spot_img
Homeຂ່າວນໍ້າຖ້ວມມວນນ້ຳມະຫາສານໄຫຼເຂົ້າຖ້ວມອັດຕະປື ໜ່ວຍງານພາກລັດເລັ່ງໃຫ້ການຊ່ວຍເຫຼືອ

ມວນນ້ຳມະຫາສານໄຫຼເຂົ້າຖ້ວມອັດຕະປື ໜ່ວຍງານພາກລັດເລັ່ງໃຫ້ການຊ່ວຍເຫຼືອ

Published on

ເມື່ອວັນທີ 24 ກໍລະກົດ 2018 ທະວິດເຕີ້ @can_nw ລາຍງານວ່າ ບໍລິສັດ PNPC ຜູ້ກໍ່ສ້າງເຄື່ອນເຊປຽນ-ເຊນ້ຳນ້ອຍ ແຈ້ງເຕືອນໃຫ້ປະຊາຊົນອົບພະຍົບຂຶ້ນທີ່ສູງ ສັນເຂື່ອນ D ພັງ ມວນນ້ຳ 5 ລ້ານຕັນ ຈະໄຫລລົງເຊປຽນ ເຂົ້າຖ້ວມບ້ານເຮືອນປະຊາຊົນ ເມືອງ ສະໜາມໄຊ ແຂວງອັດຕະປື ໂດຍປັດຈຸບັນໄດ້ມີການອົບພະຍົບປະຊາຊົນອອກຈາກພື້ນທີ່ໝົດມື້ໝົດຄືນ ທັງນີ້ເຈົ້າແຂວງ ແຂວງອັດຕະປື ໄດ້ນຳພາຄະນະລົງໃຫ້ຄວາມຊ່ວຍເຫຼືອຊາວບ້ານທີ່ຕິດຄ້າງຢູ່ເທິງຫຼັງຄາເຮືອນ ຫຼັງນ້ຳຈາກເຂື່ອນທີ່ແຕກໄດ້ໄຫຼເຂົ້າຖ້ວມເຮືອນປະຊາຊົນໃນເຂດບ້ານໃໝ່ ເມືອງສະໜາມໄຊແລ້ວ

ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ໄດ້ດຳເນີນການສຳຫລວດຄວາມເປັນໄປໄດ້ ໃນປີ 2008 ແລະ ເລີ່ມ ການກໍ່ສ້າງໃນຕົ້ນ ປີ 2013, ມີກຳລັງຕິດຕັ້ງ 410 ເມກາວັດ ແລະ ມີກຳລັງການຜະລິດຕໍ່ປີ 1.800 ກິກກະວັດໂມງ. ໂຄງການດັ່ງກ່າວ, ເປັນການລົງທຶນຮ່ວມ ລະຫວ່າງ ບໍລິສັດວິສະວະກຳ ແລະ ການກໍ່ສ້າງ ເອສເຄ, ບໍລິສັດ ພະລັງງານໄຟຟ້າ ສ.ເກົາຫລີ (KOWEPO), ບໍລິສັດ ໄຟຟ້າ ຣາຊະບູຣີ ປະເທດໄທ (RATCH) ແລະ ບໍລິສັດຖືຫຸ້ນລາວ, ມູນຄ່າການກໍ່ສ້າງ 1,2 ຕື້ໂດລາສະຫະລັດ ແລະ ມີອາຍຸສຳປະທານ 32 ປີ, ອີງຕາມແຜນການໃນເບື້ອງຕົ້ນຄາດວ່າການກໍ່ສ້າງຈະໃຫ້ສຳເລັດໃນປີ 2018 ນີ້.

ດ້ວຍຄວາມເປັນຫ່ວງເປັນໄຍຂອງພັກ ແລະ ລັດຖະບານ ຕໍ່ເຫດການໄພພິບັດຢູ່ເມືອງສະໜາມໄຊ ແຂວງອັດຕະປື ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງຈາກສູນກາງໄດ້ເດີນທາງໄປແຂວງອັດຕະປືເປັນການຮີບດ່ວນເພື່ອຕິດຕາມຊີ້ນຳຊ່ວຍເຫຼືອປະຊາຊົນຜູ້ປະສົບໄພ. ລາຍລະອຽດຈະລາຍງານໃຫ້ຊາບອີກເທື່ອໜຶ່ງ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...