກ່ອນວາງແຜນຈະມີລູກ

ສິ່ງທີ່ທ່ານບໍ່ຄວນເບີ່ງຂ້າມ ກ່ອນວາງແຜນຈະມີລູກ

Published on

14

ການ​ມີ​ລູກ ​ອາດ​ເປັນ​ຄວາມ​ຝັນ​ຂອງ​ແມ່ຍິງ​ຫລາຍໆຄົນ ແຕ່​ມັນ​ບໍ່​ແມ່ນເລື່ອງງ່າຍ​ ​ການ​ທີ່ຈະມີລູກ ກໍ່ຕ້ອງມີຄວາມພ້ອມ​ ຈຶ່ງ​ເປັນ​ເລື່ອງ​ທີ່​ສຳຄັນ​ຫລາຍ ເພື່ອ​ໃຫ້​ທ່ານ​ເປັນ​ຜູ້ໃຫຍ່​ພໍ ​ທີ່​ຈະ​ສາມາດ​ຮັບ​ຜິດຊອບ​ຊີວິດ​ເຂົາ​ໄດ້​ແທ້ໆ ຖ້າຢາກ​ຮູ້​ວ່າ​ທ່ານພ້ອມ​ຈະ​ເປັນ​ແມ່​ມື​ໃໝ່​ ຫລື ​ບໍ່​ນັ້້ນ​ທ່ານ​ກໍ​ຄວນ​ເບິ່ງ​ ຈາກ​ສິ່່ງເຫລົ້ານີ້​ກໍ່

1ສິ່ງທີ່ຜົວຕ້ອງກຽມພ້ອມ
ຄວາມ​ພ້ອມ​ຂອງ​ຜົວນັ້ນ ​ສຳຄັນ​ຫລາຍ​ໆເລີຍ​ແຫລະ ເພາະ​ສຸດ​ທ້າຍ​ແລ້ວ​ ຄົົນທີ່​ຈະ​ຊ່ວຍ​ທ່ານລ້ຽງ​ລູກ​ກໍ​ຄື​ ຜົວ​ນີ້​ແຫລະ ຊຶ່ງ​ຖ້າຜົວຂອງທ່ານຍັງ​ຮັກ​ອິດສະຫລະ​ ບໍ່​ພ້ອມທີ່ຈະຮັບ​ຜິດຊອບ​ຊີວິດ​ໃຜ ການ​ມີ​ລູກ​ໃນ​ເວລາ​ແບບ​ນີ້​ກໍ​ຄົງ​ຈະ​ບໍ່ດີ​ເທົ່າ​ໃດ ເພາະ​ພໍ່​ຄວນ​ເປັນ​ຜູ້​ນຳ​ທີ່​ສອນ​ໃຫ້​ລູກ​ເຂັ້ມແຂງ​ ແລະ​ ເປັນ​ຜູ້ໃຫຍ່​ໄດ້ ຊຶ່ງ​ຖ້າ​ຜົວຍັງ​ບໍ່​ພ້ອມ​ຈະ​ເປັນ​ຕົວ​ຢ່າງ​ທີ່​ດີ​ແລ້ວ ກໍ​ອາດ​ເຮັດໃຫ້​ລູກ​ຂອງ​ທ່ານ ​ໃຫຍ່​ຂຶ້ນ​ມາ​ໂດຍ​ປາດສະຈາກ ​ແບບ​ຢ່າງ​ທີ່​ດີ​ກໍ​ໄດ້
2. ຄວບ​ຄຸມ​ອາລົມ​ຂອງທ່ານໃຫ້ໄດ້​ດີ
ໄລຍະ​ທີ່​ຖືພາ ​ອາລົມ​ຂອງ​​ແມ່​ຍິງທັງ​ຫລາຍ​ ກໍ​ມັກມີອາລົມປັ່ນປ່ວນ​ຂຶ້ນໆ ລົງໆ ຈົນ​ເດົາ​ບໍ່​ຖືກຖື​ເປັນເລື່ອງທຳມະດາ ຊຶ່ງ​ຖ້າ​​ເປັນ​ຄົນ​ຄວບ​ຄຸມ​ອາລົມ​ໄດ້​ບໍ່​ດີ​ຢູ່​ແລ້ວ ແຮງໄປ​ກັນ​ໃຫຍ່​ເລີຍ​ ເພາະ​ອາລົມ​ຄຽດ ​ຫລື ​ຮ້າຍ​ຂອງ​ແມ່ ຈະ​ເຮັດໃຫ້​ລູກນ້ອຍຮັບ​ຮູ້​ໄດ້ ດັ່ງ​ນັ້ນ​ເພື່ອ​ບໍ່​ໃຫ້​ລູກ​ຕ້ອງ​ມາຮັບ​ຜົນ​ກະທົບ ກໍ​ຄວນ​ມີ​ລູກ​ໃນ​ໄລຍະ​ທີ່​ຊີວິດ​ລົງ​ຕົວ​ ແລະ ​ຕ້ອງ​ຮັບ​ມື​ກັບ​ຄວາມ​ຄຽດ​ນ້ອຍ​ລົງ​ຈະ​ດີກວ່າ
3. ສຸຂະພາບ​ຕ້ອງ​ແຂງ​ແຮງ
ຕໍ່​ໃຫ້​ໃຈ​ພ້ອມ​ເທົ່າໃດ ແຕ່​ຖ້າ​ຮ່າງກາຍ​ຂອງ​ທ່ານ​ບໍ່​ພ້ອມ​ກໍ​ຄົງ​ເປັນ​ເລື່ອງ​ຍາກ​ຄືເກົ່າ ເພາະ​ສະພາບ​ຮ່າງກາຍ​ຂອງ​ທ່ານ​ເປັນ​ສິ່ງ​ສຳຄັນ​ຫລາຍ ຊຶ່ງ​ຖ້າ​ມີ​ລູກ​ຕອນ​ສຸກຂະພາບ​ອ່ອນເພຍ ​ນັ້ນ​ກໍ​ອາດ​ເຮັດໃຫ້​ລູກໃນທ້ອງ ບໍ່​ແຂງ​ແຮງ​ ຫລື​ ເຖິງ​ຂັ້ນ​ຜິດ​ປົກກະຕິ​ໄດ້​ ເພາະ​ສະ​ນັ້ນ​ຄວນ​ໝັ້ນໃຈ​ວ່າ​ຕົວ​ເອງ​ແຂງ​ແຮງ​ດີ​ແລ້ວ​ແທ້ໆ ຄ່ອຍ​ຄິດ​ມີ​ລູກ​ຈະ​ດີກວ່າ ນອກ​ຈາກ​ນີ້​ກໍ​ຢ່າ​ລືມ​ນັດຜົວ ​ໄປ​ກວດ​ສຸກຂະພາບ​ພ້ອມໆກັນ ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລູກ ​ມີ​ຄວາມ​ສ່ຽງ​ຈາກພະຍາດ​​ພັນ​ທຸ​ກຳ​ນຳ ເພື່ອຈະ​ໄດ້​ພ້ອມ​ຮັບ​ມື​ດ້ວຍ​
4. ເລື່ອງ​ເງີນ​ກໍ​ສຳຄັນ
​ເລື່ອງ​ເງີນ​ ກໍ​ເປັນ​ອີກ​ສິ່ງ​ທີ່​ທ່ານເບິ່ງ​ຂ້າມ​ໄປ​ ເພາະ​ສະໄໝ​ນີ້ແມ່ນ​ຫຍັງ​ກໍ​ແພງໄປ​ໝົດ ແຖມ​ການ​ລ້ຽງ​ເດັກນ້ອຍ ​ຍັງ​ຕ້ອງ​ໃຊ້​ເງີນ​ຫລາຍ​ ບໍ່​ວ່າ​ຈະ​ເປັນ​ຄ່າ​ອາຫານຂອງ​ຫລິ້ນ ໄປ​ຈົນ​ເຖິງ​ຄ່າ​ຮຽນ ດັ່ງ​ນັ້ນ ​ຖ້າ​ຢາກ​ໃຫ້​ລູກ​ໄດ້​ສິ່ງ​ທີ່​ດີ​ທີ່ສຸດ​ຢ່າງ​ທີ່​ທ່ານ​ຝັນ​ເອົາ​ໄວ້ ກໍ​ຄວນ​ມີ​ລູກ​ໃນ​ເວລາ​ທີ່​ມີ​ການ​ງານ​ຫມັ້ນຄົງ​ ແລະ ​ເງີນ​ສຳ​ຮອງ​ພ້ອມ​ເທົ່າ​ນັ້ນ
 5. ພ້ອມ​ຈະ​ເລືອກ​ລະຫວ່າງ​ວຽກ ແລະ ​ລູກ
ໃນ​ຍຸກ​ປະຈຸບັນ​ນີ້ມີ​ແມ່​ຍິງຫລາຍ​ຄົົນທີ່​ເຮັດວຽກ​ພ້ອມ​ກັບ​ລ້ຽງ​ລູກ​ໄປ​ນຳ ບາງຄົນທີ່ມີວຽກອອ້ມຕົວ​ ຈົນ​ເຮັດໃຫ້​ບໍ່​ມີ​ເວລາ​ທີ່ຈະ​ລ້ຽງ​ລູກ​ ແລະ​ ການ​ຈ້າງຄົນລ້ຽງລູກ ​ກໍ​ບໍ່ແມ່ນ​ເງີນ​ນ້ອຍ​ໆເລີຍໃດ ແຖມ​ຍັງ​ເຮັດໃຫ້​ຫ່າງ​ເຫີນ​ກັບ​ລູກນຳອີກ ດັ່ງ​ນັ້ນ​ບາງເທື່ອ​ການ​ເລືອກ​ລະຫວ່າງ​ວຽກ ​ແລະ ​ລູກ​ຈິ່ງ​ເປັນ​ເລື່ອງ​ທີ່​ຫລີກ​ລ້ຽງ​ບໍ່​ໄດ້ເລີຍ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...