Homeຂ່າວຕ່າງປະເທດອິນເດຍຈະປະຫານຄາດຕະການຕໍ່ເນື່ອງ ຂົ່ມຂືນຂ້າມາແລ້ວເກືອບ 20 ລາຍ!

ອິນເດຍຈະປະຫານຄາດຕະການຕໍ່ເນື່ອງ ຂົ່ມຂືນຂ້າມາແລ້ວເກືອບ 20 ລາຍ!

Published on

 

ນັກໂທດຊາຍ ຄາດຕະກອນຕໍ່ເນື່ອງ ຊາວອິນເດຍ ກຽມເຂົ້າສູ່ລານປະຫານດ້ວຍການແຂວນຄໍ ຫຼັງກໍ່ຄະດີໂຫດຂ້າ

ຂົ່ມຂືນມາແລ້ວບໍ່ຕ່ຳກ່ວາ 19 ລາຍ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກັນຍາ 2014 ຜ່ານມານີ້ວ່າ ທ້າວ ສຸຣິນເດີ ໂກລີ ນັກໂທດປະຫານຊາຍ

ຊາວອິນເດຍ ກຽມຖືກປະຫານຊີວິດດ້ວຍການແຂວນຄໍ ໃນວັນທີ 12 ກັນຍາ 2014 ທີ່ຈະມາເຖິງນີ້ ຫຼັງຖືກສານສູງ

ໃນເມືອງມີຣັດ ລັດອຸດຕະຣະປະເທດ ໄດ້ຕັດສິນປະຫານຊີວິດເຂົາ ຕັ້ງແຕ່ປີ 2009 ເນື່ອງຈາກພົບວ່າໄດ້ກະທຳຜິດ

ໃນຄະດີໂຫດຫຼາຍຄະດີ.

 

ໂດຍ ທ້າວ ໂກລີ ເປັນຄາດຕະກອນຕໍ່ເນື່ອງ ກໍ່ເຫດສະເທືອນຂັວນມາຢ່າງຫຼວງຫຼາຍ ໂດຍມີສາວໄວລຸ້ນ ແລະ ເດັກ

ນ້ອຍຍິງຢ່າງໜ້ອຍ 19 ຄົນ ເຄີຍຖືກທ້າວໂກລີ ທັງຂົ່ມຂືນ, ຂ້າ ແລະ ມີຜູ້ເຄາະຮ້າຍບາງຄົນ ເຖິງກັບຖືກຂ້າແລ້ວ

ຫັ່ນສົບຈົນບໍ່ສາມາດຈື່ຈຳສະພາບເດີມໄດ້.

 

ດ້ານ ທ້າວໂກລີ ໄດ້ຍອມຮັບສາລະພາບຕໍ່ສານວ່າ ເຂົາໄດ້ຫຼອກລໍ້ໃຫ້ເດັກຍິງຫຼາຍຄົນເຂົ້າມາໃນເຮືອນ ດ້ວຍການ

ໃຊ້ເຂົ້າໜົມ ແລະ ຊ໊ອກໂກແລັດ, ຈາກນັ້ນກໍໄດ້ກະທຳຮຸນແຮງຕໍ່ເດັກນ້ອຍ ໂດຍມີສົບເດັກນ້ອຍບາງຄົນ ຖືກຍັດ

ໃສ່ຖົງຢາງ ແລະ ເຊື່ອງໄວ້ໃນເຮືອນອີກດ້ວຍ.

 

ຕາມການເປີດເຜີຍຂອງຕຳຫຼວດລະບຸວ່າ ທ້າວ ໂກລີ ໄດ້ກະທຳຄວາມຜິດໃນຄະດີລັກພາໂຕ, ຄາດຕະກຳ ແລະ

ພະຍາຍາມຂົ່ມຂືມຜູ້ເຄາະຮ້າຍ ຢ່າງໜ້ອຍ 5 ຄົນ ລວມທັງເດັກນ້ອຍ ຈົນເຖິງໄດ້ລົງມືກໍ່ເຫດຄາດຕະກຳເດັກຍິງ

ອາຍຸ 14 ປີ ເຊິ່ງຖືເປັນຄະດີສະເທືອນຂັວນຊາວອິນເດຍທັງປະເທດ.

 

ສຳລັບການລົງໂທດປະຫານຊີວິດ ຖືເປັນບົດລົງໂທດທີ່ບໍ່ຄ່ອຍເກີດຂຶ້ນໃນປະເທດອິນເດຍ ເພາະໃນຊ່ວງໄລຍະ 2

ປີຜ່ານມານີ້ ໄດ້ມີນັກໂທດໃນອິນເດຍຖືກຕັດສິນປະຫານຊີວິດ ດ້ວຍການແຂວນຄໍພຽງແຕ່ 2 ລາຍເທົ່ານັ້ນ.

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...