spot_img
HomeມູມໄອທີລາວApple TV ຈະໄດ້ຮັບການອັບເດດເປັນ iOS 8 ນຳ ເລີ່ມຈາກ Handoff

Apple TV ຈະໄດ້ຮັບການອັບເດດເປັນ iOS 8 ນຳ ເລີ່ມຈາກ Handoff

Published on

ເຖິງວ່າເທິງເວທີເປີດໂຕຂອງ iOS 8 ໃນງານ WWDC ຈະບໍ່ໄດ້ເວົ້າເຖິງ Apple TV ຫຼາຍ ແຕ່ Apple TV ເອງກໍຈະໄດ້ຮັບລູກຫຼິ້ນຕ່າງໆ ມາແດ່ບໍ່ຫຼາຍກໍໜ້ອຍຢູ່ແລ້ວໃນແຕ່ລະປີ ໂດຍປີນີ້ນັ້ນມີລູກຫຼິ້ນໃໝ່ທີ່ເຊື່ອມໂຍງລະຫວ່າງ iOS 8 ກັບ Mac OS X Yosemite ທີ່ໜ້າສົນໃຈແບບ Handoff ທີ່ເຮັດໃຫ້ການໃຊ້ງານບໍ່ວ່າຈະເປີດ iOS ຫຼື Mac OS X ກໍຄືກັນກັບໃຊ້ເຄື່ອງດຽວກັນເລີຍ ແລະແນ່ນອນວ່າຄວາມເຊື່ອມໂຍງນີ້ບໍ່ໄດ້ຈົບພຽງແຕ່ iOS ແລະ Mac OS X ເທົ່ານັ້ນ ເພາະວ່າຫຼ້າສຸດນີ້ເຮົາຮູ້ແລ້ວວ່າແຜນການຕໍ່ໄປນັ້ນຈະໄປລົງຕໍ່ທີ່ Apple TV

w6405-500x106

ຂໍ້ຄວາມແຈ້ງເຕືອນນີ້ມາຈາກຜູ້ໃຊ້ງານທີ່ໃຊ້ OS X Yosemite (beta) ແລະເຊື່ອມຕໍ່ WiFi ດຽວກັນກັບ Apple TV (ເປັນ Apple TV 7.0 Beta) ເຊິ່ງບອກໃຫ້ເຫັນຊັດເຈນເລີຍວ່າ Apple ເອງກໍນຳເອົາ Handoff ໄປລົງ Apple TV ແບບລັບໆອີກນຳ

ຢ່າງໃດກໍຕາມ ນອກຈາກການແຈ້ງເຕືອນນີ້ແລ້ວບໍ່ມີຂໍ້ມູນອື່ນອີກວ່າ Apple ຈະນຳ Handoff ໄປເຊື່ອມໂຍງກັບອຸປະກອນດັ່ງກ່າວອີກເລີຍ ຄາດວ່າ Handoff ລະຫວ່າງອຸປະກອນເຫຼົ່ານີ້ ຈະເຮັດໃຫ້ການເບິ່ງໜັງເທິງ iPhone ຫຼື iPad ຈະຕໍ່ເນື່ອງໄປອອກຈໍໃຫຍ່ໄດ້ທັນທີ ເມື່ອເຂົ້າໄປໃນພື້ນທີ່ຂອງສັນຍານ WiFi ໃນຫ້ອງນັ່ງຫຼິ້ນ

ຢ່າງໃດກໍຕາມ Handoff ນັ້ນຕ້ອງໄດ້ໃຊ້ Bluetooth 4.0 ໝາຍຄວາມວ່າ Apple TV ລຸ້ນທີ 3 ນັ້ນຈະໃຊ້ງານໄດ້ ສ່ວນ Apple TV ລຸ້ນທີສອງ (ວາງຈຳໜ່າຍປີ 2010) ຈະບໍ່ສາມາດໃຊ້ງານລູກຫຼິ້ນນີ້ໄດ້ ລວມໄປເຖິງຈະບໍ່ໄດ້ຮັບການອັບເດດເປັນ Apple TV 7.0 ອີກນຳ

ທີ່ມາ: 9to5Mac

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...