spot_img
Homeນານາສາລະ7 ປະໂຫຍດຈາກນ້ຳອັດລົມທີ່ທ່ານບໍ່ເຄີຍຮູ້

7 ປະໂຫຍດຈາກນ້ຳອັດລົມທີ່ທ່ານບໍ່ເຄີຍຮູ້

Published on

2

7 ປະໂຫຍດ​ຈາກ​ນ້ຳ​ອັດ​ລົມ​ທີ່​ທ່ານບໍ່​ເຄີຍ​ຮູ້

1. ຊ່ວຍ​ເຮັດ​ຄວາມ​ສະ​ອາດ​ໄຂ​ມັນ​ຢູ່ເສື້ອຜ້າ
ຖ້າຫາກ​ຊຸດລາຕີ ​​ງົດງາມ ຫລື ເຄື່ອງ​ເຮັດວຽກ​ທີ່ມັກ​ຂອງ​ທ່ານຕ້ອງ​ເປື້ອນ​ຄາບ​ມັນ ​ຕ່າງໆ​ລອງ​ປະສົມ​ແຟັບປົນກັບ​ນ້ຳ​ອັດ​ລົມ1ປ໋ອງ ແລ້ວ​ຊັກ​ດ້ວຍ​ເຄື່ອງ​ຊັກ​ຜ້າ​ຕາມ​ປົກກະຕິ ນ້ຳ​ອັດ​ລົມ​ຈະ​ຊ່ວຍ​ສະ​ຫລາຍ​ຄາບ​ມັນຢູ່​ຊຸດ​ງົດງາມ ໃຫ້​ທ່ານໄດ້​ແນ່ນອນ ທີ່​ສຳຄັນ​ຢ່າ​ລືມ​ໃສ່​ນ້ຳ​ຢາ​ປັບ​ຜ້າ​ນຸ້ມ​ໃຫ້ເສື້ອ​ຜ້າ​ຂອງ​ທ່ານຈະ​ໄດ້​ມີ​ກິ່ນ​ຫອມໆ ແທນ​ກິ່ນ​ຊ່າ​ໆ ໄປ​ໃນ​ຄາວ​ດຽວ​ກັນ

2. ຊ່ວຍ​ທໍາຄວາມ​ສະ​ອາດ​ສຸກະ​ພັນ​ຫ້ອງນ້ຳ
ພຽງ​ແຕ່​ໃຊ້​ນ້ຳ​ອັດລົມ​ ສູດ​ປາສະຈາກ​ນ້ຳ​ຕານ​ ເທ​ໄວ້​ໃຫ້​ທົ່ວ​ພື້ນ​ຫ້ອງ​ນ້ຳ ​ແລະ ​ສຸກະ​ພັນ ຖິ້ມ​ໄວ້  ປະ​ມານ1ຊົ່ວ​ໂມງ ​ຫລັງ​ຈາກ​ນັ້ນ​ໃຊ້​ແປງ​ຂັດ​ຫ້ອງ​ນ້ຳ​ຂັດ​ຖູ​ແລ້ວ​ລ້າງ​ດ້ວຍ​ນ້ຳ​ສະ​ອາດ​ອີກເທື່ອ​ໜຶ່ງ ພຽງແຕ່​ເທົ່ານີ້​ຫ້ອງນໍ້າ ​ແລະ ​ສຸກະ​ພັນຂອງ​ທ່ານ​ກໍ​ຈະ​ສະ​ອາດ​ແລ້ວ

3. ກຳຈັດ​ຄາບຂີ້ໝ້ຽງ
ຖ້າຫາກ​ອຸປະກອນທີ່ເປັນ​ໂຄ​ມ່ຽມ ຕົວຢ່າງ ກັນຊົນລົດໃຫຍ່,ແມັກ ,ແລະອື່ນໆ ​ຂອງ​ທ່ານ​ເກີດ ເປັນ​ຈຸ​ດຂີ້ໝ້​ຽງຂຶ້ນ​ມາ​ເມື່ອໃດ ​ຢ່າ​ປ່ອຍ​ໃຫ້​ມັນ​ລຸ​ກລາມ​ໄປ​ໄດ້​ ຮີບ​ເອົາ​ ອາລູ​​ມິ​ນຽມຟຣອຍ ຈຸ່ມນ້ຳ​ອັດ​ລົມ ​ແລະ​ຂັດ​ເບົາໆ​ບ່ອນທີ່ເປັນຈຸດ​ທີ່​ເປັນ​ຂີ້ໝ້ຽງ​ຮັບຮອງ​ໄດ້​ເລີຍ​ວ່າ ​ຄາບ​ຈະ​ຫລຸດ​ອອກ​ມາແບບງ່າຍ​ດາຍ

4. ຊ່ວຍ​ຄາຍ​ນັອດ ​ທີ່​ຂຶ້​ນ​ຂີ້ໝ້ຽງ​ຈົນ​ໄຂ​ບໍ່​ອອກ
ຖ້າ​ເຈົ້າ​ຕ້ອງ ການ​ຈະ​ໄຂ​ນັອດ​ອອກຈາກ​ຊິ້ນ​ສ່ວນ​ອຸປະກອນ​ຕ່າງໆ ​ແຕ່​ນັອດ​ໂຕນັ້ນ​ເຕັມ​ໄປ​ດ້ວຍ​ຂີ້ໝ້ຽງໃຫ້​ທ່ານ​ເອົາຜ້າ​ຈຸ່ມ​ນ້ຳ​ອັດ​ລົມ​ໃຫ້​ຊຸ່ມ ​ແລ້ວ​ຖູ​ນັອດ​ໂຕ​ນັ້ນ​ໄວ້​ຈັກໄລຍະໜຶ່ງ ​ນ້ຳ​ອັດ​ລົມ​ຈະຊ່ວຍ​ກັດ​ຂີ້ໝ້ຽງ​ບໍລິເວນ​ນັ້ນ​ໃຫ້​ໄຂ​ນັອດ​ອອກ​ໄດ້​ຢ່າງ​ງ່າຍ​ດາຍ

5. ຊ່ວຍ​ເປີດ​ດອນ​ຝາຕຸກນໍ້າ
ຖ້າ​ຫາກ​ດອນ​ຝາ​ຕຸກນໍ້າຂອງ​ທ່ານ​ມັນ​ແໜ້ນເກີນ​ໄປ​ຈົນ​ເປີດ​ບໍ່​ອອກ​ ໃຫ້​ທ່ານ​ໃຊ້​ຜ້າ​ຈຸ່ມ​ນ້ຳ​ອັດ​ລົມອັດ​ໄວ້​ໄລຍະໜຶ່ງ​ນ້ຳ​ອັດ​ລົມ​ຈະຊ່ວຍ​ເຮັດໃຫ້​ຝາ​ຕຸກນໍ້າຄ່ອຍໆມາຍອອກ ​ແລະ​ເປີດ​ອອກ​ໄດ້​ງ່າຍ​ຍິ່ງ​ຂຶ້ນ

6. ເພີ່ມ​ລົດ​ຊາດ​ໃຫ້​ກັບ​ແຮມ
ຖ້າຫາກ​ທ່ານ​ຢາກ​ໃຫ້​ການ​ທອດ​ແຮມ ນັ້ນ​ແຊບຍິ່ງ​ຂຶ້ນ ​ລອງ​ເທນ້ຳ​ອັດ​ລົມ​ລົງ​ໃນ​ໝໍ້ ​ແທນ​ນ້ຳ​ມັນ​ແລ້ວ​ຫໍ່​ແຮມ​ດ້ວຍ​ເຈ້ຍກັນຄວາມຮ້ອນລົງ​ໃນ​ໝໍ້​ຕົ້ມ​ໃນ​ນ້ຳ​ອັດ​ລົມ​ຖິ້ມ​ໄວ້​ປະ​ມານ 30ນາ​ທີ​ ແລ້ວ​ຈຶ່ງ​ເອົາ​ເຈ້ຍ​ກັນຄວາມຮ້ອນ​ອອກ​ເພື່ອ​ໃຫ້​ແຮມ ​ໄດ້​ປະສົມ​ກັບ​ນ້ຳ​ອັດ​ລົມ​ທີ່​ຍັງ​ເຫລືອ​ຢູ່ ໃນ​ໝໍ້ ຮັບຮອງ​ໄດ້​ເລີຍ​ວ່າ​ແຮມ​ ຂອງ​ທ່ານຈະ​ມີ​ລົດ​ຊາດ​ທີ່​ແຊບຊ້ອຍ​ຍິ່ງ​ຂຶ້ນ​ກວ່າ​ເກົ່າ​ຢ່າງ​ແນ່ນອນ

7. ເຮັດ​ຄວາມ​ສະ​ອາດ….. ລົດ​ບັນ​ທຸກ
ຮູ້​ກັນ​ບໍ​ວ່າ​ນ້ຳ​ອັດ​ລົມ​ນັ້ນ​ຖືກ​ໃຊ້​ໃນ​ການເຮັດຄວາມ​ສະ​ອາດ​ລົດ​ບັນ​ທຸກ​ມາ​ເປັນ​ໄລ​ຍະ​ເວລາ​ກວ່າ20ປີ​ແລ້ວ​ກ່ອນ​ທີ່​ເດັກນ້ອຍ​ໄວ​ໜຸ່ມ​ບາງ​ຄົນ​ຈະ​ຮູ້​ຈັກ​ກັບ​ນ້ຳ​ອັດ​ລົມ​ຕ່າງຫາກ

ເຫັນ​ຫລື​ບໍ່​ວ່າ ນ້ຳ​ອັດ​ລົມ​ນັ້ນ​ມີ​ປະໂຫຍດ​ອີກ​ຫລວງຫລາຍ​ທີ່​ທ່ານບໍ່​ເຄີຍ​ຮູ້​ເລີຍ

ແຕ່​ທີ່​ໜ້າ​ສັງເກດ​ກໍ​ຄື ຍັງ​ບໍ່​ພົບ​ປະໂຫຍດ​ຕໍ່​ຮ່າງກາຍ​ຂອງ​ເຮົາ​ເລີຍ​ຈັກ​ຂໍ້​ໜຶ່ງ ສະ​ນັ້ນ​ແລ້ວ​ທ່ານຄວນ ​ຈະ​ດື່ມ​ຕໍ່ໄປ​ ຫລື ​ໃຊ້​ເພື່ອ​ປະໂຫຍດ​ຕາມ​ທີ່​ເຮົາ​ແນະ​ນຳ​ມາ..

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...