spot_img
HomeມູມໄອທີລາວApple – Google ຕັດສິນໃຈປະຕິຮູບລະບົບໃໝ່ ໂດຍການຖອນຟ້ອງຄະດີສິດບັດແລະຮ່ວມກັນພັດທະນາ

Apple – Google ຕັດສິນໃຈປະຕິຮູບລະບົບໃໝ່ ໂດຍການຖອນຟ້ອງຄະດີສິດບັດແລະຮ່ວມກັນພັດທະນາ

Published on

 

ຖືໄດ້ວ່າມື້ນີ້ເປັນເລື່ອງລາວດີດີ ທີ່ສອງຍັກໃຫຍ່ໃນອຸດສາຫະກຳໄອທີຈະຍຸດຕິຄວາມຂັດແຍ່ງ,ແກ້ໄຂບັນຫາ,ກ້າວໜ໊າພັດທະນາຮ່ວມກັນ ເມື່ອແອັບເປີ້ນກັບກູເກີ້ນໄດ້ຕັດສິນໃຈຍຸດຕິຄະດີຟ້ອງຮ້ອງ ລະຫວ່າງກັນໃນສິດບັດທີ່ກ່ຽວຂ້ອງກັບສະມາດໂຟນທັງໝົດ

 

ໂດຍທັງສອງບໍລິສັດ ແອັບເປີ້ນ ແລະ ກູເກີ້ນ ໄດ້ອອກຖະແຫຼງການຮ່ວມກັນວ່າໄດ້ເຮັດການຖອນຟ້ອງຄະດີດ້ານສິດບັດ ທີ່ທັງສອງໄດ້ຍື່ນຟ້ອງກ່າວຫາກັນຕັ້ງແຕ່ປີ 2010 ທັງໝົດ ຢ່າງໃດກໍຕາມການຖອນຟ້ອງນີ້ເປັນການຍຸດຕິສຶກເທົ່ານັ້ນ ບໍ່ໄດ້ລວມໄປເຖິງຂໍ້ຕົກລົງຈະໃຊ້ສິດບັດຮ່ວມກັນ

ໃນຄຳປະກາດນີ້ທັງແອັບເປີ້ນແລະກູເກີ້ນກໍໄດ້ລະບຸໄວ້ວ່າ: ທັງສອງບໍລິສັດຈະເຮັດວຽກຮ່ວມກັນບາງສ່ວນເພື່ອປະຕິຮູບສິດບັດອີກນຳ

ຄະດີທີ່ເຮັດການຖອນຟ້ອງກັນນີ້ສ່ວນໃຫຍ່ເປັນຄະດີດ້ານສິດບັດເຊິ່ງຟ້ອງໂດຍໂມໂຕໂຣລາໃນອະດີດ ເຊິ່ງປັດຈຸບັນສິດບັດທັງໝົດເປັນກຳມະສິດຂອງກູເກີ້ນທີ່ຊື້ກິດຈະການໄປ ເຊິ່ງເປັນສິດບັດດ້ານເຕັກໂນໂລຊີສິດບັດ ໂດຍແອັບເປີ້ນແຈ້ງວ່າລາຍການຟ້ອງຮ້ອງດັ່ງກ່າວ ບໍ່ຄວນຖືເປັນສິດບັດເພາະວ່າເປັນຄຸນສົມບັດພື້ນຖານຂອງສະມາດໂຟນ

ຢ່າງໃດກໍຕາມການຍຸດຕິສຶກຂອງທັງສອງບໍລິສັດນີ້ ເປັນເລື່ອງຂອງ iPhone ກັບໂຕລະບົບປະຕິບັດການ Android ເທົ່ານັ້ນ ບໍ່ໄດ້ລວມເຖິງການຟ້ອງຮ້ອງລະຫວ່າງແອັບເປີ້ນກັບຊຳຊຸງແຕ່ຢ່າງໃດ

ທີ່ມາ: Reuters

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...