spot_img
Homeຂ່າວພາຍ​ໃນຮ້ານໃດຈະຖ່າຍທອດບານໂລກໃຫ້ລູກຄ້າເບິ່ງ ຕ້ອງໄປຈ່າຍເງິນໃຫ້ທີວີລາວກ່ອນ

ຮ້ານໃດຈະຖ່າຍທອດບານໂລກໃຫ້ລູກຄ້າເບິ່ງ ຕ້ອງໄປຈ່າຍເງິນໃຫ້ທີວີລາວກ່ອນ

Published on

ຮ້ານອາຫານຫຼືສະຖານບັນເທີງແຫ່ງໃດ ຖ້າຈະຖ່າຍທອດສົດບານໂລກ ໃຫ້ລູກຄ້າຂອງຕົນເບິ່ງນັ້ນ ຕ້ອງໄດ້ໄປຈ່າຍເງິນຊື້ລິຂະສິດກັບ ບໍລິສັດທີວີລາວກ່ອນ 5,000,000 ກີບ ບໍ່ດັ່ງນັ້ນກໍຈະຖືກປັບໃໝຖານລະເມີດລິຂະສິດ.

ໜັງສືແຈ້ງການຈາກຫ້ອງການ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ແຈ້ງວ່າ ບໍລິສັດ ທີວີລາວ ໄດ້ຮັບລິຂະສິດ ໃນການຖ່າຍທອດສົດ ການແຂ່ງຂັນເຕະບານໂລກ 2018 ແລະຖ້າໃນກໍລະນີ ບຸກຄົນ, ນິຕິບຸກຄົນ ຫຼືອົງການຈັດຕັ້ງໃດໜຶ່ງ ຢາກຖ່າຍທອດສົດຕໍ່ເພື່ອຜົນປະໂຫຍດທາງທຸລະກິດ ແມ່ນໃຫ້ໄປພົວພັນນຳ ບໍລິສັດ ທີວີລາວກ່ອນ. ພ້ອມກັນນັ້ນກໍຫ້າມຮັບສັນຍານຈາກທີວີຕ່າງປະເທດມາກະຈາຍຕໍ່.

ຕໍ່ແຈ້ງການດັ່ງກ່າວນັ້ນ, ຄໍບານຈຳນວນຫຼາຍເວົ້າວ່າ ຈະໜີໄປເບິ່ງຈາກຊ່ອງຟຣີທີວີ ຈາກປະເທດເພື່ອນບ້ານກໍໄດ້, ແຕ່ວ່າໃນໜັງສືແຈ້ງການຈາກ ບໍລິສັດ ທີວີລາວ ສະບັບອອກວັນທີ 22 ພຶດສະພາ 2018 ໄດ້ແຈ້ງວ່າ ທຸກການບໍລິການຖ່າຍທອດສົດບານໂລກ 2018 ໃນທົ່ວປະເທດ ຕ້ອງໄດ້ຮັບການອະນຸຍາດຈາກ ບໍລິສັດ ທີວີລາວກ່ອນ, ຖ້າທ່ານເປີດກ່ອງສັນຍານອື່ນ ຫຼືຮັບສັນຍານຈາກໃສກໍແລ້ວແຕ່ ທີ່ບໍ່ແມ່ນຂອງທີວີລາວ ທ່ານຈະຖືກປັບໃໝເທົ່າໂຕ.

ໃນຂະນະທີ່ຜູ້ມັກບານສ່ວນໜຶ່ງຈົ່ມວ່າ ທີວີລາວ ຄວນຈະເກັບເງິນຈາກການຂາຍໂຄສະນາໃນເວລາຖ່າຍທອດສົດເຕະບານໂລກ ຫຼາຍກວ່າການເກັບເງິນຈາກຜູ້ຊົມເຕະບານ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...